ເຕັກນິກການຫຼິ້ນກ໊ອຟ: ວິທີການອ່ານລາຍໃນກຣີນ ຂັ້ນຕອນສໍາຄັນໃນການຕີກ໊ອຟລົງຂຸມ

389

ດັ່ງທີ່ຮູ້ ກີລາກ໊ອຟເປັນກີລາທີ່ມີຄວາມຫຼາກ ນອກຈາກຈະຕີໃຫ້ແຮງ, ຊື່ ແລະ ໄປໄກແລ້ວ ອີກຢ່າງທີ່ສໍາຄັນທີ່ສຸດກໍຄື ການອ່ານລາຍ ( Line ) ໃນກຣີນກ່ອນພັດລົງຂຸມ ເຊິ່ງ ກຣີນ ເປັນບໍລິເວນທີ່ມີຫຍ້າລຽບທີ່ສຸດໃນສະໜາມ ແລະ ສໍາຄັນໃນການຕີກ໊ອຟດ້ວຍຄວາມນຸ່ມນວນ, ແມ່ນຢໍ້າ, ໂຄ້ງຊ້າຍ ແລະ ຂວາ ເພື່ອໃຫ້ລູກກ໊ອຟລົງຂຸມໄປຢ່າງສວຍໃນຊ໊ອດນັ້ນໆ.

ດັ່ງນີ້, ມື້ນີ້ ທີມຂ່າວເສດຖະກິດ-ການຄ້າ ໄດ້ຮ່ວມກັບ ສະໜາມກ໊ອຟ ລາວ ຄັນທຣີ ຄັບ ໄດ້ນໍາເອົາ 10 ເຄັດລັບຂອງ ຈິມ ໂບນສ໌ ແມັກເຄ ເຊິ່ງເປັນເຄັດດີ້ຂອງ ຟິລ ມິກເຄລສັນ ທີ່ເປັນອີກຄົນທີ່ຊ່ວຍ ມິກເຄລສັນ ປະສົບຜົນສໍາເລັດສູງໃນວົງການກີລາກ໊ອຟລະດັບໂລກ ໂດຍເຮົາໄປເບິ່ງຄໍາແນະນໍາຂອງ ແຄັດດີ້ ຄົນນີ້ນໍາກັນເລີຍ ເພື່ອເປັນອີກເຄັດລັບໃນເວລາທີ່ທ່ານຢູ່ໃນກຣີນຈະເລີ່ມແບບໃດຄື:
1.ລາຍທີ່ເຫັນຄັ້ງທໍາອິດຄືລາຍທີ່ດີທີ່ສຸດ: ແມັກເຄ ເລົ່າວ່າເລີ່ມເປັນແຄັດດີໃຫ້ກັບ ມິກເຄລສັນ ແຕ່ປີ 1992 ໃນ 9 ຂຸມທໍາອິດຂອງການແຂ່ງຂັນລະດັບມາສເຕີໃນປີນັ້ນມັນຕື່ນເຕົ້ນທີ່ສຸດ ໂດຍເກັບເບີດີ້ໃນຂຸມ 2, 3 ແລະ 5 ຈາກນັ້ນຕີລູກກ໊ອຟຂຶ້ນກຣີຫ່າງຈາກຂຸມ ເກືອບ 3 ແມັດທີ່ຂຸມ 6 ເຊິ່ງພວກເຮົາຖຽງກັນດົນພໍສົມຄວນເພາະຄວາມຄິດເຫັນບໍ່ກົງກັນ ໂດຍ ມິກເຄລສັນ ເຫັນວ່າເປັນລາຍຊ້າຍຂອບ,​ ສ່ວນຂ້ອຍເຫັນວ່າເປັນລາຍຂວາຂອບ ພໍຂ້ອຍເບິ່ງອີກຄັ້ງກໍຮູ້ສຶກບໍ່ແນ່ໃຈວ່ານີ້ເປັນຂໍ້ເສຍຢ່າງໜຶ່ງເວລາເບິ່ງລາຍພັດດົນເດີນໄປ ໂຊກດີທີ່ຂ້ອຍເຊືີ່ອການອ່ານລາຍຂອງຂ້ອຍໃນຕອນທໍາອິດ ສຸດທ້າຍລາວກໍຕັດສິນໃຈຕີຕາມຂ້ອຍ ແລະ ເຂົ້າກາງຂຸມໄດ້ສໍາເລັດ ນີ້ສອນໃຫ້ຮູ້ວ່າການອ່ານລາຍໃນກຣີນ ຈິ່ງເຊື່ອສັນຊາດຕະຍານທໍາອິດຂອງເຈົ້າຈະດີທີ່ສຸດ.
2.ໃຊ້ຕີນຊ່ວຍໃນການອ່ານລາຍ: ຂ້ອຍຈະຢືນຢູ່ເໜືອລູກຄືກັບວ່າເປັນຄົນຕີເອງ, ຂ້ອຍຮູ້ສຶກໄດ້ເຖິງຄວາມອຽງຂອງກຣີນບໍ່ແມ່ນສະເພາະດ້ວຍຕາ, ແຕ່ຍັງຮູ້ສຶກຈາກຕີນໄດ້ອີກດ້ວຍ ເມື່ອກົ້ມລົງເບິ່ງລູກ, ຂ້ອຍສາມາດບອກໄດ້ທັນທີວ່າຄ້ອຍຂອງກຣີນຢູ່ສູງ ຫຼື ຕໍ່າກວ່າຕີນຂອງຂ້ອຍ. ດັ່ງນັ້ນ ຈົ່ງຢ່າສະຫຼຸບດ້ວຍຕາພຽງຢ່າງດ່ຽວ.

