ລາຍລະອຽດຜູ້ເສຍຊີວິດໃໝ່ 1 ຄົນ ຈາກໂຄວິດ 19 ຢູ່ນະຄອນຫຼວງວຽງຈັນ

422

ມາຮອດວັນທີ 24 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 67.322 ຄົນ, ເສຍຊີວິດສະສົມ 143 ຄົນ (ໃໝ່ 01), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 688 ຄົນ ແລະ ກໍາລັງປິ່ນປົວ 10.965

ລາຍລະອຽດຜູ້ເສຍຊີວິດໃໝ່ 01 ຄົນ ມີດັ່ງນີ້ ເປັນ ເພດຊາຍ, ອາຍຸ 90 ປີ, ບ້ານທົ່ງຂັນຄໍາ, ເມືອງຈັນທະບູລີ, ນະຄອນຫລວງ

ພະຍາດປະຈໍາຕົວ ຄວາມດັນເລືອດສູງ ກິນຢ່າປະຈໍາ

ບໍ່ໄດ້ຮັບການສັກຢາວັກຊີນ, ມີອາການໄຂ້ ແລະ ໄອ ມາໄດ້ 04 ຄົນ ເວລາ 21:00 ໂມງຂອງວັນທີ 22 ພະຈິກ 2021: ເຂົ້າມາກວດຢູ່ພະແນກສຸກເສີນຂອງໂຮງໝໍເສດຖາທິລາດ ດ້ວຍອາການຈືດມ້ານ,

ຫາຍໃຈຫອບມີອາການຮ້າຍແຮງ ຈື່ງມາໂຮງໝໍພ້ອມກັນນັ້ນໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ດ້ວຍເຕັກນິກ Gene Expert ແມ່ນພົບເຊື້ອ ແລະ ໄດ້ເອົາຄົນເຈັບເຂົ້ານອນໂຮງໝໍ

ໄລຍະເວລາການປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22-24 ພະຈິກ 2021, ເປັນເວລາ 03 ມື້ ວັນທີ 24 ພະຈິກ 2021 ຄົນເຈັບໄດ້ເສຍຊີວິດຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.