ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວສໍາຫຼວດສະຖານີລົດໄຟລາວ-ຈີນ ຢູ່ເຂດດ່ານສາກົນບໍ່ເຕ່ນ

683

Lao people’s Army News ລາຍງານວ່າ: ໃນວັນທີ 18 ພະຈິກ 2021, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຄະນະຮັບຜິດຊອບຫຼັກ ໃນການຄົ້ນຄວ້ານໍາສະເໜີຂັ້ນເທິງອະນຸມັດສ້າງຕັ້ງດ່ານສາກົນ ໄດ້ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ນໍາພາຄະນະວິຊາການຈາກສູນກາງ ເຊັ່ນ: ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ , ກະຊວງປ້ອງກັນຄວາມສະຫງົບ, ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ກະຊວງການເງິນກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງສາທາະລະນະສຸກ ລົງ ສຳຫຼວດເກັບກຳຂໍ້ມູນ ຢູ່ພື້ນທີ່ຕົວຈິງ ບໍລິເວນທີ່ຈະສ້າງຕັ້ງເປັນດ່ານສາກົນທາງລົດໄຟລາວ-ຈີນ ທີ່ສະຖານີລົດໄຟບໍ່ເຕ່ນ ແຂວງ ຫຼວງນໍ້າທາ ເພື່ອນໍາສະເໜີລັດຖະບານພິຈາລະນາອະນຸມັດ ຕາມລະບຽບຫຼັກການ.

ການສ້າງຕັ້ງດ່ານສາກົນທາງລົດໄຟ ລາວ-ຈີນ ຈະເປັນຜົນດີຫຼາຍຢ່າງໃຫ້ແກ່ສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ໄດ້ໄປມາຫາສູ່ເຊິ່ງກັນ ແລະກັນຢ່າງສະດວກສະບາຍ ແລະ ປະຢັດເວລາ, ທັງເປັນຜົນດີຕໍ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເຊິ່ງຈະເປັນຂົວຕໍ່ໃນການດຶງດູດເອົານັກລົງທຶນຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງການຕ່າງໆເພີ່ມຂຶ້ນ, ລວມເຖິງການນໍາເຂົ້າ ແລະ ສົ່ງອອກສິນຄ້າຈາກ ສປປ ລາວ ໄປ ສປ ຈີນ ແລະ ປະເທດຕ່າງໆໃນໂລກຢ່າງສະດວກສະບາຍ.

ພ້ອມນັ້ນ, ກໍເປັນການສ້າງວຽກເຮັດງານທຳ ໃຫ້ກັບປະຊາຊົນບັນດາເຜົ່າໃນການທຳການຜະລິດ ຂາຍ ເປັນສິນຄ້າ ເພື່ອແກ້ໄຂ ແລະ ຍົກສູງຊິວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນເທື່ອລະກ້າວ. ຜ່ານການລາຍງານຈາກພາກສ່ວນທີ່ກ່ຽວຂ້ອງສ່ວນຫຼາຍແມ່ນມີຄວາມພ້ອມ, ແຕ່ບາງໜ້າວຽກຍັງຈະໄດ້ສືບຕໍ່ຈັດຕັ້ງຫຼັງການເປີດນໍາໃຊ້ທາງລົດໄຟ ລາວ-ຈີນ ຢ່າງເປັນທາງການໃນວັນທີ 3ທັນວາ 2021 ນີ້.

ໃນໂອກາດມາເຄື່ອນໄຫວວຽກງານໃນຄັ້ງນີ້ ຄະນະໄດ້ຮັບການຕ້ອນຮັບຈາກ ທ່ານ ອ່ອນຈັນ ຄຳພາວົງ ຮອງ ເຈົ້າແຂວງຫຼວງນໍ້າ ພ້ອມດ້ວຍຄະນະ ແລະ ຜູ້ພັດທະນາໂຄງການທາງລົດໄຟລາວ-ຈີນ ຢ່າງອົບອຸ່ນ.