ເຕັກນິກຕີກ໊ອຟ: ກ໊ອຟສໍາລັບມືໃໝ່ ຈະເລີ່ມຫຼິ້ນແບບໃດ ເພື່ອກ້າວມືໂປຣ

740

ໜັງສືພິມເສດຖະກິດ-ການຄ້າ ໄດ້ຮ່ວມມືກັບ ສະໜາມກ໊ອຟ ລາວຄັນທຣີ ຄລັບ ( lao country club golf course ) ສ້າງຄໍລໍ້າ ການຫຼິ້ນກ໊ອຟ ເພື່ອເປັນອີກໜຶ່ງຊ່ອງທາງສໍາລັບຄົນທີ່ຢາກຈະຫຼິ້ກກ໊ອຟ ແລະ ມືໃໝ່ ໄດ້ສຶກສາ, ຮຽນຮູ້ເຕັກນິກການຫຼິ້ນກ໊ອຟກ໊ອຟໃນຮູບແບບຕ່າງໆໄປນໍາກັນ ໃນແຕ່ລະອາທິດ.

ມື້ນີ້ຈະພາໄປສູ້ປະເດັນທີ່ວ່າ ກ໊ອຟສໍາລັບມືໃໝ່ ຈະເລີ່ມຫຼິ້ນແບບໃດ ເພື່ອກ້າວມືໂປຣ ເໝືອນກັບນັກກ໊ອຟຊາຍ ແລະ ຍິງອາຊີບລະດັບໂລກທີ່ປະສົບຜົນສໍາເລັດໃນອາຊີບຢ່າງ ໄທເກີ ວູດ ແລະ ຄົນອື່ນໆ ທີ່ສາມາດກ້າວຂຶ້ນໄປຢູ່ໃນຈຸດສູງສຸດຂອງກີລາກ໊ອຟ ເຊິ່ງກ່ອນຈະປະສົບຜົນສໍາເລັດໄດ້ພວກເຂົາກໍມີຈຸດເລີ່ມຫຼິ້ນເຊັ່ນກັນ.

ດັ່ງນັ້ນ, ມື້ນີ້ທາງທີມງານພວກເຮົາໄດ້ຄັດເອົາຈາກບົດຄວາມດີໆຈາກ golfdiggTODAY ມາແນະນໍາ ເຊິ່ງມາຈາກຊີວິດຈິງຂອງນັກກ໊ອຟທ່ານໜຶ່ງບໍ່ລະບຸຊື່ທີ່ປະສົບຜົນສໍາເລັດມາເລົ່າໃຫ້ຟັງ ໂດຍລາວເລົ່າວ່າ: ສະໄໝນັ້ນເລີ່ມຫຼິ້ນກ໊ອຟໃໝ່ ເລີ່ມຈາກກາຫາໄມ້ກ໊ອຟມາ 1 ອັນ (​ ສະໄໝນັ້ນມີເຫຼັກ 7 ) ແລະ ຮຽນຮູ້ຈາກການແນະນໍາຂອງນັກກ໊ອຟອາຊີບຫຼາຍໆຄົນ ທັງໃນຕົວຈິງ, ປື້ມ ແລະ ຢູທູບ ກ່ອນນໍາເອົາຂໍ້ມູນເຫຼົ່ານັ້ນມາທົດສອບຕີໃນສະໜາມຊ້ອມດ້ວຍຕົວເອງ ແລະ ອາໄສການຊ້ອມມາເລື້ອຍໆ ຈົນຮູ້ສຶກວ່າຊໍານານ ຈິ່ງຫາໂອກາດໄປຕີສະໜາມຈິງ ຈິ່ງພົບບັນຫາໃນການຕີຫຼາຍໆຢ່າງ ແລະ ໄປຂໍຄໍາປຶກສານໍາໂປຣຄົນອື່ນ ຈົນເກີດຄວາມສໍານານ ແລະ ກ້າວສູ່ການເປັນໂປຣຢ່າງສົມບູນແບບ ເຊິ່ງມືໃໝ່ຄວນປະຕິບັດດັ່ງນີ້:
-ເລີ່ມຫຼິ້ນດ້ວຍຕົວເອງ: ອາດເລີ່ມຈາກຊຸດໄມ້ນ້ອຍໆ ເຊິ່ງປັດຈຸບັນໄມ້ກ໊ອຟຊຸດໜຶ່ງຈະປະກອບດ້ວຍຫົວໄມ້ 3 ອັນ, ຫົວເຫຼັກ 6-7 ອັນ, ເວດຈ໌ 2-3 ອັນ ແລະ ພັດເຕີ 1 ອັນ ເຊິ່ງເປັນອຸປະກອນມາດຕະຖານທີ່ຜະລິດໂດຍຕົງ, ຂະໜາດ, ຄວາມຍາວ ແລະ ຮູບຊົງກໍຈະມີຫຼາກຫຼາຍແບບ, ສ່ວນອີກຢ່າງທີ່ສໍາຄັນຄືການເລືອກນໍ້າໜັກໄມ້ ຈະຕ້ອງໃຫ້ເໝາະກັບກໍາລັງ ແລະ ຄວາມສາມາດຂອງພວກເຮົາ ເພາະການເລືອກໄມ້ທີ່ໜັກ ຫຼື ເບົາເກີນໄປ ຈະສົ່ງຜົນຕໍ່ກັບການຕີຂອງພວກເຮົາຢ່າງແນ່ນອນ.
-ຂໍ້ຄວນລະວັງສໍາລັບນັກກ໊ອຟມືໃໝ່: ຖ້າຫາກນັກກ໊ອຟມືໃໝ່ອອກຮອບ ໂດຍຝຶກຊ້ອມບໍ່ພຽງພໍ, ແນ່ນອນຈະມີຫຼາຍຄັ້ງທີ່ການຕີລູກກ໊ອຟບໍ່ລອຍໄປໃນທິດທາງທີ່ຕັ້ງໃຈເອົາໄວ້ ໃນກໍລະນີທີ່ຜູ້ນຫຼິ້ນມືໃໝ່ຝຶກຊ້ອມບໍ່ພຽງພໍ ກ່ອນອອກຮອບຄັ້ງທໍາອິດ ອາດສ້າງຄວາມລໍາບາກໃຈ ຫຼື ອຸປະຕິເຫດໃຫ້ກັບຜູ້ຮ່ວມຫຼິ້ນ ຫຼື ຜູ້ຫຼິ້ນຄົນຕໍ່ໄປໄດ້. ດັ່ງນັ້ນ, ເພື່ອທີ່ຈະອອກຮອບຄັ້ງທໍາອິດ ຈໍາເປັນຕ້ອງທໍາການຝຶກຊ້ອມເປັນເວລານານ ເພື່ອໃຫ້ເກີດຄວາມຊໍານານສາກ່ອນ.

