ເຕັກນິກການຫຼິ້ນກ໊ອຟ: ເທັກນິກການຕີໄກໃຫ້ຊື່ຕົງຈາກນັກກ໊ອຟລະດັບໂລກ ບຣູກສ໌ ເຄບກາ

474

ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍ້າ ເຕັກນິກການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ເຕັກນິກການຫຼິ້ນກ໊ອຟກ໊ອຟໃນຮູບແບບຕ່າງໆໄປນໍາກັນ ໃນແຕ່ລະອາທິດ.

ເຊິ່ງມື້ນີ້ມາຕໍ່ກັນທີ່ເຄັບລັບການຕີໄກ ແລະ ຕົງຂອງ ບຣູກສ໌ ເຄບກາ ( brooks Koepka ) ອະດີດນັກກ໊ອຟມື 1 ຂອງໂລກຊາວອາເມຣິກາໃນປີ 2018 ເປັນອີກໜຶ່ງນັກກ໊ອຟທີ່ຕີໄດ້ໄກທີ່ສຸດ ແລະ ສ້າງປະຫວັດສາດເປັນກ໊ອຟຄົນທໍາອິດຂອງໂລກທີ່ຄວ້າແຊັມ ຢູເອັສ ໂອເພັນ ໄດ້ 2 ປີຕິດຕໍ່ກັນ 2017 ກັບ 2018 ແລະ ຄວ້າແຊັມ PGA ແຊັມປ້ຽນຊິບ 2018 ກັບ 2019. ດັ່ງນັ້ນ ມື້ນີ້ຈິ່ງພາເອົາເຕັກນິກການຕີໄກ ແລະ ຕົງຂອງນັກກ໊ອຟຄົນນີ້ມາແນະນໍາ ໂດຍເປັນການຂຽນຂອງ ບຣູກສ໌ ເຄບກາ ດັ່ງນີ້:

ບຣູກສ໌ ເຄບກາ ເປີດເຜີຍວ່າ: ເຕັກນິກການຕີໄກໃຫ້ຕົງຂອງຂ້ອຍແມ່ນການ ຢືນເປີດ ຂຶ້ນໄມ້ກ້ວາງ ແລະ ສູງ ກ່ອນສະວິງລົງໄມ້ດ້ວຍຂໍ້ມືຊ້າຍທີ່ໂຄ້ງຄື ເຮັດໃຫ້ຂໍ້ມືຊ້າຍມີລັກສະນະໂຄ້ງຄືທີ່ມາຂອງພະລັງ ແລະ ຊ່ວຍຄວາມແມ່ນໃຫ້ກັບຂ້ອຍອີກດ້ວຍ ຈາກການຫຼຸດການມຸນໜ້າໄມ້ ເພື່ອໃຫ້ລູກພຸ່ງອອກຕົງໆ, ສ່ວນອີກເຕັກນິກຂອງຂ້ອຍໃນການຕີລູກໃຫ້ລ້ຽວເລັກໜ້ອຍຈາກຊ້າຍໄປຂວາຄືການ ຢືນເປີດທຽບກັບເປົ້າໝາຍ ຫຼຸດການມຸນຂອງໄມ້ທັງຕອນຂຶ້ນ ແລະ ລົງ ແຕ່ໝຸນຕົວໃຫ້ຫຼາຍຂຶ້ນ, ຕອນຈົບສະວິງຂ້ອຍຕ້້ອງການໃຫ້ໜ້າເອີກມີມູມ 45 ອົງສາໄປທາງຊ້າຍຂອງເປົ້າໝາຍ.

