ລົງທຶນກວ່າ 22 ຕື້ກີບ ສ້າງຕືກໃໝ່ ຄະນະເສດຖະສາດ ຕອນນີ້ສຳເລັດແລ້ວ

351

ເພື່ອເປັນການຂະຫຍາຍພື້ນຖານໂຄງລ່າງດ້ານອາຄານສະຖານທີ່ ເພື່ອຮອງຮັບວຽກງານການຮຽນ-ການສອນ ທີ່ກໍາລັງມີການພັດທະນາຂອງ ມະຫາວິທະຍາໄລແຫ່ງຊາດ ໂດຍສະເພາະຄະນະເສດຖະສາດ ແລະບໍລິຫານທຸລະກິດ ດັ່ງນັ້ນ, ໃນວັນທີ 8 ທັນວາ 2021 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງອາຄານ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ)ຂຶ້ນ ທີ່ຫ້ອງປະຊຸມຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ.

ໃຫ້ກຽດມອບໂດຍ ທ່ານ ພຸດທະກອນ ບຸຜາວັນ ຜູ້ອຳນວຍການ ບໍລິສັດບຸຜາ ພັດທະນາກໍ່ສ້າງເຄຫະສະຖານ-ຂົວທາງ ແລະສຳຫຼວດ-ອອກແບບ ຈຳກັດຜູ້ດຽວ ແລະຮັບໂດຍທ່ານ ຮສ. ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ພ້ອມດ້ວຍຜູ້ຕາງໜ້າຈາກ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ຫ້ອງການ ມຊ, ຫ້ອງການເຄຫະ, ຫ້ອງການການແຜນການ ແລະ ການເງິນ ແລະ ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ສໍາລັບ ໂຄງການກໍ່ສ້າງອາຄານຫ້ອງການ, ຫ້ອງຮຽນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ)ນີ້ແມ່ນໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 15 ພຶດສະພາ 2017 ແລະ ໄດ້ຮັບການກວດກາສຳເລັດວຽກ 100% ວັນທີ 12 ສິງຫາ 2021, ມີມູນຄ່າການກໍ່ສ້າງທັງໝົດ 22.651.712.710 ກີບ (ຊາວສອງຕື້ຫົກຮ້ອຍຫ້າສິບເອັດລ້ານເຈັດແສນສິບສອງພັນເຈັດຮ້ອຍສິບກີບ) ເຊິ່ງເປັນການລົງທຶນຂອງລັດຖະບານ 100%.

ສໍາລັບ ອາຄານຮຽນດັ່ງກ່າວແມ່ນເປັນຕຶກ 4 ຊັ້ນ ປະກອບມີ: ຫ້ອງຮຽນທີ່ສາມາດບັນຈຸນັກສຶກສາໄດ້ 30 ຄົນ, 60 ຄົນ ແລະ 90 ຄົນ, ຫ້ອງສຳມະນາ, ຫ້ອງມູນເຊື້ອ, ຫ້ອງປະຊຸມ ແລະຫ້ອງການ ພ້ອມທັງມີສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ຫ້ອງນໍ້າ, ລິບຂຶ້ນ-ລົງ ແລະ ຄາດວ່າຈະສາມາດເປີດນໍາໃຊ້ໄດ້ໃນໄວໆນີ້.
ຂໍ້ມູນ+ພາບ:ຂ່າວສານ ມຊ