ວັນທີ 20 ພະຈິກ 2021 ສປປ ລາວ ກວດພົບຜູ້ຕິດເຊື້ອ ໂຄວິດ 19 ທັງໝົດ 1.344 ຄົນ, ເສຍຊີວິດ 7 ຄົນ

815

ຄະນະສະເພາະກິດ ຖະແຫຼງຂ່າວປະຈຳວັນທີ20 ພະຈິກ 2021ວ່າ: ວັນທີ19ພະຈິກ ທົ່ວປະເທດໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອໂຄວິດ-19 ທັງໝົດ6.782 ຕົວຢ່າງ ກວດພົບຜູ້ຕິດເຊື້ອໃໝ່ 1.344 ຄົນ ໃນນີ້ຕິດເຊື້ອພາຍໃນ1.341ຄົນ ແລະຈາກກໍລະນີນຳເຂົ້າ3 ຄົນທັງໝົດແມ່ນມາຈາກແຂວງຈໍາປາສັກ

ເຮັດໃຫ້ຕົວເລກຜູ້ຕິດເຊຶ້ອພະຍາດໂຄວິດ-19 ສະສົມໃນສປປລາວຮອດປັດຈຸບັນ ແມ່ນ 61.239 ຄົນ, ( ພາຍໃນ 47.134 ຄົນ, ຕ່າງປະເທດ 14.105 ຄົນ,ເສຍຊີວິດສະສົມ 126 ຄົນ (ໃໝ່ 7), ປິ່ນປົວຫາຍດີໃໝ່ 781, ກຳລັງຕິດຕາມປິ່ນປົວ  10.911 ຄົນ.

ສຂໍ້ມູນກໍລະນີຕິດເຊື້ອພາຍໃນປະເທດ ຈຳນວນ 1.341 ຄົນ ມີຄື:

1. ນະຄອນຫຼວງ 636 ຄົນມາຈາກ 178 ບ້ານ ໃນ 9 ເມືອງ

2. ຫຼວງພະບາງ ມີ 185ຄົນ ໃນ 46 ບ້ານ ແລະ 9 ເມືອງ

3. ຈຳປາສັກ ມີ 7 9ຄົນ ໃນ 35 ບ້ານ ແລະ 4 ເມືອງ

4. ໄຊຍະບູລີ ມີ 49 ຄົນ ໃນ 10 ບ້ານ ແລະ 1 ເມືອງ

5. ອຸດົມໄຊ ມີ 22 ຄົນ

6. ຫຼວງນ້ຳທາ ມີ 18 ຄົນ ໃນ 8 ບ້ານ ແລະ 1 ເມືອງ

7. ວຽງຈັນ ມີ 101 ຄົນ ໃນ 31 ບ້ານ ແລະ 9 ເມືອງ

8. ບໍ່ແກ້ວ ມີ 40 ຄົນ ໃນ 7 ບ້ານ ແລະ 2 ເມືອງ

9. ຜົ້ງສາລີ ມີ 81 ຄົນ ໃນ 10 ບ້ານ ແລະ 4 ເມືອງ

10. ບໍລິຄຳໄຊ ມີ 21 ຄົນ ໃນ 15 ບ້ານ ແລະ 5 ເມືອງ

11. ເຊກອງ ມີ 19 ຄົນ ໃນ 8 ບ້ານ ແລະ 2 ເມືອງ

12. ສະຫວັນນະເຂດ ມີ 32 ຄົນ ໃນ 18 ບ້ານ ແລະ 2 ເມືອງ

13. ຄຳມ່ວນ ມີ 24 ຄົນ ໃນ 14 ບ້ານ ແລະ 3 ເມືອງ

14. ສາລະວັນ ມີ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ

15. ຫົວພັນ ມີ 21 ຄົນ ໃນ 5 ບ້ານ ແລະ 2 ເມືອງ

16. ຊຽງຂວາງ ມີ 2 ຄົນ ໃນ 1 ບ້ານ ແລະ 1 ເມືອງ

17. ອັດຕະປື ມີ 1 ຄົນ ໃນ 1 ບ້ານ ແລະ 1ເມືອງ

18. ໄຊສົມບູນ ມີ 7 ຄົນ