ສະຫະລັດ ອາເມຣິກາ ຊ່ວຍເຫຼືອດ້ານສະບຽງອາຫານໃຫ້ແກ່ນັກຮຽນ

419

ສປປ ລາວ ໄດ້ຮັບການຊ່ວຍເຫຼືອດ້ານສະບຽງອາຫານ (ເຂົ້າທີ່ເສີມວິຕາມິນ ແລະ ທາດບໍາລຸງ) ຈາກ ສະຫະລັດອາເມຣິກາ ເພື່ອຊ່ວຍເຕີມເຕັມຄຸນນະພາບຊີວິດ ໃຫ້ແກ່ເດັກນ້ອຍໃນໂຮງຮຽນຊັ້ນປະຖົມ ຈໍານວນ 63.000 ຄົນ ໃນທົ່ວ ສປປ ລາວ.


ພິທີມອບ-ຮັບໄດ້ຈັດຂຶ້ນໃນວັນທີ 30 ພະຈິກ ທີ່ສາງຂອງອົງການອາຫານໂລກ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ດຣ. ປີເຕີ ເອັມ. ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.

ນັບຕັ້ງແຕ່ ປີ 2008, ໂຄງການ ແມັກກາວັນ ອາຫານ ເພື່ອການສຶກສາ ແລະ ໂພຊະນາການຂອງເດັກນ້ອຍ ຂອງລັດຖະບານ ປະເທດອາເມຣິກາ ທີ່ໄດ້ຮັບການບໍລິຫານໂດຍ ກະຊວງ ກະສິກໍາ ແຫ່ງປະເທດອາເມລິການ ໄດ້ໃຫ້ການຊ່ວຍເຫຼືອ ແກ່ໂຄງການອາຫານໃນໂຮງຮຽນຂອງອົງການອາຫານໂລກ ໃນປະເທດລາວຕະຫຼອດມາ, ໂດຍການປະກອບສ່ວນທັງໝົດປະມານ 85 ລ້ານ ໂດລາສະຫະລັດອາເມລິກາ.

ການຊ່ວຍເຫຼືອໃນຄັ້ງນີ້ ລວມມີ ເຂົ້າທີ່ເສີມວິຕາມິນ ແລະ ທາດບໍາລຸງ ຈໍານວນ 1.300 ໂຕນ, ໝາກຖົ່ວເລນເທວ ຈໍານວນ 230 ໂຕນ, ປາກະປ໋ອງ ຈໍານວນ 130 ໂຕນ ແລະ ນໍ້າມັນທີ່ມີທາດບໍາລຸງສໍາລັບປຸງແຕ່ງອາຫານ ຈໍານວນ 110 ໂຕນ. ບັນດາອາຫານເຫຼົ່ານີ້ ຈະໄດ້ຖືກນໍາໃຊ້ເຂົ້າໃນການປຸງແຕ່ງອາຫານທ່ຽງໃນໂຮງຮຽນ ສໍາລັບ ນັກຮຽນໂຮງຮຽນຊັ້ນປະຖົມ ໃນ 718 ແຫ່ງ ໃນ 18 ເມືອງບູລີມະສິດ ທີ່ໄດ້ຮັບການຄັດເລືອກ ຈາກ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ເອກອັກຄະລັດຖະທູດ ອາເມຣິກາ ກ່າວວ່າ: “ຜົນສໍາເລັດຂອງໂຄງການອາຫານໃນໂຮງຮຽນແມ່ນເປັນຫຼັກຖານທີ່ຊັດເຈນ. ໃນສອງສາມອາທິດທີ່ຜ່ານມາ ອົງການອາຫານໄດ້ມອບຮັບບັນດາໂຮງຮຽນ ທີ່ຢູ່ພາຍໃຕ້ໂຄງການອາຫານໃນໂຮງຮຽນທີ່ໄດ້ຮັບການຊ່ວຍເຫຼືອຈາກ ປະເທດສະຫະລັດອາເມຣິກາໃນເມື່ອກ່ອນ ໃຫ້ແກ່ ກະຊວງ ສຶກສາທິການ ແລະ ກິລາ. ພວກເຮົາໝັ້ນໃຈວ່າ ໂຄງການນີ້ແມ່ນສົ່ງເສີມການວຽກງານສາທາລະນະສຸກ ແລະ ການສຶກສາ ໃຫ້ແກ່ເດັກນ້ອຍລາວ,”