ເສັ້ນທາງຫຼັກແຕ່ບ້ານຫຼັກ 35 ຫາເຂດເມືອງຈໍາພອນໄດ້ຮັບການສ້ອມແປງແລ້ວ

787

ໂຄງລ່າງພື້ນຖານແມ່ນເປັນສິ່ງສຳຄັນ ໂດຍສະເພາະຖະໜົນຫົນທາງ ແລະ ຫຼາຍຄົນຄືຈະຮູ້ກັນດີວ່າ ຈຸດແບ່ງທາງຫຼັກ 35 ແມ່ນເປັນຈຸດສຳຄັນແຫ່ງໜຶ່ງ ເນື່ອງຈາກເປັນທາງແຍກລົງໄປພາກໃຕ້ຂອງລາວ ແລະ ເປັນເສັ້ນທາງແຍກລົງໄປຫາເມືອງຈຳພອນ ເປັນເສັ້ນທາງຫຼັກ ໃນການເດີນທາງຂອງປະຊາຊົນ ຫຼາຍເມືອງ, ບ້ານ, ສູ່ເມືອງໃຫຍ່ແຕ່ປັດຈຸບັນແມ່ນເປ່ເພສົມຄວນ ຈິ່ງຕ້ອງໄດ້ປັບປຸງໃໝ່.

ຕາມການໃຫ້ສຳພາດ ຂອງທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດ ໃນຄັ້ງວັນທີ 22 ພະຈິກ 2021 ນີ້ ໄດ້ໃຫ້ຮູ້ວ່າ: ການຟື້ນຟູ ແລະ ສ້ອມແປງເສັ້ນທາງປູຢາງ ເສັ້ນທາງຫຼວງທ້ອງຖິ່ນ ທາງເລກທີ 6303 ແຕ່ແຍກເລກທີ 13 ໃຕ້ ບ້ານຫຼັກ 35 ຫາ ບ້ານນາຄູ ໄລຍະທາງ 7,2 ກິໂລແມັດ ເຂດເມືອງຈຳພອນ ແມ່ນໄດ້ເລີ່ມລົງມືກໍ່ສ້າງໃນຕົ້ນເດືອນພະຈິກເປັນຕົ້ນມາ

ໂດຍແມ່ນບໍລິສັດ VLP ພັດທະນາກໍ່ສ້າງຈຳກັດເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າສັນຍາ 5,49 ຕື້ກີບໂດຍແມ່ນທຶນໂຄງການຟື້ນຟູໄພພິບັດ ທີ່ນອນໃນ 6 ໂຄງການເປົ້າໝາຍຂອງແຂວງ ເຊິ່ງໜ້າວຽກສ່ວນໃຫຍ່ແມ່ນຂຸດຮື້ໜ້າທາງເກົ່າ, ຂຸດຮ່ອງລະບາຍນ້ໍາຂ້າງທາງໃນບາງຈຸດ, ຕາບບ່ອນເປັນບວກເປັນຂຸມ, ຖົມຊັ້ນພື້ນທາງ, ປູຢາງຊັ້ນໜຶ່ງບາງຈຸດ ແລະ ປູຢາງຊັ້ນທີ2. ມາຮອດປັດຈຸບັນສາມາດປະຕິບັດໄດ້ແລ້ວ 25% ຂອງສັນຍາ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນມິຖຸນາ ປີ 2022 ນີ້.

ທ່ານ ໄຊຍະເສນ ແກ້ວວິໄລສັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງຍັງໃຫ້ຮູ້ຕື່ມອີກວ່າ: ການສ້ອມແປງເສັ້ນທາງແຕ່ບ້ານຫຼັກ 35 ຫາ ບ້ານແກ້ງກອກ ເມືອງຈຳພອນ ໃນໄລຍະທາງ 17 ກິໂລແມັດ ແມ່ນໄດ້ແບ່ງອອກເປັນ 3 ໄລຍະ ສ້ອມແປງຕາມງົບປະມານທີ່ໄດ້ຮັບຄື: ໄລຍະທີໜຶ່ງແມ່ນໄດ້ສ້ອມແປງໃນປີ 2020 ເສັ້ນທາງແຕ່ບ້ານດົງນາຄອຍ ຫາ ບ້ານດົງໜອງຂຸ້ນ ໃນໄລຍະທາງ 4,5 ກິໂລແມັດ,ໄລຍະທີສອງສ້ອມແປງແຕ່ບ້ານຫຼັກ 35 ຫາ ບ້ານນາຄູ ໄລຍະທາງ 7,2 ກິໂລແມັດ ແລະ ໄລຍະທີສາມ ຈະສ້ອມແປງແຕ່ບ້ານນາຄູ ຫາ ດົງນາຄອຍ ໄລຍະທາງ 5,3 ກິໂລແມັດ ຄາດວ່າຈະໄດ້ລົງມືສ້ອມແປງໃນທ້າຍປີ 2022 ນີ້ ພາຍຫຼັງທີ່ໄດ້ຮັບງົບ.

ໃນໂອກາດດັ່ງກ່າວນີ້ ທ່ານ ໄຊຍະເສນ ແກ້ວວິໄລສັກ ກໍ່ຍັງໄດ້ຮຽກຮ້ອງມາຍັງປະຊາຊົນທີ່ມີເຮືອນແລະ ສິ່ງປຸກສ້າງຕ່າງໆ ຕາມແຄມທາງທີ່ມີການກໍ່ສ້າງຈົ່ງໄດ້ໃຫ້ຄວາມຮ່ວມມື,ອຳນວຍຄວາມສະດວກກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການສ້ອມແປງເສັ້ນທາງຄັ້ງນີ້ມີຜົນສຳເລັດເປັນຢ່າງດີ.