4 ນັດຫຼັງສຸດ ທີມຊາດລາວ ຍິງປະຕູໃສ່ ມາເລເຊຍ ໄດ້ແລງນີ້ຈະມີຫຼືບໍ? ນັກເຕະລາວພ້ອມເປີດເກມບຸກ

399

ທີມຊາດລາວ ຊຸດໃຫຍ່ ເຄີຍຍິງປະຕູໄດ້ 3 ໜ່ວຍໃນການພົບກັບ ທີມຊາດມາເລເຊຍ ຮອງແຊັມເກົ່າ ຈາກ 4 ນັດຫຼັງສຸດທີ່ເຄີຍພົບກັນ ເຖິງວ່າ ທີມຊາດລາວ ຈະເສຍທັງໝົດ ໃນສະຖິຕິການພົບກັນໃນການແຂ່ງຂັນບານເຕະ AFF SUZUKI CUP ທີ່ຜ່ານມາ, ສ່ວນແລງນີ້ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ຈະຮັບມືກັບ ມາເລເຊຍ ໃນນັດທີ 2 ຂອງຮອບແບ່ງກຸ່ມໆ B.

ກ່ອນໜ້ານີ້ ທີມຊາດລາວ ລົງສະໜາມນັດທໍາອິດພົບກັບ ຫວຽດນາມ ແຊັມເກົ່າ, ໂດຍສະເພາະການພົບກັນໃນລາຍການນີ້ 4 ຄັ້ງຫຼັງສຸດ ທີມຊາດລາວ ເສຍທັງໝົດ ແລະ ບໍ່ສາມາດຍິງປະຕູໃຫ້ໃສ່ ຫວຽດນາມ ກ່ອນຈົບການແຂ່ງຂັນ ລາວເສຍໃຫ້ກັບ ຫວຽດນາມ 0-2 ທາມກາງສຽງວິຈານວ່າທີມຊາດລາວ ໃຊ້ເກມຕ້ານຢ່າງດຽວ ( 11 ຕົວຈິງທີມຊາດລາວ ແລະ ມາເລເຊຍ ທີ່ໃຊ້ໃນນັດທໍາອິດ ເບິ່ງວີດີໂອລຸ່ມນີ້ )

ຫຼ້າສຸດໃນຕອນບ່າຍຂອງວັນທີ 8 ທັນວາ 2021 ໄດ້ມີພິທີຖະແຫຼງຂ່າວກຽມຄວາມພ້ອມກ່ອນການແຂ່ງຂັນຜ່ານແອບ ZOOM ໂດຍມີຄູຝຶືກ ແລະ ນັກກີລາ ລວມເຖິງສື່ມວນຊົນຈາກຫຼາຍປະເທດເຂົ້າຮ່ວມ ທ່ານ V. Selvaraj ຫົວໜ້າຄູຝຶກທີມຊາດລາວ ກ່າວວ່າ: ນັດທີ່ທີມຊາດລາວ ພົບກັບ ຫວຽດນາມ ເປັນຫຍັງພວກເຮົາຕ້ອງໃຊ້ຮູບເກມຕ້ານ ນັ້ນເປັນການແຜນການວາງລະບົບຂອງຄູຝຶກ ເນື່ອງຈາກ ທີມຊາດຫວຽດ ເປັນທີມທີ່ມີນັກເຕະຄຸນນະພາບ, ມີການກຽມທີມມາດີ ແລະ ຮູ້ກັນດີວ່າ ຫວຽດນາມ ມີຈຸດແຂງເລື່ອງເກມບຸກ, ສ່ວນການປ່ຽນ ສຸກອາພອນ ວົງຈຽງຄໍາ ອອກໃນເຄິ່ງເວລາທີ 2 ນັ້ນກໍເພື່ອໃຫ້ລາວໄດ້ພັກຜ່ອນ ແລະ ກຽມພ້ອມສໍາລັບນັດທີ່ຈະພົບກັບ ມາເລເຊຍ ແນ່ນອນນັດພົບ ມາເລເຊຍ ພວກເຮົາມີແຜນໄວ້ແລ້ວ ແລະ ຕ້ອງຕິດຕາມໃນຕອນແຂ່ງຂັນ.