-ດັ່ງນັ້ນຄວາມຈໍາເປັນກ່ອນຈະອອກຮອບຄັ້ງທໍາອິດ ຕ້ອງຝຶກຈັບ ແລະ ຕີ ( ສະວິງ ) ໃຫ້ຖືກຕ້ອງ ແລະ ເປັນນິໄສ ຈົນເກີດຄວາມສໍານານຄື: ການຝຶກຊ້ອມການຈັບໄມ້ໃຫ້ຖືກຕ້ອງ ແລະ ສະວິງໃຫ້ຖືກຕ້ອງຈົນເປັນນິດໄສ ເປັນການຝຶກທີ່ຈໍາເປັນສໍາລັບມືໃໝ່ ແລະ ເຮັດໃຫ້ຮ່າງກາຍຈົດຈໍາວິທີໃສ່ແຮງຕອນ ສະວິງລົງ ໄປຈົນເຖິງຕອນ ສະວິງຂຶ້ນ ໄດ້ຢ່າງໄຫຼລືນ. ນອກນັ້ນ, ການຮຽນຮູ້ຈຸດສໍາຄັນເບື້ອງຕົ້ນໃນເລືອງການເອນຕົວໄປຂ້າງໜ້າ ຖືເປັນເລື່ອງສໍາຄັນ ມາຊ້ອມໃຫ້ເຕັມທີ່ໄປກັບການສະວິງຕັ້ງແຕ່ຊ່ວງແອວລົງມາກໍເປັນອີກເຄັດລັບ.
-ຫຼັງຈາກຊໍານານທີ່ກ່າວມາຂັ້ນເທິງນີ້ແລ້ວ: ກໍເຂົ້າສູ່ການຝຶກຊ້ອມກັບໂປຣ ຕາມລໍາດັບຂຶ້ນຕອນ ເພາະໂປຣຈະຊ່ວຍແນະນໍາ ແລະ ຊ່ວຍໃຫ້ເຂົ້າຜິດພາດໜ້ອຍລົງ ລວມທັງມີລໍາດັບ, ຂັ້ນຕອນໃນການຮຽນຮູ້ ແລະ ຖ່າຍທອດໃຫ້ກັບເຈົ້າຢ່າງຊັດເຈນ. ຢ່າງໃດກໍຕາມ ບໍ່ວ່າເຈົ້າຈະເລີ່ມຫຼິ້ນແບບໃດ ສິ່ງສໍາຄັນກໍຄືການກວດສອບພື້ນຖານໃຫ້ດີກ່ອນ ເພື່ອກ້າວສູ່ການເປັນມືໂປຣໃນອະນາຄົດ.

ທ່ານສາມາດໄປເບິ່ງ ທ່າການຕີກ໊ອຟ (​ ການວາງຕີນ, ຫົວເຂົ່າ, ລໍາຕົວ, ແຂນ, ມື, ບ່າໄຫຼ່ ແລະ ຫົວ ) ທີ່ທາງທີມຂ່າວເສດຖະກິດ-ການຄ້າ ໄດ້ຮວບຮວມໄວ້ໃຫ້ກ່ອນໜ້ານີ້ ເພື່ອເປັນອີກຊ່ອງທາງໃນການຝຶກຊ້ອມໄດ້ທີ່ ໜັງສືພິມເສດຖະກິດ-ການຄ້າ ສະບັບວັນທີ 15 ພະຈິກ 2021 ຫຼື ໃນລີ້ງນີ້: https://laoedaily.com.la/2021/11/15/107829/.