ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຕິດຕາມ ໂຄງການສຳຫລວດຊອກຄົ້ນ ແລະ ປຸງແຕ່ງ ແຮ່ເຫລັກ (ແບບທົດລອງ) ຢູ່ເມືອງບົວລະພາ

564

ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງ ການເງິນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະຢ້ຽມຢາມ ແລະ ຕິດຕາມ ໂຄງການ ສຳຫລວດ ຊອກຄົ້ນ ແລະ ປຸງແຕ່ງ ແຮ່ເຫລັກ (ແບບທົດລອງ) ຢູ່ບ້ານ ປ່າກ້ວຍ ເມືອງບົວລະພາ ແຂວງຄຳມ່ວນໃນອາທິດຜ່ານມາ.

ໃຫ້ການຕ້ອນຮັບໃນຄັ້ງນີ້ ໂດຍທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງ ແຂວງຄຳມ່ວນ ພ້ອມດ້ວຍການນຳທີ່ກ່ຽວຂ້ອງພາຍໃນແຂວງ ແລະ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງ ເມືອງບົວລະພາ ພ້ອມດ້ວຍການນຳພາຍໃນເມືອງ ແລະ ຕາງໜ້າບໍລິສັດ ຕະຫລອດຮອດວິຊາການທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ຢ່າງພ້ອມພຽງ.


ໃນການເຄື່ອນໄຫວ ຄັ້ງນີ້ ຕ່າງໜ້າ ບໍລິສັດ ພົງຊັບທະວີ ທຣີບີ ຈຳກັດຜູ້ດຽວເຊິ່ງເປັນບໍລິສັດທີ່ໄດ້ຮັບໂຄງການສຳຫລວດຊອກຄົ້ນ ແລະ ປຸງແຕ່ງ ແຮ່ເຫລັກ (ແບບທົດລອງ)ເພື່ອ ຈຳໜ່າຍ ພາຍໃນ ແລະ ສົ່ງອອກຕ່າງປະເທດ ໄດ້ລາຍງານສະພາບລວມໃນການ ຈັດຕັ້ງປະຕິບັດໃນເບື້ອງຕົ້ນ. ຈາກນັ້ນ ຄະນະວິຊາການ ທີ່ຮັບຜິດຊອບກໍ່ໄດ້ອະທິບາຍຕື່ມ ກ່ຽວກັບ ແຜນຝັງ ແລະ ຈຸດຕ່າງໆ ໃນການຂຸດຄົ້ນໃນຄັ້ງນີ້ ຈາກນັ້ນ ກໍໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ເພື່ອເຮັດໃຫ້ ວຽກງານການຂຸດຄົ້ນໃນຄັ້ງນີ້ ໄດ້ຮັບຜົນຕາມລະດັບຄາດໝາຍທີ່ວາງໄວ້.


ໃນໂອກາດທີ່ໄດ້ ເຄື່ອນໄຫວຢ້ຽມຢາມການຂຸດຄົ້ນບໍ່ເຫລັກໃນຄັ້ງນີ້ ທ່ານ ຮອງລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວ ຕິດຕາມ ຈຸດຂຸດຄົ້ນຕ່າງໆ ພາຍໃນບໍລິເວນ ທີ່ທາງບໍລິສັດ ໄດ້ຂຸດຄົ້ນ. ຫລັງຈາກນັ້ນ ກໍໄດ້ ເຄື່ອນໄຫວ ຢ້ຽມຊົມ ສະຖານທີ່ທ່ອງທ່ຽວ ຖ້ຳນ້ຳລອດເຊບັ້ງໄຟ ແລະ ເຮືອນພັກ ທ່ານ ໜູຮັກ ພູມສະຫວັນ ຢູ່ທີ່ ບ້ານໜອງປີງ ເມືອງບົວລະພາ ແຂວງ ຄຳມ່ວນ ນຳອີກດ້ວຍ.

ຂ່າວ: ທ. ບຸນປະພາດ