ຄຳມ່ວນ ກຳນົດ 7 ວຽກບູລິມະສິດ ຟື້ນຟູການທ່ອງທ່ຽວ

155

ໃນໄລຍະ ປີ 2020-2021 ມານີ້ ໄດ້ມີສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງໄດ້ສົ່ງຜົນ ກະທົບຢ່າງຮ້າຍແຮງຕໍ່ກັບຂົງເຂດຂະແໜງການທ່ອງທ່ຽວ, ບັນດາຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາ ຫານ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ ກໍ່ຖືກຢຸດໃຫ້ບໍລິການຊົ່ວຄາວ, ຈຳກັດການ ເຂົ້າ-ອອກ ແຂວງ ແລະ ປິດດ່ານສາກົນ-ດ່ານປະເພນີຕ່າງໆ ສົ່ງຜົນເຮັດໃຫ້ນັກທ່ອງທ່ຽວມີຈຳນວນຫຼຸດລົງຢ່າງຫຼວງຫຼາຍ.
ທ່ານ ມະໂນທອງ ພົງສະຫວັດ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ໄດ້ລາຍງານຕໍ່ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ກ່ຽວກັບແຜນ ຟື້ນຟູການ ທ່ອງທ່ຽວຂອງແຂວງ ໃນວັນທີ 15 ທັນວາ 2021 ວ່າ

ທາງດ້ານຕົວເລກນັກທ່ອງທ່ຽວທີ່ເຂົ້າມາ ພາຍໃນແຂວງ ຮອດເດືອນພະຈິກ 2021 ມີຈຳນວນທັງໝົດ 203.467 ຄົນ, ສ້າງລາຍຮັບສຳຜັດໄດ້ 6 ລ້ານກວ່າໂດລາສະຫະລັດ ທຽບໃສ່ໄລຍະດຽວກັນກັບກ່ອນທີ່ມີການລະບາດພະຍາດໂຄວິດ-19 ນັກທ່ອງທ່ຽວ ຫຼຸດລົງ 72% ສົ່ງຜົນເຮັດໃຫ້ແຮງງານທີ່ຮັບໃຊ້ໃນຂະແໜງການທ່ອງທ່ຽວຈຳນວນຫຼາຍວ່າງງານ ຍ້ອນບັນ ດາຜູ້ປະກອບການຈຳເປັນຕ້ອງໄດ້ຫຼຸດຈຳນວນ-ຫຼຸດຈ້າງ ພະນັກງານໃນຫຼາຍຕໍາແໜ່ງ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຄະນະດຽວກັນກໍ່ຍັງມີບາງຫົວໜ່ວຍທຸລະກິດຈຳເປັນຕ້ອງໄດ້ປິດຕົວລົງເອງຢ່າງຖາວອນ.
ສະນັ້ນ ເພື່ອຊຸກຍູ້, ສົ່ງເສີມ ເຮັດໃຫ້ການທ່ອງທ່ຽວຂອງແຂວງຄຳມ່ວນ ກັບເຂົ້າສູ່ລະບົບ, ລະບຽບ ແລະ ມີສະພາບປົກກະຕິໂດຍໄວ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກະກຽມຄວາມພ້ອມ ໂດຍການຮ່າງແຜນຟື້ນຟູ ການທ່ອງທ່ຽວ ເຊິ່ງປະກອບມີ 7 ວຽກງານບໍລິມະສິດ ແລະ 48 ກິດຈະກຳຫຼັກ ເພື່ອຟື້ນຟູ ຄື

1 ຊຸກຍູ້, ສົ່ງເສີມ ບັນດາຫົວໜ່ວຍທຸລະກິດການທ່ອງທ່ຽວ ປັບປຸງຍົກລະດັບອາຄານສະຖານທີ່, ສິ່ງອຳນວຍຄວາມສະດວກຕ່າງໆ ແລະ ຂອດການບໍລິການຂອງພະນັກງານຕ້ອນຮັບ ໃຫ້ໄດ້ມາດຕະຖານຂອງສາກົນ,
2 ສ້າງຈຸດບໍລິການເຄື່ອງ ທີ່ລະນຶກ ຜະລິດຕະພັນການທ່ອງທ່ຽວ ທີ່ເປັນເອກະລັກຂອງແຂວງຄຳມ່ວນ ແລະ ປັບປຸງການຫຸ້ມຫໍ່ຜະລິດຕະພັນ ສິນຄ້າຫັດຖະກຳ ໃຫ້ໄດ້ຢ່າງໜ້ອຍ ເມືອງລະ 1 ແຫ່ງ ເພື່ອເປັນຈຸດແວະພັກເຊົາ (Checkpoint) ຂອງນັກ ທ່ອງທ່ຽວ,
3 ສົ່ງເສີມກິດຈະກຳໂຄສະນາປະຊາສຳພັນ ທີ່ຕິດພັນກັບການໂຄສະນາ ລາວທ່ຽວລາວ ໃຫ້ເຂົ້າເຖິງ ກຸ່ມຕະຫຼາດເປົ້າໝາຍ ໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ,
4 ພັດທະນາ ແລະ ສົ່ງເສີມແຫຼ່ງທ່ອງທ່ຽວ ທາງດ້ານທຳມະຊາດ, ວັດທະນະທໍາ ແລະ ປະຫວັດສາດ ໃຫ້ເປັນລະບົບ, ເປີດກວ້າງໃຫ້ເປັນທີ່ຮູ້ຈັກ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ເພື່ອສ້າງລາຍຮັບໃຫ້ແກ່ເສດຖະກິດ-ສັງຄົມຂອງແຂວງໃຫ້ຫຼາຍຂຶ້ນ,