ເຊິ່ງລາຍລະອຽດສາຄັນຄື: ຂ້ອຍສະວິງຂຶ້ນດ້ວຍການມຸນຫຼາຍກວ່າຕອນສະວິງລົງ ສໍາລັບຄົນທີ່ສະປີດບໍ່ໄວ, ການຂຶ້ນໄມ້ສູງ ແລະ ມີວົງກວ້າງຈະຊ່ວຍສ້າງແຮງງ້າງ ແລະ ເພີ່ມພະລັງໃນການຕີ, ຕອນລົງໄມ້ຈະສະວິງດ້ວຍການໝຸນທີ່ຕີນ ພ້ອມການເຄື່ອນສະໂພກໄປທາງເປົ້າໝາຍ ເຊິ່ງຂ້ອຍຍັງຂຶ້ນໄມ້ດ້ວຍຂໍ້ມືຊ້າຍທີ່ໂຄ້ງ ແລະ ຮັກສາໃຫ້ມັນໂຄ້ງຕະຫຼອດການສະວິດ ແນ່ນອນການໂຄ້ງຂໍ້ມືຊ້າຍຈະຊ່ວຍບໍ່ໃຫ້ໜ້າໄມ້ເປີດ ຂ້ອຍຈິ່ງບໍ່ຕ້ອງກັນວົນເລື່ອງຕ້ອງມຸນໜ້າໄມ້ຄືນໃຫ້ຖືກຈັງຫວະ ແລະ ເວລາ, ສ່ວນມືຂວາຈັບຕາມທໍາມະຊາດການຕີກ໊ອຟ ເຊິ່ງຜົນທີ່ໄດ້ຄືການຕີຂອງຂ້ອຍຈະແມ່ນຢໍາ ຖ້າຫາກສາມາດຮັກສາຂໍ້ມືໂຄ້ງໄປຈົນເຖິງຕອນໄມ້ສໍາຜັດກັບລູກກ໊ອຟ ຈາກໜ້າໄມ້ທີ່ປິດມາຈົນໜ້າໄມ້ເປີດເລັກໜ້ອຍຕອນປະທະລູກກ໊ອຟ.

ອີກປະການຄືຢ່າໂຟກັສແຕ່ການເຮັດວຽກຂອງມືຂວາ ທ່ານຕ້ອງໝຸນຕົວດ້ວຍ ຍິ່ງໝຸນຕົວຫຼາຍຜົນງານຍິງດີ ການສະວິງລົງດ້ວຍຂໍ້ມືຊ້າຍທີ່ໂຄ້ງ ໝາຍເຖິງຝາມືຂາຈະຊື້ລົງພື້ນຕໍ່ມາຂະນະທີ່ໄມ້ກໍາລັງປະທະລູກ ທ່ານຕ້ອງໃຫ້ຂໍ້ມືຂວາປົດປ່ອຍ ເໝືອເຮົາກໍາລັງຖີ້ມເສດຫີນຈາກຂ້າງລໍາຕົວໃຫ້ສະແລບໜ້ານໍ້າ ທ່ານີ້ຈະເຮັດໃຫ້ໜ້າໄມ້ເປີດພຽງພໍສໍາລັບການສ້າງສະປີນໃຫ້ກັບລູກ ແລະ ຊ່ວຍເພີ່ມຄວາມໄວຂອງຫົວໄມ້.

ບຣູກສ໌ ເຄບກາ ແນະນໍາໃນບົດຂຽນຊໍ້າທ້າຍວ່າ: ແນ່ນອນຖ້າຫາກທ່ານຕີໄດ້ຄືກັບຂ້ອຍ ເຖິງມີຫຼາຍຢ່າງທີ່ຕ້ອງປັບ ແຕ່ຂໍ້ດີມັນຄື ທ່ານຈະຝຶກສ່ວນໃດກໍລ້ວນແຕ່ໃຫ້ຜົນດີຕໍ່ສຸຂະພາບ ເຊິ່ງສະຖິຕິຂ້ອຍຕີເຫຼັກ 7 ໄດ້ໄກ 215 ຫຼາ ມັນທັງໄກ ແລະ ຕົງ ເຊິ່ງທ່ານກໍສາມາດເຮັດໄດ້ເຊັ່ນກັນ.
ຄັດຈາກ: GolfDigestThailand