ໂຄວິດຜູ້ຕິດເຊື້ອມື້ນີ້ຫຼຸດ 1000 ແຕ່ເສຍຊີວິດທະລຸ 200 ແລ້ວ

347

ຕາມການລາຍງານຂອງທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 4 ທັນວາ 2021 ໃຫ້ຮູ້ວ່າ: ໃນວັນທີ 3 ທັນວາທົ່ວປະເທດແມ່ນໄດ້ ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.481 ຕົວຢ່າງ ແລະ ພົບເຊື້ອ ທັງໝົດ 969 ຄົນ (ຕິດເຊື້ອພາຍໃນ ມີ 968 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 968 ຄົນ ຈາກ 16 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້: ນະຄອນຫຼວງ 450 ຄົນ ໃນ 168 ບ້ານ ແລະ 9 ເມືອງ, ແຂວງວຽງຈັນ ມີ 108 ຄົນ, ຫຼວງພະບາງ ມີ 72 ຄົນ ໃນ 39 ບ້ານ, ໄຊຍະບູລີ ມີ 56 ຄົນ ໃນ 10 ບ້ານ, ບໍ່ແກ້ວ ມີ 48 ຄົນ ໃນ 22 ບ້ານ, ອຸດົມໄຊ ມີ 40 ຄົນ ໃນ 15 ບ້ານ, ຜົ້ງສາລີ ມີ 39 ຄົນ ໃນ 5 ບ້ານ.

ສະຫວັນນະເຂດ ມີ 30 ຄົນ ໃນ 18 ບ້ານ, ຈຳປາສັກ ມີ 28 ຄົນ ໃນ 16 ບ້ານ, ໄຊສົມບູນ ມີ 21 ຄົນ, ຫົວພັນ ມີ 18 ຄົນ ໃນ 4 ບ້ານ, ຊຽງຂວາງ ມີ 18 ຄົນ ໃນ 9 ບ້ານ, ບໍລິຄຳໄຊ ມີ 15 ຄົນ ໃນ 12 ບ້ານ, ຄຳມ່ວນ ມີ 12 ຄົນ ໃນ 8 ບ້ານ, ສາລະວັນ ມີ 7 ຄົນ ໃນ 3 ບ້ານ, ເຊກອງ ມີ 4 ຄົນ ໃນ 3 ບ້ານ  ແລະແຂວງອັດຕະປື ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ.


ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 01 ຄົນ ຈາກແຂວງຫົວພັນ, ເຮັດໃຫ້ມາຮອດວັນທີ 4 ທັນວາ 2021 ທົ່ວປະເທດເຮົາມີຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ທັງໝົດ 78.469 ຄົນ, ເສຍຊີວິດສະສົມ 201 ຄົນ (ໃໝ່ 10), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 954 ຄົນ, ກໍາລັງປິ່ນປົວ 11.932 ຄົນ.