5 ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ໂດຍການປັບປຸງນິຕິກຳ, ລະບຽບການ, ມາດຕະຖານການທ່ອງທ່ຽວ ແລະ ນະໂຍບາຍຕ່າງໆ,
6 ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ,
7 ກະຕຸ້ນການລົງທຶນໃສ່ຂົງເຂດຂະແໜງການທ່ອງທຽວໃຫ້ຫຼາຍຂຶ້ນ. ພ້ອມນັ້ນກໍ່ໄດ້ກຳນົດ 3 ໄລຍະ ໃນການຟື້ນຟູການທ່ອງທ່ຽວຄື ໄລຍະສັ້ນ ປັບປຸງສິ່ງອຳນວຍຄວາມສະດວກ, ທຳຄວາມສະອາດບໍລິເວນ ສະຖານທີ່ທ່ອງທ່ຽວ, ປັບປຸງຂອດບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບຄຽງຄູ່ກັບ ປະລິມານ, ຝຶກອົບຮົມພະນັກງານບໍລິການໃຫ້ໄດ້ມາດຕະຖານ, ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ ມີເຄື່ອງວັດແທກອຸນນະພູມ, ຮັກສາໄລຍະຫ່າງ, ໃສ່ຜ້າປິດປາກ-ດັງ, ລ້າງມືດ້ວຍສະບູ ຫຼື ເຈວ, ຊຸກຍູ້ຜູ້ປະກອບການ ແລະ ຜູ້ໃຊ້ບໍລິການ ໃຫ້ລົງທະບຽນນຳໃຊ້ ແອັບ ລາວສູ້ສູ້, ສຳລັບຜູ້ປະກອບການແມ່ນໃຫ້ສ້າງ ຄິວອາໂຄດ ນຳໃຊ້ແອັບ ລາວສູ້ສູ້ ຫຼື LAOKYC ໄວ້ໃນສະຖານທີ່ຂອງຕົນ ເພື່ອສະດວກໃນການສະແກນ-ຕິດຕາມທາມລາຍ ຂອງນັກທ່ອງທ່ຽວ.

ສ່ວນໄລຍະກາງ ແລະ ໄລຍະຍາວ ສ້າງແຜນຄຸ້ມຄອງ, ຈັດສັນ ແລະ ອອກໃບຕາດິນເຂດອະນຸລັກສາຍຫີນພູຄັນນາ, ແຜນຄຸ້ມຄອງ ແລະ ອານຸລັກເຮືອນເກົ່າ ອະນານິຄົມສະໄໝຝຣັ່ງ ຕິດພັນກັບການທ່ອງທ່ຽວ, ຈັດລະດັບສະຖານທີ່ທ່ອງທ່ຽວໃນຂອບເຂດທົ່ວແຂວງ, ຈັດລະດັບດາວ, ດອກຈຳປາ ໃຫ້ກັບໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ນັກທ່ອງທ່ຽວ, ປັບປຸງ ແລະ ແກ້ໄຂສິ່ງກີດຂວາງໃນການຈັດເກັບລາຍຮັບຈາກນັກທ່ອງທ່ຽວຢູ່ດ່ານສາກົນຂອງແຂວງ ເພື່ອເປັນແຫຼ່ງລາຍຮັບເຂົ້າ ກອງທຶນພັດທະນາການທ່ອງທ່ຽວ ແລະ ວາງເປົ້າໝາຍສ້າງແຂວງຄຳມ່ວນ ກາຍເປັນຈຸດໝາຍປາຍທາງ ການ ທ່ອງທ່ຽວແບບອະນຸລັກ ສີຂຽວ-ຍືນຍົງ ໂດຍການມີສ່ວນຮ່ວມຂອງປະຊາຊົນ ທີ່ມີມາດຕະຖານທາງດ້ານ ຄຸນນະພາບ, ຮັບປະກັນຄວາມຍຸຕິທຳ ແລະ ໝັ້ນໃຈທາງດ້ານຄວາມປອດໄພຮອບດ້ານໃນການທ່ອງທ່ຽວ ຢູ່ແຂວງຄຳມ່ວນ.

ຈາກ: Khammouane News