ທ່ານຮອງນາຍົກ ໂອ້ລົມໃນກອງປະຊຸມສະຫຼຸບການປະຕິບັດແຜນວຽກງານກີລາ 5 ປີ-ແຜນ 5 ປີຕໍ່ໜ້າ

686

ໃນຕອນເຊົ້າຂອງວັນທີ 29 ພະຈິກ 2021 ທີ່ຫ້ອງປະຊຸມຊົ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກີລາ ໄດ້ມີພິທີເປິດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກໍາທົ່ວປະເທດປະຈໍາສົກປີ 2016-2020 ແລະ ແຜນພັດທະນາ 5 ປີ ( 2021-2025 ), ແຜນຈຸດສົມ ປະຈໍາສົກປີ 2021-2022 ລະຫວ່າງວັນທີ 29-30 ພະຈິກ 2021 (ແບບທາງໄກ) ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສຈ ປອ. ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ (ຄອລ) ພ້ອມຕາງໜ້າສະຫະພັນກີລາຕ່າງໆ, ສະຫະພັນກີລາຈາກແຕ່ລະແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ວ່າ:ຂ້າພະເຈົ້າໃນນາມຕາງໜ້າໃຫ້ຄະນະນຳກະຊວງສຶກສາທິການ ແລະ ກິລາ ແລະ ຄະນະປະທານກອງປະຊຸມ ຂໍສະແດງຄວາມຍິນດີຕ້ອນຮັບ ແລະ ຂໍ່ານັບຊົມເຊີຍບັນດາທ່ານແຂກທີ່ມີກຽດ, ອະດີດ ການນໍາຂັ້ນສູງ, ຜູ້ແທນກອງປະຊຸມທີ່ມາຈາກສູນກາງ ແລະ ທ້ອງຖິ່ນ, ການນໍາຂັ້ນແຂວງ, ນະຄອນຫຼວງ, ອົງການຈັດຕັ້ງກິລາ-ກາຍຍະກຳທາງສັງຄົມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ທີ່ໃຫ້ການຮ່ວມມື ແລະ ເສຍສະຫຼະເວລາອັນມີຄຸນຄ່າ ເຂົ້າມາຮ່ວມກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຄັ້ງນີ້.

ກອງປະຊຸມຄັ້ງນີ້ ມີຈຸດປະສົງ ເພື່ອສະຫຼຸບຕີລາຄາຜົນສໍາເລັດການຈັດຕັ້ງປະຕິບັດວຽກງານກິລາ-ກາຍຍະກຳໃນທົ່ວປະເທດ 5 ປີຜ່ານມາ (2016-2020) ແລະ ກໍານົດແຜນການພັດທະນາວຽກງານກິລາ-ກາຍຍະກຳໃນ 5 ປີ (2021-2025) ແລະ ແຜນວຽກຈຸດສຸມ ປະຈໍາສົກປີ 2021-2022. ໃນເບື້ອງຕົ້ນ ໄດ້ມີແຜນການຈັດຕັ້ງກອງປະຊຸມດັ່ງກ່າວໃນທ້າຍເດືອນ ສິງຫາ 2021 ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ກອງປະຊຸມ ໄດ້ເລື່ອນມາຈັດໃນທ້າຍເດືອນພະຈິກນີ້.

ອີກເທື່ອໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບກອງປະຊຸມ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງທັງຂັ້ນສູນກາງ ແລະ ທ້ອງຖິ່ນ ທີ່ໄດ້ພ້ອມກັນກະກຽມຄວາມພ້ອມໃນທຸກດ້ານ ເພື່ອເຮັດໃຫ້ກອງປະຊຸມຄັ້ງໃນ ໄດ້ຈັດຂຶ້ນຕາມກຳນົດເວລາທີ່ວາງໄວ້.

