ການມາຂອງ ບິລລີ ແລະ 3 ນັກເຕະລາວໃນໄທລີກ ກາຍເປັນຄວາມຫວັງໃໝ່ຂອງລາວໃນ SUZUKI CUP

285

ຖືເປັນຍຸກໃໝ່ຂອງ ທີມຊາດລາວ ນັບແຕ່ນີ້ເປັນຕົ້ນໄປເນື່ອງຈາກໄດ້ ບິລລີ ເກດແກ້ວພົມພອນ ກາຍເປັນນັກເຕະຊາວຝຣັ່ງເຊື້ອສາຍລາວ ຄົນທໍາອິດ ມາຊ່ວຍທີິມຊາດລາວ ລຸຍການແຂ່ງຂັນ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ທີ່ປະເທດສິງກະໂປ ເຊິ່ງແນ່ນອນເຫດການດັ່ງກ່າວ ເຮັດໃຫ້ແຟນບານຊາວລາວ ທັງປະເທດໃຫ້ຄວາມສົນໃຈຫຼາຍທີ່ສຸດ ແລະ ເປັນການຈຸດປະກາຍຄວາມຫວັງຂອງແຟນບານຊາວລາວ ໃນການສົ່ງແຮງໃຫ້ໃຈໃຫ້ທີມຊາດລາວ ສູ້ໃນລາຍການດັ່ງກ່າວ.

ທີມຊາດລາວ ຖືກຈັດຢູ່ໃນກຸ່ມ B ຮ່ວມກັບ ຫວຽດນາມ ແຊັມເກົ່າ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ເຊິ່ງໃນປະຫວັດການແຂ່ງຂັນ AFF SUZUKI CUP ໃນສະຖິຕິທີ່ພົບກັບ 4 ຊາດໃນກຸ່ມ B ທີ່ຜ່ານມາຖືວ່າ ຜົນງານທີມຊາດລາວ ຕົກຕໍ່າທີ່ສຸດນັບແຕ່ປີ 2004 ຈົນເຖິງປີ 2018 ແຂ່ງໄປທັງໝົດ 17 ນັດ ຊະນະໄດ້ພຽງ 1 ນັດ ( ຊະນະກໍາປູເຈຍ ), ສະເໝີ 1 ນັດ (ສະເໝີ ອິນໂດເນເຊຍ ) ແລະ ເສຍ 15 ນັດ ໂດຍຕະຫຼອດໄລຍະທີ່ຜ່ານມາ ທີມຊາດລາວ ແມ່ນຍັງບໍ່ສາມາດດືງນັກເຕະຕ່າງຊາດລາວມາຊ່ວຍໄດ້.

ຢ່າງໃດກໍຕາມ, ໃນປີນີ້ຖືເປັນຄວາມຫວັງໃໝ່ຂອງຊາວລາວທັງປະເທດ ລວມເຖິງສ້າງແຮງຈູງໃຈໃຫ້ກັບນັກເຕະລາວ ມີຄວາມຫວັງ ແລະ ສູ້ຢ່າງສຸດຂີດ ເມື່ອທີມຊາດລາວ ປະກາດດືງ ບິລລີ ນັກເຕະຊາວຝຣັ່ງ ເຊື່ອສາຍລາວ ທີ່ມີປະສົບການດີທີ່ສຸດຂອງນັກເຕະທີມຊາດລາວ ເພາະເຄີຍຫຼິ້ນໃນລີກສູງສຸດຂອງປະເທດຝຣັ່ງ. ນອກນັ້ນ, ກໍຍັງໄດ້ 3 ນັກເຕະລາວຈາກໄທລີກ ມາສົມທົບຄື ພຸດທະໄຊ ໂຄຈະເລີນ ຫຼິ້ນໃຫ້ສະໂມສອນໃນໄທລີກ 1, ສຸກອາພອນ ວົງຈຽງຄໍາ ໃນໄທລີກ 2 ແລະ ມິດສະດາ ສາຍໃຕ້ຟ້າ ໃນໄທລີກ 3 ລວມເຖິງ ນັກເຕະລາວ ທີ່ຫຼີ້ນໃນລາວລີກ ທີ່ຜົນງານໂດດເດັ່ນ ແລະ ດາວເດັ່ນຫຼາຍຄົນ.

ໂດຍສະເພາະ ພຸດທະໄຊ ໂຄຈະເລີນ ເຊື່ອການມາຂອງ ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງ ເຊື້ອສາຍລາວ ທີ່ມີປະສົບການໃນລີກຝຣັ່ງ ມາຊ່ວຍທີມຊາດລາວ ເຮັດໃຫ້ຕົວເອງ ແລະ ທີມຊາດລາວ ມີຄວາມຫວັງ ເພາະຊຸດນີ້ອາດເປັນຊຸດທີ່ດີທີ່ສຸດເທົ່າທີ່ເຄີຍມີມາຂອງທີມຊາດລາວ ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022.

ຂະນະທີ່ ສຸກອາພອນ ວົງຈຽງຄໍາ ແລະ ທິບພະຈັນ ກໍດີໃຈທີ່ສຸດ ທີ່ ບິລລີ ແລະ ມິດສະດາມາຮ່ວມທີມ.

ແນ່ນອນນັບແຕ່ອະດີດຈົນເຖິງປັດຈຸບັນ ເຫັນວ່າ: ທີມຊາດລາວ ຊຸດນີ້ ອາດເປັນຊຸດທີ່ດີທີ່ສຸດໃນປະຫວັດສາດ AFF SUZUKI CUP ເພາະມີທັງ ບິລລີ ກອງໜ້າຈາກລີກຝຣັ່ງ, ພຸດທະໄຊ ກອງກາງຈາກສະໝຸດປະການ ໃນລີກສູງສຸດຂອງປະເທດໄທ, ສຸກອາພອນ ວົງຈຽງຄໍາ ກອງໜ້າຈາກອຸດອນທານີ ເອັຟຊີ ໃນໄທລີກ 2 ແລະ ມິດສະດາ ສາຍໃຕ້ຟ້າ ຈາກສະຕູນ ໃນໄທລີກ 3, ສ່ວນໃນລາວລີກ ກໍມີ ບຸນພະຈັນ ບຸນກອງ ກອງກາງຟອມໂດດເດັ່ນຈາກຊ້າງນ້ອຍ ເອັຟຊີ ຍິງ 2 ປະຕູໃຫ້ກັບ ຢູ 23 ລາວ ຊະນະ ມົງໂກລີ 3-2 ລວມເຖິງຄົນອື່ນໆກໍໂດດເດັ່ນເຊັ່ນກັນ.

ສໍາລັບ ທີມຊາດລາວ ຢູກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ເຊິ່ງສະຖິຕິພົບກັບ 4 ຊາດໃນກຸ່ມນີ້ທີ່ຜ່ານມານັບແຕ່ປີ 2004 ແຂ່ງ 17 ນັດ ໃນລາຍການນີ້ປາກົດວ່າ: ທີມຊາດລາວ ຊະນະພຽງ 1 ນັດຄືຊະນະ ກໍາປູເຈຍ 2-1 ໃນປີ 2004 ແລະ ສະເໝີ ອິນໂດນເຊຍ 2-2 ໃນປີ 2012, ສ່ວນອີກ 15 ນັດແມ່ນເສຍທັງໝົດ, ຕ້ອງລຸ້ນເບິ່ງວ່າປີນີ້ ທີມຊາດລາວ ຈະປົດລ໊ອກຊະນະໄດ້ຫຼືບໍ.

ສ່ວນຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ
ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ ແລະ ພຸດທະໄຊ ໂຄຈະເລີນ