ຮູ້ແບບນີ້ແລ້ວ ຊື້ມາໄວ້ກິນດ່ວນ ສັບພະຄຸນຂອງຂີງດຳ

1366

ຂີງດຳ ເປັນພືດທີ່ມີສັບພະຄຸນເປັນຢາສະໝຸນໄພ ສານສະກັດຈາກຂີງດຳມີປະສິດທີພາບໃນການຕ້ານເຊື້ອມາເລເຣຍ, ເຊື້ອຣາ ແລະ ໄມໂຄແບັກທີເຣຍ, ຕ້ານການເກີດພະຍາດພູມແພ້ ແລະ ຕ້ານການເກີດບາດແຜໃນກະເພາະອາຫານໄດ້ເປັນຢ່າງດີ.

ເຊິ່ງວ່າເອົາຫົວ ຂອງຂີງດຳມາຜະລິດເປັນຢາຮັກສາພະຍາດ ແລະ ບຳລຸງຮ່າງກາຍ ແລະ ເຄື່ອງດື່ມ ໂດຍສະເພາະໃນກຸ່ມຜະລິດຕະພັນໂອທັອບ ເປັນພືດທີ່ນິຍົມນຳມາປູກຕາມຄວາມເຊື່ອຂອງຊາວບ້ານເຜົ່າມົ້ງຖືວ່າຂີງດຳເປັນສະໝຸນໄພປະຈຳເຜົ່າ ເຂົາເຈົ້ານຳໃຫ້ຖົງຕິດຕົວຕະຫຼອດເວລາເມື່ອມີການເດີນທາງໄປໄກບ້ານ.

ເມື່ອເຮົາເຮັດວຽກໜັກ ຫຼື ໄປເຮັດວຽກເມື່ອຍເພື່ອເພີ່ມພະລັງງານ, ຂັບນ້ຳປັດສະວະ, ແກ້ພະຍາດກະເພາະ ແລະ ປວດທ້ອງ. ຂີງດຳມີສັບພະຄຸນຄື: ຊ່ວຍບຳລຸງຮ່າງກາຍຕົ້ມໃສ່ໄກ່, ແກ້ປວດເມື່ອຍ ແລະ ຮັກສາອາການເມື່ອຍລ້າ, ຊ່ວຍກະຕຸ້ນສະມັດຕະພາບທາງເພດ, ຊ່ວຍຂັບລົມໃນກະເພາະອາຫານ, ແກ້ຈຸກສຽດປວດທ້ອງ, ຂັບນ້ຳປັດສະວະ.

ເທົ່ານັ້ນຍັງບໍ່ໝົດ ສາມາດ ບອງເຫຼົ້າເພື່ອດື່ມແກ້ມົດລູກພິການ ຫຼື ມົດລູກຢ່ອນ, ຕົ້ມດື່ມແກ້ພະຍາດຕາແດງ, ກະຕຸ້ນລະບົບປະສາດ, ຮັກສາສົມດຸນຄວາມດັນເລືອດ, ຊ່ວຍຂະຫຍາຍຫຼອດເລືອດຫົວໃຈ, ພະຍາດເກົ້າ, ຊ່ວຍຮັກສາພະຍາດກະເພາະອາຫານ, ຊ່ວຍຮັກສາລະບົບການຍ່ອຍອາຫານໃຫ້ເກີດສົມດຸນ ແລະ ຮັກສາຜູ້ເປັນພະຍາດເບົາຫວານ ຫຼຸດລະດັບນ້ຳຕານໃນເລືອດ.

ຈາກ: ຕະຫຼາດລາວ