ຮຽນບັນດາ ທ່ານ ທີ່ນັບຖືພັກ ແລະ ລັດຖະບານ ຖືເອົາການພັດທະນາວຽກງານກິລາ-ກາຍຍະກຳ ເປັນບຸລິມະສິດໜຶ່ງທີ່ສຳຄັນໃນການພັດທະນາຊັບພະຍາກອນມະນຸດດ້ານສຸຂະພາບ ດ້ານຮ່າງກາຍ ແລະ ຈິດໃຈ, ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍດ້ານສາທາລະນະສຸກຂອງຊາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມ. ນອກຈາກການສ້າງສຸຂະພາບຂອງປະຊາຊົນບັນດາເຜົ່າແລ້ວ, ກິລາ-ກາຍຍະກຳຍັງເປັນສື່ການທູດກັບບັນດາປະເທດຕ່າງໆ ເພື່ອຍາດແຍ່ງການຊ່ວຍເຫຼືອ ແລະ ເປັນວຽກງານທີ່ນຳກຽດ ແລະ ຊື່ສຽງມາສູ່ປະເທດຊາດ.

ການຈັດຕັ້ງປະຕິບັດວຽກງານການພັດທະນາກິລາ-ກາຍຍະກຳ ແມ່ນໜຶ່ງໃນວຽກທີ່ໄດ້ກຳນົດໃນວິໄສທັດຮອດປີ 2030 ແລະ ແຜນພັດທະນາຂະແໜງການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX (2021-2025).

ໃນໄລຍະ 5 ປີ ຜ່ານມາ (2016-2020) ການຈັດຕັ້ງປະຕິບັດວຽກງານກິລາ-ກາຍຍະກຳ ແມ່ນໄດ້ເລັ່ງໃສ່ໃນການພັດທະນາຕາມ 02 ຍຸດທະສາດ “ສົ່ງເສີມວຽກງານກິລາ-ກາຍຍະກຳມວນຊົນໃຫ້ກວ້າງຂວາງ” ແລະ “ສົ່ງເສີມກີລາ-ກາຍຍະກຳອາຊີບໃຫ້ມີຄວາມເຂັ້ມແຂງ” ທີ່ກໍານົດໄວ້ໃນແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII (2016-2020) ໂດຍສູ້ຊົນໃຫ້ບັນລຸຈໍານວນ 16 ຄາດໝາຍ ແລະ ປະຕິບັດຕາມ 27 ວຽກຈຸດສຸມ ແລະ 68 ຕົວຊີ້ບອກ ແລະ ໄດ້ສືບຕໍ່ປະຕິບັດມະຕິຂອງກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດແຜນຍຸດທະສາດພັດທະນາກິລາ-ກາຍຍະກຳ ທົ່ວປະເທດ ເຄີ່ງສະໄໝ (2016-2018) ແລະ ທິດທາງແຜນການໃນຕໍ່ໜ້າ (2018-2020).

ຜ່ານການຈັດຕັ້ງປະຕິບັດວຽກງານກິລາ-ກາຍຍະກຳໃນ 5 ປີຜ່ານມາ, ຕີລາຄາລວມໄດ້ວ່າ ການພັດທະນາວຽກງານກິລາ-ກາຍຍະກຳໃນ ສປປ ລາວ ແມ່ນຢູ່ໃນບາດກ້າວການພັດທະນາ ສະແດງອອກໃຫ້ເຫັນການຈັດຕັ້ງປະຕິບັດສາມາດບັນລຸໄດ້ໃນຫຼາຍຄາດໝາຍທີ່ກຳນົດໄວ້ໃນແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII (2016-2020) ແຕ່ຖ້າທຽບໃສ່ການພັດທະນາວຽກງານກິລາ-ກາຍຍະກຳ ໃນບັນດາປະເທດເພື່ອນມິດ, ປະເທດໃກ້ຄຽງ ໂດຍສະເພາະໃນອະນຸພາກພື້ນ ແມ່ນເຫັນວ່າຢູ່ໃນຈັງຫວະທີ່ຊ້າກວ່າ ເນື່ອງຈາກ ຫຼາຍສາເຫດປັດໃຈທັງພາຍໃນ ແລະ ພາຍນອກທີ່ກອງປະຊຸມພວກເຮົາຈະໄດ້ພ້ອມກັນສົນທະນາແລກປ່ຽນຄຳເຫັນ ເພື່ອຊອກຫາທິດທາງແກ້ໄຂໃນຕໍ່ໜ້າບົນຈິດໃຈຫັນປ່ຽນຢ່າງແຂງແຮງ.

