ລາຍລະອຽດຜູ້ເສຍຊີວິດໃໝ່ 4 ກໍລະນີ, ມື້ນີ້ຍອດຜູ້ເສຍຊີວິດສະສົມ 214 ຄົນ

132

ມາຮອດວັນທີ 07 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 82.082 ຄົນ, ເສຍຊີວິດສະສົມ 214 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 664 ຄົນ, ກໍາລັງປິ່ນປົວ 12.059 ຄົນ.
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້


1 ເພດຊາຍ, ອາຍຸ 46 ປີ, ບ້ານ ໂພນໝີໃຕ້, ເມືອງ ວຽງຄຳ, ແຂວງ ວຽງຈັນ
ພະຍາດປະຈໍາຕົວ ເບົາຫວານ, ຄວາມດັນເລືອດສູງ ແລະ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ຟອກເລືອດ 2ຄັ້ງ/ອາທີດ, ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອທັງໝົດ 2 ຄົນ.

ຄົນເຈັບມີໄອມີຂີ້ກະເທີ, ອິດເມື່ອຍ, ຫາຍໃຈຟືດຫຼັງຈາກໄປຟອກເລືອດຢູ່ຄລີນິກທີ່ນະຄອນຫຼວງມາໄດ້ 1ມື້ ຕໍ່ມາມີອາການອິດເມື່ອຍຫຼາຍ, ວັນທີ 26 ພະຈິກ 2021 ຈຶ່ງໄປກວດຢູ່ສຸກເສີນໂຮງໝໍແຂວງວຽງຈັນພົບວ່າຕິດເຊື້ອພະຍາດໂຄວິດ ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດສູນບຳບັດຢາເສບຕິດໂພນໂຮງ.


ມາຮອດເວລາ 21:40 ນາທີ ຂອງວັນທີ 05 ພະຈິກ 2021 ຄົນເຈັບ ໄດ້ເສຍຊີວິດ
2 ເພດຊາຍ, 42 ປີ, ບ້ານທາດເມືອງ, ເມືອງຊໍາເໜຶອ, ແຂວງຫົວພັນ
ພະຍາດປະຈໍາຕົວ ເບົາຫວານ ກິນຢາບໍ່ປົກກະຕິ, ມີປະຫັວດໄອຊໍ້າເຮື້ອ, ຫົວໃຈໃຫ່ຍ, ມີປະຫັວດມີນໍ້າຢູ່ຕີນປອດ ຄົນເຈັບບໍ່ໄດ້ຮັບການສັກຢາປ້ອງກັນພະຍາດໂຄວິດ-19

ຄົນເຈັບມີອາການໄຂ້ 01 ວັນ , ມີອາການໄອ ແລະ ຫາຍໃຈຝຶດ, ໄອອອກຂີ້ກະເທິຕິດປົນເລືອດ, ນອນພຽງບໍ່ໄດ້ດີ, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ


ເວລາ 20:30 ນາທີ ຂອງວັນທີ 05 ທັນວາ 2021 ເຂົ້າມາກວດຢູ່ໂຮງໝໍແຂວງດ້ວຍອາການໄອ ແລະ ຫາຍໃຈຝຶດມາໄດ້ 04 ວັນແລ້ວ, ສະຕິດີ, ກະວົນກະວາຍໃນບາງຄັ້ງຄາວ, ປາຍຕີນມືເຢັນ, ນອນພຽງບໍ່ໄດ້, ບວມໃບໜ້າ ແລະ ແຂ່ງຂາເລັກນ້ອຍ, ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
ມາຮອດເວລາ 4:20 ນາທີ ຂອງວັນທີ 6 ທັນວາ 2021 ຄົນເຈັບໄດ້ເສຍຊີວິດ

3 ເພດຍິງ, ອາຍຸ 87 ປີ, ບ້ານ ສີຊົມຊື່ນ, ເມືອງ ຫີນບູນ, ແຂວງ ຄຳມ່ວນ
ຄົນເຈັບມີພະຍາດປະຈຳໂຕເປັນ ຄວາມດັນເລືອດ, ເບົາຫວານ, ໄຂມັນເສັ້ນເລືອດ, ກີນຢາປະຈຳ, ຄົນເຈັບບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ-19, ວັນທີ່ 18 ພະຈິກ 2021 ຄົນເຈັບມີອາການໄຂ້, ໄອ ແລະ ເຈັບຄໍ


ວັນທີ 21 ພະຈິກ 2021 ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ ໄດ້ເຂົ້າ ປີ່ນປົ່ວຢູ່ສູນ 21 ມີນາ, ເປັນເວລາ 12 ວັນ ອາການບໍ່ດີຂື້ນ ຈິ່ງໄດ້ຍ້າຍມາຕິຕາມຢູ່ສູນ ວັນທະນະທໍາ ດ້ວຍອາການ ໄອແຫ້ງ,ຫາຍໃຈຝຶດ, ຫາຍໃຈຍາກ,
ຮອດວັນທີ່ 4 ທັນວາ 2021 ເວລາ 16:10 ນາທີ ຄົນເຈັບມີອາການໄອແຮງ, ຫາຍໃຈຝຶດຫາຍໃຈຍາກ, ນອນພຽງບໍ່ໄດ້ ແລະ ເວລາ 17:00 ນາທີຂອງວັນດຽວກັນ ຄົນເຈັບກໍ່ເສຍຊິວິດ.

.
4 ເພດຊາຍ, ອາຍຸ 60 ປີ, ບ້ານຢູ່ປະຈຸບັນ: ບ້ານລັດຕະນະລັງສີໃຕ້, ນະຄອນໄກສອນ, ແຂວງສະຫັວນນະເຂດ
ພະຍາດປະຈໍາຕົວ ເບົາຫວານ, ໄຂ່ຫຼັງຊຸດໂຊມ, ຫຼ່ອຍເຄິ່ງຊິກ ມາດົນ, ໄດ້ສັກຢາກັນພະຍາດປ້ອງກັນພະຍາດໂຄວິດ-19 ຄົບ
ວັນທີ 03 ທັນວາ 2021 ຄົນເຈັບໄດ້ມາກວດ ຢູ່ໂຮງໝໍແຂວງດ້ວຍອາການເມື່ອຍ, ຫາຍໃຈຝຶດ, ຖ່າຍເປັນນໍ້າ ມາໄດ້ 02 ວັນ
ວັນທີ 04 ທັນວາ 2021 ໄດ້ກວດຫາເຊື້ອພະຍາດໂຄວິດ-19 ຜົນກວດພົບເຊື້ອ ແລະ ໄດ້ເຂົ້າປີ່ນປົວໂຮງໝໍພາກສະໜາມຫຼັກ 9 ຄົນເຈັບ ມີສະຕິດີ, ອິດເມື່ອຍ, ແໜ້ນໜ້າເອີກ,


ມາຮອດເວລາ 05:00 ໂມງຂອງວັນທີ 07 ທັນວາ 2021 ຄົນເຈັບໄດ້ມີອາການໜັກລົງ ແລະ ໄດ້ເສຍຊີວິດ
ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ ມານຳຄອບຄົວ ແລະ ຍາດຕິພີ່ນ້ອງ ທີ່ໄດ້ສູນເສຍຄົນທີ່ຮັກ ແລະ ເຄົາລົບໃນຄອບຄົວ ມານະທີ່ນີ້ດ້ວຍ