ເກີດແຜ່ນດິນໄຫວ 2 ຄັ້ງ ແຮງສຸດແທກໄດ້5,8 ຣິກເຕີ ຈຸດສູນກາງຢູ່ເມືອງໄຊສະຖານ ແຂວງໄຊຍະບູລີ

325

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 20 ທັນວາ 2021, ເວລາ 04:06 ຫາ 04:12 ໂມງ.


ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 2 ຄັ້ງ, ໃນບໍລິເວນ ເຂດແຂວງ ໄຊຍະບູລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວມີຄືດັ່ງລຸ່ມນີ້:

1. ໃນເວລາ 04:06:13 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ 19.445°N ແລະ ເສັ້ນ ແວງທີ່ 101.366°E ຄວາມແຮງສັ່ນສະເທືອນວັດແທກໄດ້ 5,8 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 ກິໂລແມັດ ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານຫ້ວຍສະຫຼອດ, ເມືອງໄຊສະຖານ, ແຂວງໄຊຍະບູລີ ເຊີ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊສະຖານ ປະມານ 4 ກິໂລແມັດ.

2. ໃນເວລາ 04:02:41 ຂອງໂມງທ້ອງຖິ່ນ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 19.461°N ແລະ ເສັ້ນ ແວງທີ່ 101.282°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3,5 ຣິກເຕີ, ມີຄວາມເລີກຈາກຫນ້າດິນ 10 ກິໂລແມັດ ເຊິ່ງຈຸດເກີດແຜ່ນດິນ ໄຫວຢູ່ທີ່ບໍລິເວນ ບ້ານສະລາ ເມືອງໄຊສະຖານ ແຂວງໄຊຍະບູລີ. ເຊີ່ງຈຸດເກີດແຜ່ນດິນໄຫວແມ່ນໄກຈາກຕົວເມືອງ ໄຊ ສະຖານ ປະມານ 9ກິໂລແມັດ .

ຫມາຍເຫດ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.