“ມັນດ້າງ” ກັບປະໂຫຍດດີໆ ຕໍ່ຮ່າງກາຍ ຕ້ານມະເຮັງ-ຫຼຸດນ້ຳຕານໃນເລືອດ

844

ມັນດ້າງ ເປັນພືດຕະກູນຫົວທີ່ມີຫຼາກຫຼາຍສີ ທັງສີຂາວ, ສີເຫຼືອງ, ສີສົ້ມ ຫຼື ທີ່ຫຼາຍຄົນຄຸ້ນຕາແນ່ກໍຈະເປັນມັນດ້າງສີມ່ວງ ຈັດເປັນອີກໜຶ່ງພືດຫົວທີ່ໄດ້ຮັບຄວາມນິຍົມໃນເລື່ອງຂອງລົດຊາດ ເພາະມັນດ້າງມີລົດສຳຜັດທີ່ຫວານ ນຸ້ມ ນຳເອົາມາປຸງໄດ້ທັງເມນູຄາວ ແລະ ຫວານ ຫຼື ຈະຕົ້ມກິນແບບສຸກ ຫຼື ແບບຈ້ຳນ້ຳຕານກໍແຊບເຊັ່ນກັນ ແຕ່ນອກຈາກຄວາມແຊບແລ້ວ ມັນດ້າງກໍຍັງເປັນພືດທີ່ມີປະໂຫຍດທາງໂພຊະນາການຢ່າງທີ່ທ່ານບໍ່ຄວນເບິ່ງຂ້າມກັນເລີຍ ເຊິ່ງມື້ນີ້ເຮົາຈະພາມາຮູ້ຈັກກັບປະໂຫຍດດີໆ ຂອງການກິນມັນດ້າງກັນ.

ສານອາຫານໃນ “ມັນດ້າງ”

ມັນດ້າງອຸດົມໄປດ້ວຍສານອາຫານທີ່ສຳຄັັນຫຼາຍຊະນິດ ໂດຍສະເພາະສານອາຫານຈຳພວກໄຟເບີ ແລະ ວິຕາມິນ ໃນມັນດ້າງມີວິຕາມິນຫຼາກຫຼາຍໄດ້ແກ່: ວິຕາມິນເອ, ວິຕາມິນຊີ, ວິຕາມິນບີ5, ວິຕາມິນບີ6, ວິຕາມິນອີ.

ຫຼາຍໄປກວ່າຫັນ ທ່ານຍັງຈະໄດ້ແຮ່ທາດທີ່ມີປະໂຫຍດ ຊ່ວຍໃນການບຳລຸງຮ່າງກາຍອີກຫຼາຍຊະນິດ ໂດຍສະເພາະແຮ່ທາດດັ່ງຕໍ່່ໄປນີ້: ໂພແທສຊຽມ, ແມງການີສ, ທອງແດງ, ໄນອາຊິນ (Niacin), ສານຕ້ານອະນຸມູນອິດສະຫຼະ.

ນອກຈາກນີ້ມັນດ້າງຍັງເປັນພືດໄຂມັນໜ້ອຍເຖິງໜ້ອຍຫຼາຍ ໂດຍມັນດ້າງດິບ 100 ກຣາມ ຈະມີປະລິມານໄຂມັນຢູ່ພຽງແຕ່ 0,1 ກຣາມເທົ່ານັ້ນ.

ປະໂຫຍດຂອງ “ມັນດ້າງ”

ບຳລຸງສາຍຕາ

ມັນດ້າງມີສານເບຕ້າແຄໂຣທີນ ເຊິ່ງເປັນກຸ່ມສານຕ້ານອະນຸມູນອິດສະຫຼະທີ່ພົບໄດ້ໃນຜັກ ແລະ ໝາກໄມ້ທີ່ມີສີເລືອງ ເມື່ອເຂົ້າສູ່ຮ່າງກາຍແລ້ວ ສານເບຕ້າແຄໂຣທີນຈະແປປ່ຽນເປັນວິຕາມິນເອ ເຊິ່ງເປັນສານອາຫານສຳຄັນທີ່ຊ່ວຍບຳລຸງສາຍຕາ ກະຕຸ້ນການເຮັດວຽກຂອງຕົວຮັບແສງໃນດວງຕາ ແລະ ຍັງມີແອນໂທໄຊຍານິນ (Anthocyanin) ທີ່ຊ່ວຍຫຼຸດຄວາມເສຍຫາຍຂອງເຊວຢູ່ທີ່ດວງຕາອີກດ້ວຍ.

