ຂ່າວດີສໍາລັບແຮງງານເພດຍິງ ຜູ້ໃດສົນໃຈຢາກໄປເຮັດວຽກຢູ່ຢີ່ປຸ່ນສະໝັກໄດ້ເດີ້

589

ເປັນຂ່າວດີສໍາລັບແຮງລາວ ໂດຍສະເພາະເພດຍິງ ສູນບໍລິການ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ປະກາດແຈ້ງການດ່ວນ ສຳລັບເພດຍິງຜູ້ທີ່ມີຄວາມສົນໃຈຢາກໄປເຮັດວຽກຢູ່ປະເທດຍີ່ປຸ່ນ ສູນບໍລິການຈັດຫາງານ ເປີດຮັບສະຫມັກເລີ່ມແຕ່ມື້ນີ້ຈົນເຖິງວັນທີ 22 ທັນວາ 2021 ການສຳພາດແມ່ນຈະເລີ່ມເວລາ 09:30 ຂອງວັນທີ 25 ທັນວາ 2021ນີ້.

ສຳລັບຫນ້າວຽກແມ່ນ ຢູ່ໂຮງງານແພັກຜັກໃສ່ກ່ອງສົ່ງຊູບເປີມາເກັດລາຍລະອຽດດັ່ງນີ້:

  1. ເງື່ອນໄຂຜູ້ສະຫມັກແມ່ນຕ້ອງເປັນເພດຍິງອາຍຸ 18-26 ປີ, ລວງສູງ 1,50 ແມັດຂຶ້ນໄປມີສຸຂະພາບແຂງແຮງ (ບໍ່ມີໂຣກປະຈໍາຕົວ), ບໍ່ມີຮອຍລາຍສັກໃນຮ່າງກາຍແລະທີ່ສໍາຄັນແມ່ນບໍ່ຈຳກັດລະດັບການສຶກສາແລະມີໃຈມັກໃນການເຮັດວຽກ(ດ້ານກະສິກຳ, ປູກຝັງ-ລ້ຽງສັດແລະເຮັດວຽກໃນໂຮງງານ)
  2. ຜູ້ທີ່ມີຄວາມສົນໃຈສາມາດມາລົງທະບຽນໄດ້ທີ່ສູນບໍລິການຈັດຫາງານແຕ່ວັນປະກາດນີ້ເປັນຕົ້ນໄປທີ່ສູນບໍລິການຈັດຫາງານ, ຕັ້ງຢູ່ບ້ານອຸບມຸງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນຫລືໂທສອບຖາມໄດ້ທີ່ເບີ 021 250 993, 021 222 255 ຫລືແຟັກ 021 222635 ແລະອີເມວ: laosee@hotmail.co.th

ສ່ວນການສໍາພາດຄັດເລືອກແມ່ນ ວັນທີ 25 ທັນວາ 2021 ເວລາ 9:30 ໂມງ ທີ່ຫ້ອງປະຊຸມຊັ້ນ 4 ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ປິດຮັບແບບຟອມວັນທີ 22/12/2021)ນີ້.