ຫຼານນ້ອຍຜູ້ໂຊກດີ ມືນຕາຄັ້ງທຳອິດສູ່ໂລກຄືກຳລັງຂີ່ລົດເມ

285

ຄົນທັງໂລກເຊື່ອກັນວ່າ ຖ້າມີແມ່ມານໃຫ້ກຳເນີດລູກຢູ່ໃສບ່ອນນັ້ນຄືມີໂຊກ ໂດຍສະເພາະເທີງລົດເມ, ເທີງຍົນ ຫຼື ລົດໃຊ້ສ່ວນຕົວກໍ່ລ້ວນເປັນໂຊກທັ້ງນີ້ ແລະນີ້ເປັນລົດເມແສນໂຊກດີ ໂຊເຟີລົດໂດຍສານສາຍໃຕ້ໄດ້ໂພສ ເຫດການທີ່ເກີດຂຶ້ນໃນຕອນເຊົ້າວັນທີ 15ທັນວາ 2021 ເມືອລົດເມກຳລັງອອກມາແຕ່ຄິວລົດເຊໂນ
ເເມ່ປຸ້ງ : ໂຊເຟີຂ້ອຍເຈັບທ້ອງຄືປວດຖ່າຍ ແຕ່ເປັນລະເຊົາເປັນລະເຊົາ
ຂ້ອຍ: ແມ່ນເຈົ້າເຈັບທ້ອງສິເກີດລູກບໍ່, ເຈົ້າຄອງສິເກີດລະບໍ່
ແມ່ປຸ້ງ: ບໍແນ່ໃຈ, ຫມໍນັດທ້າຍເດືອນ ສິເມືອເກີດລູກຢູ່ໃຕ້, ຂ້ອຍຍ້າຍມານອນຕຽງຫນ້າໄດ້ບໍ່.
ຂ້ອຍ: ນອນຕຽງເກົ່າຫັນແລະ ຈັ່ງບໍມີຄົນກວນ


ຕໍ່ມາກໍ່ເຈັບແຮງຂື້ນ ດີແຕ່ຄົນໂດຍສານມານຳມີນັກຮຽນເເພດ ແລະຄົນໂດຍສານຊ່ວຍກັນເບີງ, ຂ້ອຍກໍ່ໃຫ້ແອັດລົດເອົາຜ້າຫົ່ມຜ້າປູໃຫ້ , ຕໍ່ມາເວລາປະມານ5ໂມງເຊົ້າ ແມ່ປຸ້ງໄດ້ເກີດລູກອອກມາ ແມ່ ແລະ ລູກປອດໄພ ຈົນມາຮອດປາກຊ່ອງເມືອງສອງຄອນ ຂ້ອຍກໍ່ໄດ້ຈອດລົດ ໃຫ້ແອັດກັບຄົນໂດຍສານ ໄປນໍາແພດ ຢູ່ໂຮງຫມໍເມືອງສອງຄອນ ມາຕັດສາຍແຮ່.

ຂ້ອຍຖາມແພດວ່າໄປຕໍ່ບໍເປັນຫຍັງບໍ, ໄປຕໍ່ໄດ້ ຈາກນັ້ນຂ້ອຍ ກໍ່ມັດແຂນ ແມ່,ລູກ ແລະ ແພດ ຈາກນັ້ນກໍ່ເດີນທາງຕໍ່. ຮອດນາປົ່ງກໍ່ຊື້ເຂົ້າ, ປີ້ງໄກ່ ແລະ ນົມໃຫ້ແມ່ລູກອ່ອນ. ພໍຮອດປາກເຊກໍ່ມີພີ່ນ້ອງມາຖ້າຮັບເອົາ.


ຂ້ອຍດີໃຈຫລາຍແມ່ລູກປອດໄພ ແລະ ມັດແຂນເອົາລູກຊາຍ ບຸນທຳແລະ ຕັ້ງຊື່ໃຫ້ “ທ້າວ ລົດເມ” ເອົາເບີນໍາກະບໍທັນຄາຕື່ນເຕັ້ນຢູ່ “ຝາກແຊຣ” ໃຫ້ເພີ່ນເຫັນໂພສນີ້ ແລະກະຕິດຕໍ່ກັບມາແນ່ເດີ້ “ແກ້ວ ສາຍໃຕ້” 02099888489