ຕ້ານມະເຮັງ

ມັນດ້າງອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ໜຶ່ງໃນນັ້ນຄືແຄໂຣທີນອຍ (Carotenoid) ເຊິ່ງຈາກຜົນວິໄຈພົບວ່າ ການຮັບປະທານອາຫານທີ່ມີສານແຄໂຣທີນອນ ມີສ່ວນຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງໄດ້ ຫຼື ຖ້າຫາກເປັນມັນດ້າງສີມ່ວງຈະມີແອນໂທໄຊຍານິນ ທີ່ມີສ່ວນຫຼຸດໂອກາດໃນການເປັນມະເຮັງລຳໄສ້ໃຫຍ່ ຫຼື ມະເຮັງທະວານໜັກ.

ດີຕໍ່ລຳໄສ້

ມັນດ້າງມີໄຟເບີ້ 2 ຊະນິດໄດ້ແກ່: ໄຟເບີ້ຊະນິດລະລາຍນ້ຳໄດ້ ແລະ ໄຟເບີ້ຊະນິດທີ່ລະລາຍນ້ຳບໍ່ໄດ້ ໂດຍໄຟເບີ້ແບບລະລາຍນ້ຳໄດ້ຈະເຂົ້າໄປດູດຊັບນ້ຳໃນລະບົບທາງເດີນອາຫານ ແລະ ເຮັດໃຫ້ອາຈົມອ່ອນຕົວລົງ ປ້ອງກັນອາການທ້ອງຜູກ ແລະ ເມື່ອໄຟເຍີ້ທັງ 2 ຊະນິດມີການປະສົມປະສານກັບກຸ່ມແບັດທີເຣຍຊັ້ນດີໃນລຳໄສ້ກໍຈະໄປກະຕຸ້ນໃຫ້ເກີດການຜະລິດສານປະກອບຊະນິດກົດໄຂມັນສາຍສັ້ນເພື່ອເປັນພະລັງງານໃນລຳໄສ້ເຮັດໃຫ້ລຳໄສ້ແຂງແຮງ ຍ່ອຍອາຫານ ແລະ ດູດຊຶມສານອາຫານໄດ້ດີຂຶ້ນ.

ຫຼຸດຄວາມສ່ຽງຂອງພາວະຂາດວິຕາມິນເອ

ວິຕາມິນເອ ເປັນວິຕາມິນສຳຄັນທີ່ສ່ວນຊ່ວຍບຳລຸງໃຫ້ລະບົບພູມຄຸ້ມກັນແຂງແຮງ ຕ້ານການອັກເສບຂອງເຊວ ທັງຍັງຊ່ວຍບຳລຸງສາຍຕານຳອີກ ຜູ້ທີ່ມີຄວາມສ່ຽງຂອງພາວະຂາດວິຕາມິນເອ ຄວນຢ່າງຍິ່ງທີ່ຈະຮັບປະທານມັນດ້າງ ເນື່ອງຈາກເປັນພືດທີ່ໃຫ້ວິຕາມິນເອສູງ ເພາະການຮັບປະທານມັນດ້າງຕົົ້ມ ຫຼື ອົບພຽງ 100-200 ກຣາມ ຮ່າງກາຍຈະໄດ້ຮັບປະລິມານຂອງວິຕາມິນເອລະຫວ່າງ 400-769 ສ່ວນຮ້ອຍຕໍ່ປະລິມານວິຕາມິນເອທີ່ຮ່າງກາຍຄວນໄດ້ຮັບໃນແຕ່ລະມື້ ເຊິ່ງຫຼາຍພໍທີ່ຈະຊ່ວຍປ້ອງກັນຄວາມສ່ຽງຂອງການຂາດວິຕາມິນເອໄດ້.