3.ການຕີໄວບໍ່ໄດ້ເສຍຫາຍສະເໝີ: ມິກເຄລສັນ ມີຄຸນສົມບັດອີກຢ່າງໜຶ່ງຄືການບໍ່ລັງເລທີ່ຈະຕີລູກຕັດລາຍ ໂດຍການພັດໃຫ້ລູກກ໊ອຟກີ້ງໄປໄວ ເພາະຖ້າພາດກໍຖືວ່າເປັນເລື່ອງໃຫຍ່ ເໝືອນກັບລາຍການ ຢູເອັສພີຈີເອ 2005 ທີ່ຢູ່ໃນຄວາມກົດດັນ ເພາະການການຕັດສິນແຊັມ ເມື່ອ ມິກເຄລສັນ ຕີລູກຫ່າງຈາກຂຸມພຽງ 2 ຟຸດເທົ່ານັ້ນ ລາວອ່ານລາຍອາດຈະໄປທາງຂວາ ແຕ່ກົງກັນຂ້າມກັບຂ້ອຍ ຂ້ອຍຈິ່ງບອກລາວວ່າ ຢາກໃຫ້ຕີໄປຊື່ໆ ເພີ່ມຄວາມໄວເລັກໜ້ອຍ ແລະ ພັດໄປທີ່ກາງຂຸມ ລູກຈະລ້ຽວບໍ່ທັນ ເຊິ່ງໃນທີ່ສຸດລາວກໍເຮັດຕາມລູກເຂົ້າກາງຂຸມຕາມຄາດ ແລະ ໄດ້ແຊັມລະດັບເມເຈີລາຍການທີ່ 2 ໃນຕອນນັ້ນ.
4.ພັດທະນາວິທີການອ່ານລາຍຊໍ້າຄືນ: ເປັນສິ່ງຈໍາເປັນ ເພາະໄລຍະການພັດທີ່ຍາກທີ່ສຸດຄື ໄລຍະ 6 ຟຸດທີ່ມີຄ້ອຍເຊັ່ນ ລາຍເຄິ່ງລູກນອກຂອບຂຸມ ຫຼັງຈາກການອ່ານລາຍຈາກມູມປົກກະຕິ ແລະ ໄດ້ຕັດສິນໃຈໄປແລ້ວ ກໍຂໍໃຫ້ມາອ່ານລາຍຊໍ້າຄືນອີກ ເພື່ອໃຫ້ຖືກຕ້ອງຫຼາຍຂຶ້ນວ່າລູກຈະລ້ຽວອອກຊ້າຍ ຫຼື ຂວາ.
5.ອ່ານລາຍຈາກຫຍ້າຂອງກຣີນ: ສໍາລັບກຣີນທີ່ມີຫຍ້າພັນ ເບີມິວດາ ຈະເຮັດໃຫ້ລູກສະປີດຊ້າກວ່າເລັກໜ້ອຍ ແລະ ມີຫຍ້າແທງຫຼາຍກວ່າກຣີນຫຍ້າພັນ ເບນທ໌.
6.ຄົນພັດຕ້ອງໝັ່ນໃຈໃນລາຍທີ່ຈະພັດ: ເມື່ອຕອນ ມິກເຄລສັນ ຕ້ອງການໃຫ້ຊ່ວຍ, ຂ້ອຍພະຍາຍາມເຮັດໃຫ້ລາວເຊື່ອໃຫ້ໄດ້ຫຼາຍທີ່ສຸດ ຖ້າລາວບໍ່ເຫັນດີນໍາ ກໍຖອຍອອກມາ ແລະ ພະຍາຍາມເຮັດໃຫ້ລາວໝັ້ນໃຈຄວາມຄິດຂອງລາວ ຢ່າຄັດໃຈນັກກ໊ອຟ ເພາະຈະສົ່ງຜົນຕໍ່ການພັດ. ດັ່ງນັ້ນ ຈິ່ງເຮັດແນວໃດໃຫ້ລາວໝັ້ນໃຈຂຶ້ນ.