ດັ່ງນັ້້ນ, ກອງປະຊຸມໃນຄັ້ງນີ້ ຜູ້ແທນກອງປະຊຸມຈະໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດວຽກງານກິລາ-ກາຍຍະກຳທົ່ວປະເທດ 5 ປີຜ່ານມາ (2016-2020) ແລະ ແຜນພັດທະນາວຽກງານກິລາ-ກາຍຍະກຳ 5 ປີ ໃນຕໍ່ໜ້າ(2021-2025) ພ້ອມທັງແຜນວຽກຈຸດສຸມສົກປີ 2021-2022 ຂອງກົມກິລາລະດັບສູງ ແລະ ກົມມວນຊົນ, ພະລະ ແລະ ສີລະປະສຶກສາ, ພ້ອມກັນນັ້ນ ກອງປະຊຸມຈະໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດວຽກງານຂອງ ຄະນະກຳມະການພາລາແລມປິກແຫ່ງຊາດລາວ, ຄະນະກຳມະການໂອແລມປິກແຫ່ງຊາດລາວ, ສະຫະພັນກິລາມະຫາວິທະຍາໄລລາວ, ສະຫະພັນກິລາແຫ່ງຊາດ, ການເຄື່ອນໄຫວວຽກງານກິລາ-ກາຍຍະກຳຂອງພະແນກສຶກສາທິການ ແລະ ກິລາແຂວງ, ການກະກຽມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ແລະ ການກະກຽມງານມະຫະກຳກິລານັກຮຽນມັດທະຍົມທົ່ວປະເທດຄັ້ງທີ 7 ທີ່ແຂວງສາລະວັນ, ພິເສດໃນກອງປະຊຸມຄັ້ງນີ້ ຈະໄດ້ຮັບກຽດຢ່າງສູງຮັບຟັງການຊີ້ນຳໂອ້ລົມຈາກທ່ານ ສຈ ປອ. ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ຜູ້ຊີ້ນໍາວຽກງານວັດທະນະທຳ ແລະ ສັງຄົມ ທີ່ທ່ານຈະໃຫ້ກຽດໂອ້ລົມຕໍ່ກອງປະຊຸມໃນຕອນບ່າຍຂອງມື້ນີ້.

ສ່ວນພາກແລງ ທ່ານ ສຈ ປອ. ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໂອ້ລົມຕໍ່ກອງປະຊຸມຜ່ານວີດີໂອວ່າ: ມື້ນີ້ ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ມີໂອກາດຕາງໜ້າ ໃຫ້ລັດຖະບານ, ມາຮ່ວມເປັນກຽດ ແລະ ມີຄຳເຫັນຕໍ່ກອງປະຊຸມສະຫຼຸບວຽກງານກິລາ ກາຍຍະກໍາ 5 ປີ (2016-2020), ແຜນພັດທະນາກິລາ-ກາຍຍະກຳ 5 ປີ (2021-2025) ແລະ ແຜນວຽກຈຸດສຸມ ປີ 2021-2022 ຄັ້ງນີ້.

