ໜັກ! ສະຖິຕິໃໝ່ ພົບຜູ້ຕິດເຊື້ອສູງສຸດ 1.401 ຄົນ, ເສຍຊີວິດ 4 ກໍລະນີ

541

ສະພາບການລະບາດຂອງພະຍາດໂຄວິດ19 ປະຈໍາວັນ ວັນທີ 18 ພະຈິກ ປີ 2021 ກວດພົບຜູ້ຕິດເຊື້ອໃໝ່ 1.401 ຄົນ, ຕິດເຊື້ອພາຍໃນ 1.391 ຄົນ ແລະ ນໍາເຂົ້າ 10 ຄົນ ໃນນະນະຄອນຫຼວງວຽງຈັນ 574 ຄົນ, ຫຼວງພະບາງ 151 ຄົນ, ແຂວງ ວຽງຈັນ 136 ຄົນ
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈໍາວັນວ່າ ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 17 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 7.948 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.401 ຄົນ (ຕິດເຊື້ອພາຍໃນ ມີ 1,391 ຄົນ ແລະ ຕິດເຊື້ອນໍາເຂົ້າ 10 ຄົນ).

ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1,391 ຄົນ ຈາກ 17 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:
1 ນະຄອນຫຼວງ 574 ຄົນ ມາຈາກ 198 ບ້ານ ໃນ 9 ເມືອງ ມີ ເມືອງຈັນທະບູລີ ມີ 20 ບ້ານ (62 ຄົນ), ເມືອງສີໂຄດຕະບອງ ມີ 50 ບ້ານ (93 ຄົນ), ເມືອງໄຊເສດຖາ ມີ 35 ບ້ານ (162 ຄົນ), ເມືອງສີສັດຕະນາກມີ 21 ບ້ານ (46 ຄົນ), ເມືອງ ນາຊາຍທອງ ມີ 13 ບ້ານ (38 ຄົນ), ເມືອງໄຊທານີ ມີ 32 ບ້ານ (103 ຄົນ)

ເມືອງຫາດຊາຍຟອງ ມີ 22 ບ້ານ (37 ຄົນ), ເມືອງ ສັງທອງ ມີ 01 ບ້ານ (01 ຄົນ)
ເມືອງປາກງື່ມ ມີ 03 ບ້ານ ( 12 ຄົນ), ຕ່າງແຂວງ ມີ 05 ຄົນ, ຍັງສືບຕໍ່ເອົາຂໍ້ມູນ 17 ຄົນ
ສໍາລັບຕ່າງແຂວງ ແຂວງຫຼວງພະບາງ ມີ 151 ຄົນ ໃນ 35 ບ້ານ ແລະ 8 ເມືອງ, ແຂວງວຽງຈັນ ມີ 136 ຄົນ ໃນ 40 ບ້ານ ແລະ 8 ເມືອງ, ຫຼວງນ້ຳທາ ມີ 17 ຄົນ ໃນ 10 ບ້ານ ແລະ 3 ເມືອງ, ຜົ້ງສາລີ ມີ 146 ຄົນ ໃນ 38 ບ້ານ ແລະ 4 ເມືອງ, ຈຳປາສັກ ມີ 63 ຄົນ ໃນ 29 ບ້ານ ແລະ 6 ເມືອງ, ອຸດົມໄຊ ມີ 23 ຄົນ ໃນ 10 ບ້ານ ແລະ 1 ເມືອງ, ເຊກອງ ມີ 14 ຄົນ ໃນ 7 ບ້ານ ແລະ 3 ເມືອງ, ບໍລິຄຳໄຊ ມີ 14 ຄົນ ໃນ 10 ບ້ານ ແລະ 3 ເມືອງ

ສະຫວັນນະເຂດ ມີ 21 ຄົນ ໃນ 13 ບ້ານ ແລະ 2 ເມືອງ, ບໍ່ແກ້ວ ມີ 118 ຄົນ ໃນ 21 ບ້ານ ແລະ 2 ເມືອງ, ສາລະວັນ ມີ 10 ຄົນ ໃນ 5 ບ້ານ ແລະ 2 ເມືອງ, ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ອັດຕະປື ມີ 5 ຄົນ, ໄຊຍະບູລີ ມີ 86 ຄົນ ໃນ 7 ບ້ານ ແລະ 1 ເມືອງ, ຊຽງຂວາງ ມີ 3 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ໄຊສົມບູນ ມີ 8 ຄົນ ໃນ 3 ບ້ານ ແລະ 3 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 10 ຄົນ ຈາກ ນະຄອນຫຼວງ 2 ຄົນ ແລະ ໄຊຍະບູລີ 8 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ມາຮອດວັນທີ 18 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 58.798 ຄົນ, ເສຍຊີວິດສະສົມ 116 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 533 ຄົນ, ກໍາລັງປິ່ນປົວ 11.159 ຄົນ.