7.ມູມເບິ່ງທີ່ດີທີ່ສຸດຄື ທາງຫຼັງຂຸມ: ກ່ອນມາຮ່ວມງານກັບ ມິກເຄລສັນ ຂ້ອຍຮ່ວມງານໃຫ້ກັບ ແລຣີ ໄມຊ໌ 2 ປີມາກ່ອນແລ້ວ ເຊິ່ງຈຸດແຂງຂອງ ໄມຊ໌ ຄືລາວຈະອ່ານລາຍຈາກຫຼັງຂຸມກ່ອນກັບໄປທີ່ລູກ ຕີອີິກຄັ້ງ ນັ້ນເປັນສິ່ງທີ່ຂ້ອຍໄດ້ຈາກລາວ ແລະ ທຸກມື້ນີ້ຂ້ອຍກໍນໍາມາໃຊ້ ເພາະຈະເປັນໄລຍະທີ່ດີກວ່າ ແລະ ຊັດເຈນຂຶ້ນ ເພາະພື້ນທີ່ບໍລິເວນຂຸມນັ້ນສໍາຄັນຫຼາຍ ຖ້າພັດຜິດພາດເລັກໜ້ອຍ ກໍຈະສົ່ງຜົນຕໍໍ່ການເຄື່ອນທີ່ຂອງລູກກ໊ອຟ ເພາະເປັນໄລຍະທີ່ເລີ່ມເຄື່ອນທີ່ຊ້າໆ.
8.ສຶກສາສະພາບພູມມີປະເທດທ້ອງຖິ່ນ: ກ່ອນແຂ່ງຂັນຕ້ອງສຶກສາວ່າພູມມີປະເທດນັ້ນຄ້ອຍໄປທາງໃດ ຕົວຢ່າງໃນການແຂ່ງຂັນທີ່ສະຫະລັດອາເມຣິກາ ປີ 1994 ທີ່ພີຊີຊໍາເມີລິນ ມິກເຄລສັນ ເກັບຄະແນນໄດ້ 63 ເພາະລາວຮູ້ວ່າຄ້ອຍໃນກຣີນຈະໄປທາງໃດ ໂດຍສະເພາະສະໜາມພູເຂົາ ລູກຈະກີ້ງລົງຈາກສ່ວນທີ່ເປັນຍອດສູງ, ສ່ວນສະໜາມທີ່ບໍ່ມີຈຸດສັງກເຫດໃຫ້ເບິ່ງຄວາມສໍາຄັນກັບຈຸດນ້ອຍໆເຊັ່ນ: ອຸປະສັກນໍ້າ ເພາະເປັນທາງລະບາຍນໍ້າວ່າໄຫຼໄປທາງໃດ.
9.ເລີກໃຊ້ວິທີ plumb-bob ( ວິທີທີ່ຜູ້ຫຼິ້ນໃຊ້ເພື່ອຊ່ວຍໃນການກໍານົດລາຍພັດວ່າຈະຫັກມູມໄປທາງໃດ ): ເຊື່ອວ່າຫຼາຍຄົນເຄີຍໃຊ້ວິທີແບບນີ້ ແຕ່ມັນບໍ່ໄດ້ຮັບຄວາມນິຍົມໄປແລ້ວໃນຕອນນີ້ ເພາະມັນຊັບຊ້ອນ ຫຼື ບໍ່ກໍໃຊ້ບໍ່ໄດ້ຜົນ, ແຕ່ ໄທເກີ ວູດ ແລະ ມິກເຄລສັນ ບໍ່ເຄີຍເຊື່ອຖືວິທີນີ້.
10.ໃຫ້ຄວາມສໍາຄັນກັບການພັດເກັບ: ການພັດເກັບເປັນການຕີ ທີ່ຕ້ອງຄໍານືງ ເມື່ອເວລາເຈົ້າຢູ່ໃນກຣີນໄວ ແລະ ບໍ່ລຽບ ໃຫ້ລະວັງຢ່າພັດແຮງຈົນເກີນໄປ
ຄັດຈາກ: golferdigital.com