ເຈົ້າເມືອງບໍ່ແຕນລົງຕິດຕາມການປູກໝາກໂມຂອງບໍລິສັດວຽງແກ້ວ.

441

ໃນທ້າຍອາທິດຜ່ານມາ, ທ່ານ ສົມສະໜຸກ ໄຊອຸດົມ ວ່າການເຈົ້າເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ລົງຕິດຕາມການປູກໝາກໂມຂອງບໍລິສັດວຽງແກ້ວທີ່ມາລົງທຶນປູກໝາກໂມຢູ່ບ້ານໜອງປະຈີດ.


ບໍລິສັດດັ່ງ ກ່າວໄດ້ເລີ່ມຕົ້ນລົງມືບຸກເບີກເນື້ອທີ່ມາແຕ່ທ້າຍເດືອນຕຸລາ 2021 ເປັນຕົນມາຮອດປັດຈຸບັນພວມລົງມືກ້າເບ້ຍ ແລະ ກະກຽມດິນແປງໜານເພື່ອປູກ.


ການປູກໝາກໂມຂອງບໍລິສັດ ວຽງແກ້ວ ຢູ່ເມືອງບໍ່ແຕນມີເນື້ອທີ່ທັງໝົດ 50 ກວ່າເຮັກຕາເນື້ອທີ່ດັ່ງກ່າວແມ່ນໄດ້ຈາກການເຊົ່າທີ່ດິນຂອງປະຊາຊົນບ້ານໜອງປະຈີດບ່ອນທີ່ມີເງື່ອນໄຂໃນໄລຍະເວລາ 4 ເດືອນພາຍຫຼັງສຳເລັດການເກັບກູ້ໝາກໂມເຈົ້າຂອງທີ່ດິນກໍສາມາດປູກພືດລະດູປີຕາມຄວາມຕ້ອງການຂອງໃຜລາວ. ນອກຈາກປະຊາຊົນໄດ້ຮັບເງິນຈາກການເຊົ່າທີ່ດິນແລວຍັງເປັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຊາວເມືອງບໍ່ແຕນຕື່ມອີກ.

ຂ່າວ-ພາບ ສາຍຄຳ ບຸນຍາວົງ