ຄວບຄຸມລະດັບນ້ຳຕານໃນເລືອດ

ເຖິງແມ່ນວ່າມັນດ້າງອາດເປັນອາຫານຈຳພວກແປ້ງ ຫຼື ຄາໂບໄຮເດຣດ ແຕ່ກໍເປັນອາຫານທີ່ໃຫ້ໄຟເບີສູງ ເຊິ່ງປະລິມານໄຟເບີທີ່ສູງນີ້ເມື່ອເຂົ້າສູ່ຮ່າງກາຍແລ້ວຈະເຮັດໃຫ້ການເຜົາຜານແປ້ງໄດ້ຊ້າລົງ ເມື່ອຄາໂບໄຮເດຣດເຜົາຜານໄດ້ຊ້າລົງ ລະດັບນ້ຳຕານກລູໂຄສໃນເລືອດກໍຫຼຸດລົງໄປພ້ອມ ການກິນມັນດ້າງຈຶ່ງມີສ່ວນຊ່ວຍປ້ອງກັນຄວາມສ່ຽງຂອງລະດັບນ້ຳຕານໃນເລືອດສູງໄດ້.

ຫຼຸດຄວາມດັນເລືອດ

ມັນດ້າງເປັນອີກໜຶ່ງອາຫານທີ່ອຸດົມໄປດ້ວຍສານໂພແທສຊຽມ ມັນດ້າງອົບພຽງໜຶ່ງຖ້ວຍໃຫ້ສານໂພແທສຊຽມຫຼາຍເຖິງ 950 ມິນລິກຣາມ ເຊິ່ງຫຼາຍກວ່າສານໂພແທສຊຽມໃນກ້ວຍເຖິງສອງເທົ່າ ສານໂພແທສຊຽມ ນີ້ຈະຊ່ວຍເຂົ້າໄປຂະຫຍາຍຫຼອດເລືອດ ແລະ ກຳຈັດເອົາໂຊດຽມກັບຂອງແຫຼວສ່ວນເກີນອອກຈາກຮ່າງກາຍ ເຮັດໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ດີຂຶ້ນ ຫຼຸດຄວາມສ່ຽງຂອງຄວາມດັນເລືອດສູງ.

ຂໍ້ຄວນລະວັງໃນການກິນມັນດ້າງ

ໂດຍທົ່ວໄປແລ້ວ ມັນດ້າງຖືວ່າເປັນພືດທີ່ມີຄວາມປອດໄພ ສາມາດຮັບປະທານໄດ້ໂດຍບໍ່ມີອັນຕະລາຍ ແຕ່ຜູ້ທີ່ມີອາການແພ້ມັນດ້າງ ເຊິ່ງວ່າຈະພົບໄດ້ໜ້ອຍ ແຕ່ກໍຄວນຫຼີກລ່ຽງເພື່ອປ້ອງກັນບໍ່ໃຫ້ອາການແພ້ກຳເລີບຫຼາຍໄປກວ່ານັ້ນ ມັນດ້າງຍັງມີສານອັອກຊາເລັດ (Oxalate) ທີ່ເພີ່ມຄວາມສ່ຽງໃນການເປັນໜິ້ວໝາກໄຂ່ຫຼັງ ຜູ້ທີ່ເປັນພະຍາດໜິ້ວໃນໝາກໄຂ່ຫຼັງ ຫຼື ມີຄວາມສ່ຽງຈະເປັນໜິ້ວໃນໝາກໄຂ່ຫຼັງ ຄວນລະມັດລະວັງ ແລະ ຮັບປະທານມັນດ້າງໃນປະລິມານທີ່ເໝາະສົມ.

ມັນດ້າງເປັນພືດທີ່ອຸດົມໄປດ້ວຍສານອາຫານທີ່ມີປະໂຫຍດຫຼາກຫຼາຍ ແຕ່ສິ່ງສຳຄັນທີ່ຕ້ອງບໍ່ລືມກໍຄື ວິທີໃນການປຸງແຕ່ງມັນດ້າງທີ່ແຕກຕ່າງກັນ ກໍອາດຈະເຮັດໃຫ້ຄຸນປະໂຫຍດທີ່ຕ່າງກັນ ຫາກປຸງແຕ່ງມັນດ້າງກັບເຄື່ອງປຸງລົດກໍອາດຈະສ່ຽງທີ່ມັນດ້າງຈະມີໂຊດຽມ ແລະ ນ້ຳຕານໃນປະລິມານສູງໄດ້ ວິທີທີ່ດີທີ່ສຸດເພື່ອໃຫ້ໄດ້ສານອາຫານທີ່ຄົບຖ້ວນຄວນປຸງມັນດ້າງຄືການຕົ້ມແບບທຳມະດາ ຫຼື ຈະເປັນການອົບກໍໄດ້ເຊັ່ນກັນ.