ຜ່ານການຮັບຟັງການລາຍງານຈາກຄະນະຮັບຜິດຊອບກອງປະຊຸມ ໄດ້ສະແດງໃຫ້ເຫັນ ເຖິງຜົນສຳເລັດຫຼາຍດ້ານ ໃນວຽກງານພັດທະນາກິລາ-ກາຍຍະກຳ 5 ປີຜ່ານມາ, ການ ພັດທະນາກິລາ-ກາຍຍະກຳ ເປັນວຽກໜຶ່ງທີ່ສຳຄັນໃນສັງຄົມ ຊຶ່ງເຮັດໜ້າທີ່ປະກອບສ່ວນທີ່ ສໍາຄັນໃນການພັດທະນາຊັບພະຍາກອນມະນຸດທາງດ້ານສຸຂະພາບ, ເຮັດໃຫ້ປະຊາຊົນລາວມີ ສຸຂະພາບແຂງແຮງທັງຮ່າງກາຍ, ຈິດໃຈ ແລະ ມີນໍ້າໃຈກິລາທີ່ຜ່ອງໄສ, ພ້ອມກັນນັ້ນ ກິລາ ກາຍຍະກຳ ໄດ້ສ້າງສະຕິຊາດ, ຍົກຖານະບົດບາດ ແລະ ກຽດຊື່ສຽງຂອງຊາດ ແລະ ປະກອບສ່ວນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເພີ່ມທະວີຄວາມ ສາມັກຄີມິດຕະພາບກັບບັນດາປະເທດໃນອານຸພາກພື້ນ, ພາກພື້ນ ແລະ ສາກົນ.

ຂະບວນການເຄື່ອນໄຫວອອກກຳລັງກາຍ ແລະ ຫຼີ້ນກິລາ ໄດ້ຂະຫຍາຍຕົວຢ່າງ ກວ້າງຂວາງທັງປະລິມານ ແລະ ຄຸນນະພາບ ແຕ່ສູນກາງລົງຮອດທ້ອງຖິ່ນ ຊຶ່ງເປັນຂົວຕໍ່ທີ່ ສຳຄັນ ເພື່ອສ້າງໃຫ້ຄົນເຮົາເປັນຜູ້ມີຄວາມອົດທົນ, ເຂັ້ມແຂງ, ມີຄວາມເສຍສະຫຼະ, ມີ ລະບຽບວິໄນ, ມີນ້ຳໃຈຮັກຊາດ, ສ້າງບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ແກ້ໄຂປາກົດການ ຫຍໍ້ທໍ້ໃນສັງຄົມ. ການພັດທະນາກິລາ-ກາຍຍະກຳ ໃນໄລຍະຜ່ານມາສາມາດຍາດໄດ້ຜົນງານ ຕ່າງໆ ໃນການເຂົ້າຮ່ວມແຂ່ງຂັນກິລາໃນລະດັບອານຸພາກພື້ນ, ພາກພື້ນ ແລະ ສາກົນ ເຊັ່ນ: ການເຂົ້າຮ່ວມແຂ່ງຂັນກິລາລະດັບໂລກ, ຊີເກມ, ເອຊຽນເກມ ແລະ ການແຂ່ງຂັນກິລາລະດັບ ນອກຈາກນັ້ນຍັງໄດ້ຮັບການມອບໝາຍ ຊາດອື່ນໆ ທີ່ສາມາດຍາດໄດ້ຫຼຽນລາງວັນຫຼາຍລະດັບ. ນອກ ຈາກອົງການຈັດຕັ້ງກິລາສາກົນ ໃຫ້ເປັນເຈົ້າພາບຈັດການແຂ່ງຂັນ ຫຼາຍປະເພດກິລາ ໃນລະດັບ ອານຸພາກພື້ນ, ພາກພື້ນ ແລະ ສາກົນ ຊຶ່ງເປັນຜົນງານອັນພົ້ນເດັ່ນ ທີ່ໄດ້ສ້າງກຽດຊື່ສຽງມາໃຫ້ ປວງຊົນຄົນລາວທັງຊາດ ຢ່າງໜ້າພາກພູມໃຈ ໃນນາມຕາງໜ້າໃຫ້ກັບລັດຖະບານ ຂໍຊົມເຊີຍຕໍ່ ຜົນສໍາເລັດດັ່ງກ່າວ ຢ່າງສຸດໃຈ. ( ຂໍຊົມເຊີຍ )