ປັດຈຸບັນຜູ້ຕິດເຊື້ອໂຄວິດສະສົມໃນ ສປປ ລາວ 90.458 ກໍລະນີ, ມື້ນີ້ພົບໃໝ່ 1.132 ຄົນ

122

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະາວັນທີ 13 ທັນວາ 2021 ວ່າ ມາຮອດວັນທີ 12 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 4.254 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.138 ຄົນ (ຕິດເຊື້ອພາຍໃນ ມີ 1.132 ຄົນ ແລະ ຕິດເຊື້ອນໍາເຂົ້າ 06 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.132 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 533 ຄົນ ໃນ 152 ບ້ານ ແລະ 9 ເມືອງ, ຫຼວງພະບາງ ມີ 145 ຄົນ ໃນ 6 ເມືອງ, ອຸດົມໄຊ ມີ 110 ຄົນ ໃນ 5 ເມືອງ, ຫຼວງນໍ້າທາ ມີ 91 ຄົນ ໃນ 4 ເມືອງ, ບໍ່ແກ້ວ ມີ 62 ຄົນ, ຊຽງຂວາງ ມີ 51 ຄົນ ໃນ 1 ເມືອງ, ບໍລິຄຳໄຊ ມີ 32 ຄົນ ໃນ 2 ເມືອງ, ສະຫວັນນະເຂດ ມີ 25 ຄົນ ໃນ 4 ເມືອງ, ຄຳມ່ວນ ມີ 22 ຄົນ ໃນ 5 ເມືອງ, ໄຊຍະບູລີ ມີ 19 ຄົນ ໃນ 3 ເມືອງ, ແຂວງວຽງຈັນ ມີ 14 ຄົນ ໃນ 4 ເມືອງ, ຈຳປາສັກ ມີ 9 ຄົນ ໃນ 4 ເມືອງ


ຜົ້ງສາລີ ມີ 5 ຄົນ ໃນ 2 ເມືອງ, ໄຊສົມບູນ ມີ 4 ຄົນ ໃນ 3 ເມືອງ, ອັດຕະປື ມີ 4 ຄົນ ໃນ 2 ເມືອງ, ຫົວພັນ ມີ 3 ຄົນ ໃນ 2 ເມືອງ, ສາລະວັນ ມີ 2 ຄົນ ໃນ 2 ເມືອງ, ເຊກອງ ມີ 1 ຄົນ ໃນ 1 ເມືອງ

.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 6 ຄົນ, ທັງໝົດຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດຢູ່ສູນຈຳກັດບໍລິເວນ ກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.


ຮອດປັດຈຸບັນ ມີຜູ້ຕິດເຊື້ອສະສົມ ຢຸ່ໃນ ສປປ ລາວ ທັງໝົດ 90.458 ກໍລະນີ, ຄົນເຈັບຫາຍດີອອກໂຮງໝໍມື້ວານນີ້ 553 ຄົນ, ກໍາລັງປິ່ນປົວ 12.132 ຄົນ ແລະ ເສຍຊີວິດສະສົມທັງໝົດ 250 ຄົນ (ໃໝ່ 3 ຄົນ).