ເຕັກນິກການຕີກ໊ອຟ ຊ໊ອດທໍາອິດໃນຈຸດທີອ໊ອຟ

173

ການຕີກ໊ອຟຊ໊ອດທໍາອິດ ຫຼື ການຕີຊ໊ອດໃນຈຸດທີອ໊ອຟຂຸມທໍາອິດເປັນຊ໊ອດໜຶ່ງຂອງການແຂ່ງຂັນກ໊ອຟ ເປັນສິ່ງທີ່ກົດດັນ ແລະ ຍິ່ງມີກວນນໍາຫຼັງມາຢືນຕໍ່ລໍຖ້າຕີ ກໍຈະເຮັດໃຫ້ການຕີຊ໊ອດທໍາອິດຂອງເຈົ້າຍາກຂຶ້ນໄປອີກ. ດັ່ງນັ້ນ ມື້ນີ້ທີມຂ່າວພວກເຮົາຮ່ວມກັບ ສະໜາມກ໊ອຟ ລາວຄັນທຣີ ຄັບ ໄດ້ນໍາເອົາເຕັກນິກການຕີໃນຊ໊ອດທໍາອິດໃນຈຸດທີອ໊ອຟມາຝາກ ເພື່ອເປັນປະໂຫຍດໃຫ້ກັບນັກກ໊ອຟມືໃໝ່ ຫຼື ຜູ້ທີ່ຄິດຈະຮຽນຕີກ໊ອຟ ດັ່ງນີ້:

1.ວອມການສະວິງ 30-40 ຊ໊ອດ ແລະ ຊ້ອມໃນສະໜາມຊ້ອມ ກ່ອນອອກຮອບ ເພື່ອເຮັດໃຫ້ກ້າມຊີ້ນຜ່ອນຄາຍ, ຈັບຈັງຫວະຂອງການສະວິງໃນວັນນັ້ນໄດ້ ແລະ ຖ້າ 4-5 ຊ໊ອດສຸດທ້າຍຂອງການວອມອັບ ແລະ ໃຊ້ໄມ້ທີ່ວອມ ຫຼື ຊ້ອມນັ້ນຕີໃນຊ໊ອດທໍາອິດຂອງຈຸດທີອ໊ອຟຂຸມທໍາອິດ ຈະເຮັດໃຫ້ຕີຊ໊ອດນັ້ນດ້ວຍຄວາມໝັ້ນໃຈ ດ້ວຍເຫດນີ້ເອງນັກກ໊ອຟມືໂປຣໃນ ພີຈີເອ ທົວ ທຸກຄົນຈິ່ງປະຕິບັດຄືກັນໝົດຄື ໃຊ້ໄມ້ທີ່ຊ້ອມ ແລະ ຮູບແບບການຕີໄດ້ດີທີ່ສຸດໄມ້ສຸດທ້າຍມາຕີຊ໊ອດທໍາອິດໃນຈຸດທີອ໊ອຟ, ແຕ່ກົງກັນຂ້າມໃນກໍລະນີທີ່ໄປເຖິງສະໜາມບໍ່ມີເວລາເຂົ້າສະໜາມ ໃນຕອນຂັບລົດໄປສະໜາມຕ້ອງຄິດເຖິງການຫຼິ້ນຄັ້ງສຸດທ້າຍວ່າ ຂຸມໃດທີ່ພວກເຮົາຕີຊ໊ອດດ້ວຍໄມີ້ທີ່ເຮົາໃຊ້ຕີິໃນວັນນີ້ໄດ້ດີທີ່ສຸດແລ້ວນໍາໄປໃຊ້.

2.ເລືອກໄມ້ອັນທີ່ໝັ້ນໃຈທີ່ສຸດ ແລະ ຕີດີທີ່ສຸດ ເຊິ່ງອາດຈະບໍ່ແມ່ນໄມ້ 1 ກໍໄດ້, ຢ່າເຂີນອາຍຖ້າຈະຕີທີ່ຊ໊ອດລຸມພາ 4 ຫຼື ພາ 5 ດ້ວຍຫົວໄມ້ 5, ຫົວໄມ້ 3 ຫຼື ໄມ້ໄຮບຣິດ ການຕີຊ໊ອດໃຫ້ຢູ່ໃນແຟເວ (Fairway) ສໍາຄັນກວ່າຕີໄກ.
3.ຄິດເຖິງການສະວິງທີ່ດີທີ່ສຸດ ພຽງຢ່າງດຽວ ຢ່າຄິດຫຼາຍ ເພາະຈະເຮັດໃຫ້ຄຽດ ແລະ ກັງວົນເຊັ່ນ: ແບັກສະວິງຊ້າໆ ແລ້ວຕີອອກໄປຢ່າງສົມບູນແບບ.
4.ກ່ອນເລີ່ມຕົ້ນແບັກສະວິງ ໃຫ້ຂະຫຍັບມື 3-4 ຄັ້ງ ເພື່ອໃຫ້ມື-ແຂນໄດ້ວອມ ເພື່ອໃຫ້ເວລາຫຼັງກະທົບລູກກ໊ອຟ ຈະບໍ່ເຮັດໃຫ້ກ້າມແຂນ ແລະ ວົງສະວິງໄຫຼລື່ນ.

ອະທິບາຍສັບກີລາກ໊ອຟ
– Fairway ເປັນພື້ນທີ່ສະໜາມຫຍ້າທີ່ຕັດລຽບທີ່ສຸດຂອງສະໜາມ ຈະມີຢູ່ບໍລິເວນຈຸດຕີທີອ໊ອຟໄປຈົນເຖິງກຣີນ
ຄັດຈາກ: thaigolfguru.com