ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ເຊັນສັນຍາຮ່ວມມືກັບ ກຸ່ມບໍລິສັດຫຼັກຊັບ ເພື່ອແກ້ໄຂບັນຫາດ້ານເສດຖະກິດ-ການເງິນ

1026

ໃນວັນທີ 24 ພະຈິກ 2021, ທີ່ກະຊວງການເງິນ, ໄດ້ຈັດພິທີລົງນາມເຊັນບົດບັນທຶກການຮ່ວມມື ລະຫວ່າງ ກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ (ປລປ) ກະຊວງການເງິນ ແລະ ກຸ່ມບໍລິສັດຫຼັກຊັບ ເພື່ອຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຂະແໜງການເງິນແຫ່ງລັດຮອດປີ 2025.

ຮ່ວມລົງນາມຄັ້ງນີ້ ມີທ່ານ ສອນເພັດ ອິນທະວົງ ຫົວຫນ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ຮ່ວມກັບທ່ານ ເທບສະຫວັນ ກິຕິຍະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ແລະ ທ່ານ ອະນຸກອນ ສຸທຳມະວົງ ຜູ້ອຳນວຍການ ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຮອງຫົວຫນ້າກົມ, ຄະນະພະແນກ ກົມ ປລປ, ຕາງໜ້າບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ແລະ ບໍລິສັດຫຼັກຊັບ ເອພີເອັມລາວ ຈຳກັດ ເຂົ້າຮ່ວມເປັນສັກຂີພີຍານ.

ການລົງນາມຮ່ວມມືຄັ້ງນີ້, ເພື່ອປະຕິບັດຕາມຂໍ້ຕົກລົງຂອງລັດຖະມົນຕີ ກະຊວງການເງິນ ວ່າດ້ວຍການອະນຸມັດໃຫ້ກົມ ປລປ ຕາງໜ້າກະຊວງການເງິນ ເຊັນບົດບັນທຶກການຮ່ວມມື ກັບ ກຸ່ມບໍລິສັດຫຼັກຊັບ, ສະບັບເລກທີ 5855/ກງ, ເພື່ອຮ່ວມມືກຳນົດຂອບເຂດໃນການສ້າງຄວາມເຂັ້ມແຂງໃຫ້ບັນດາລັດວິສາຫະກິດລົງທຶນ ໂດຍກຸ່ມບໍລິສັດຫຼັກຊັບ ເປັນທີ່ປຶກສາໃຫ້ແກ່ກົມ ປລປ ໃນວຽກງານປັບປຸງ-ປະຕິຮູບລັດວິສາຫະກິດ ແລະ ຊຸກຍູ້ສົ່ງເສີມໃຫ້ບັນດາລັດວິສາຫະກິດ ທີ່ຢູ່ໃນເປົ້າໝາຍເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບ;

ພ້ອມນັ້ນ, ເພື່ອເປັນການຈັດຕັ້ງຜັນຂະຫຍາຍການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາຂະແໜງການເງິນແຫ່ງລັດຮອດປີ 2025, ຜັນຂະຫຍາຍມະຕິລັດຖະບານ ເລກທີ 10/ລບ ແລະ ແຜນການ 05 ປີ ຂອງກົມ ປລປ, ປະຕິຮູບລັດວິສາຫະກິດຍຸດທະສາດ ໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິພາບ ເຮັດໜ້າທີ່ໃນການດັດສົມເສດຖະກິດ ແລະ ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ.

ຄາດໝາຍຜົນໄດ້ຮັບໃນການຮ່ວມມື ເພື່ອຮັບປະກັນໃຫ້ລັດວິສາຫະກິດມີຄວາມເຂັ້ມແຂງ, ບໍລິການ ແລະ ເຄື່ອນໄຫວຖືກຕ້ອງກັບເປົ້າໝາຍ ແລະ ທິດທາງການປັບປຸງ ເພື່ອຫຼຸດຜ່ອນການແບກຫາບຂອງລັດຖະບານຕໍ່ໜີ້ສາທາລະນະ ຮັບປະກັນໃຫ້ການປະຕິຮູບລັດວິສາຫະກິດ ດຳເນີນຢ່າງມີຫຼັກການ, ຄຸ້ມຄອງ ແລະ ນຳໃຊ້ຊັບສິນຂອງລັດໃນລັດວິສາຫະກິດໃຫ້ ມີປະສິດທິຜົນສູງສຸດ.