ຂະນະທີ່ ສຸກອາພອນ ໃຫ້ສໍາພາດກ່ອນລົງແຂ່ງຂັນນັດທີ 2 ພົບກັບ ມາເລເຊຍ ວ່າ: ນັດທໍາອິດ ທີ່ພົບກັບ ຫວຽດນາມ ພວກເຮົາກໍມີຫວັງທີ່ຈະສູ້ ແລະ ຫວັງມີຄະແນນ, ແຕ່ໃນເມື່ອເກມອອກມາແບບນັ້ນ ແລະ ພວກເຮົາກໍເສຍໄປ 0-2. ຢ່າງໃດກໍຕາມ ນັ້ນເປັນແຜນຂອງຄູຝຶກໃຫ້ຮັບກ່ອນ ເພື່ອເບິ່ງເກມຂອງຫວຽດ ແລະ ພວກເຮົາກໍເຮັດເຕັມທີ່ແລ້ວ, ສ່ວນນັດຕໍ່ໄປທີ່ຈະພົບກັບ ມາເລເຊຍ ພວກເຮົາໄດ້ຊ້ອມເກມບຸກຫຼາຍຂຶ້ນ ແລະ ເຊື່ອວ່າຈະເປັນນັດທີ່ຊາວລາວຄອງຄອຍ ຕ້ອງຕິດຕາມ ແລະ ຊ່ວຍເຊຍພວກເຮົາຕໍ່ໄປ.

ສໍາລັບ ທີມຊາດລາວ ມີນັດລົງສະໜາມນັດທີ 2 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ໃນວັນທີ 9 ທັນວາ 2021 ເວລາ 16:30 ໂມງ ພົບ ມາເລເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື:
-ປີ 2008 ມາເລເຊຍ ຊະນະ ລາວ 3-0
-ປີ 2010 ມາເລເຊຍ ຊະນະ ລາວ 5-1
-ປີ 2012 ລາວ ເສຍໃຫ້ ມາເລເຊຍ 1-4
-ປີ 2018 ລາວ ເສຍໃຫ້ ມາເລເຊຍ 1-3.

ສ່ວນສະຖິຕິຂອງ ທີມຊາດມາເລເຊຍ ໃນນັດທໍາອິດຖືວ່າເຮັດໄດ້ດີນັດຊະນະ ກໍາປູເຈຍ 3-1 ເຖິງຈະຄອງເກມໄດ້ໜ້ອຍກວ່າຄື 43,1% ໄດ້ໂອກາດຍິງ 14 ຄັ້ງໃນນັ້ນຍິງເຂົ້າເປົ້າ 9 ຄັ້ງ ແລະ ເປັນປະຕູ 3 ໜ່ວຍ, ສ່ວນ ກໍາປູເຈຍ ຄອງເກມໄດ້ 56,9% ສ້າງໂອກາດຍິງໄດ້ເຖິງ 10 ຄັ້ງໃນນັ້ນຍິງເຂົ້າເປົ້າ 6 ຄັ້ງ ແລະ ປະຕູ 1 ໜ່ວຍ ເຊິ່ງນັດນີ້ເຫັນໄດ້ເຖິງເກມບຸກຂອງ ກໍາປູເຈຍ ສາມາດຄອງເກມໄດ້ດີ ແລະ ເນັ້ນການສົ່ງບານສັ້ນ, ແຕ່ຢ່າງໃດກໍຕາມ ມາເລເຊຍ ເປັນທີ່ີທີມນັກເຕະຮ່າງໃຫຍ່ສູງ ແລະ ມີຄວາມໄວສາມາດສວນກັບໄດ້ດີ ເຊິ່ງສາມາດຕັດເກມບຸກຂອງ ກໍາປູເຈຍ ແລະ ສວນກັບໄວໄດ້ດີຫຼາຍນັດດັ່ງກ່າວ.
ຂ່າວ: ຫຼ້າ MKP; ຮູບຈາກ: ສຕລ