ຍອດສົ່ງອອກເດືອນຕຸລາ ບັນລຸ 387 ລ້ານໂດລາ ນຳໂດຍ ຄໍາປະສົມ ແລະ ຢາງພາລາ

649

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2021 ບັນລຸໄດ້ປະມານ 819 ລ້ານໂດລາສະຫະລັດ ເພີ່ມຂຶ້ນຈາກ 777 ລ້ານໂດລາໃນເດືອນກັນຍາ ຂາດຸນການຄ້າ 45 ລ້ານໂດລາ

ອີງຕາມຂໍ້ມູນຈາກສູນຂໍ້ມູນຂ່າວສານດ້ານການຄ້າ ຂອງ ສປປ ລາວ ໃຫ້ຮູວ່າ: ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນຕຸລາ ປີ 2021 ບັນລຸໄດ້ປະມານ 819 ລ້ານໂດລາ. ໃນນັ້ນ, ມູນຄ່າການສົ່ງອອກ ປະມານ 387 ລ້ານໂດລາ, ມູນຄ່າການນໍາເຂົ້າ ປະມານ 432 ລ້ານໂດລາ ແລະ ຂາດດຸນການຄ້າປະມານ 45 ລ້ານໂດລາ.

ສິນຄ້າສົ່ງອອກຫຼັກປະກອບມີ: ຄໍາປະສົມ (ຄຳແທ່ງ) ມີມູນຄ່າປະມານ 119 ລ້ານໂດລາ, ຢາງພາລາ ມີມູນຄ່າປະມານ 29 ລ້ານໂດລາ, ແຮ່ທອງ ມູນຄ່າປະມານ 22 ລ້ານໂດລາ, ເຄື່ອງນຸ່ງຫົ່ມ ມີມູນຄ່າປະມານ 9 ລ້ານໂດລາ, ໝາກກ້ວຍ ມີມູນຄ່າປະມານ 7 ລ້ານໂດລາ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມີມູນຄ່າປະມານ 4 ລ້ານໂດລາ, ກາເຟ ມີມູນຄ່າປະມານ 3 ລ້ານໂດລາ, ຢາສູບ ມີມູນຄ່າປະມານ 4 ລ້ານໂດລາ, ສາລີ ມີມູນຄ່າປະມານ 1 ລ້ານໂດລາ ແລະ ໄມ້ແປຮູບ, ເຄິ່ງສຳເລັດຮູບ ແລະ ສຳເລັດຮູບ ມີມູນຄ່າປະມານ 1 ລ້ານໂດລາ.

ສິນຄ້ານໍາເຂົ້າຫຼັກ ປະກອບມີ: ແກ້ວປະເສີດ ຫຼື ເຄິ່ງປະເສີດ ມີມູນຄ່າປະມານ 55 ລ້ານໂດລາ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ມີມູນຄ່າປະມານ 36 ລ້ານໂດລາ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ມີມູນຄ່າປະມານ 7 ລ້ານໂດລາ, ນ້ຳມັນກາຊວນ ມີມູນຄ່າປະມານ 28 ລ້ານໂດລາ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ມີມູນຄ່າປະມານ 23 ລ້ານໂດລາ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້…) ມີມູນຄ່າປະມານ 25 ລ້ານໂດລາ, ນ້ຳມັນແອັດຊັງ, ແອັດຊັງພິເສດ ມີມູນຄ່າປະມານ 11 ລ້ານໂດລາ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ມີມູນຄ່າປະມານ 10 ລ້ານໂດລາ, ຝຸ່ນ (ປຸ໋ຍ) ມີມູນຄ່າປະມານ 4 ລ້ານໂດລາ ແລະ ເຍື່ອໄມ້ ແລະ ເສດເຈ້ຍ ມີມູນຄ່າປະມານ 20 ລ້ານໂດລາ.

ບັນດາປະເທດທີ່ ສປປ ລາວ ສົ່ງອອກຫຼັກ ມີ: ຈີນ ມູນຄ່າ 149 ລ້ານໂດລາ, ຫວຽດນາມ ມູນຄ່າ 96 ລ້ານໂດລາ, ໄທ ມູນຄ່າ 35 ລ້ານໂດລາ, ອິນເດຍ ມູນຄ່າ 14 ລ້ານໂດລາ ແລະ ເຢຍລະມັນ ມູນຄ່າ 4 ລ້ານໂດລາ.
ບັນດາປະເທດທີ່ ສປປ ລາວ ນໍາເຂົ້າຫຼັກ ມີ: ໄທ ມູນຄ່າ 188 ລ້ານໂດລາ, ຈີນ ມູນຄ່າ 84 ລ້ານໂດລາ, ຫວຽດນາມ ມູນຄ່າ 25 ລ້ານໂດລາ, ຢີ່ປຸ່ນມູນຄ່າ 18 ລ້ານໂດລາ ແລະ ສະຫະລັດອາເມຣິກາ 18 ລ້ານໂດລາ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 10 ປີ 2021 ແມ່ນຍັງບໍ່ກວມເອົາມູນຄ່າການສົ່ງອອກໄຟຟ້າ.