ຢ່າຕົກໃຈ! ບໍ່ທັນເປີດຮຽນງ່າຍ ສຶກສາລະບຸໄວ້ໃຫ້ນັ່ງຊ້ອງໜ້າໄດ້ມີພຽງບາງເຂດດັ່ງນີ້

673

ພາຍຫຼັງການຖະແຫຼງຂ່າວຂອງລັດຖະບານໃນ 15 ວັນເຄິ່ງຫຼັງຂອງເດືອນພະຈິກນີ້ ແມ່ນອະນຸຍາດໃຫ້ເປີດການຮຽນ-ການສອນແບບເຊິ່ງໜ້າ ເຮັດໃຫ້ກາຍເປັນປະເດັນຮ້ອນແຮງໃນສັງຄົມ ໂດຍສະເພາະຜູ້ປົກຄອງຕ່າງກໍ່ສະແດງຄວາມກັງວົນ ແລະມີຄວາມເຫັນຄັດຄ້ານ ເພາະໂຄວິດບໍ່ໄດ້ຫຼຸດໜ້ອຍລົງ ແຕ່ເພີ່ມທະວີຄູນຂຶ້ນທຸກວັນຈິ່ງບໍຢາກໃຫ້ລູກຫຼານໄປໂຮງຮຽນເທື່ອ.

ຕໍ່ກັບປະເດັນນີ້ ນັກຮຽນນັກສຶກສາ ລວມທັງຜູ້ປົກຄອງຫຼາຍໆທ່ານແມ່ນມີຄວາມສົນໃຈຫຼາຍຕົກລົງຈະສືບຕໍ່ເຂົ້າໂຮງຮຽນ ຫຼື ປິດໄປອີກ ເນື່ອງຈາກສະຖານະການຂອງ ພະຍາດໂຄວິດ 19 ຍັງລະບາດໜັກຢູ່ປະເທດເຮົາ
ຫຼ້າສຸດກະຊວງສຶກສາໄດ້ມີແຈ້ງການອອກມາແລ້ວໃຫ້ປະຕິບັດດັ່ງນີ້

1 ສືບຕໍ່ປີດການຮຽນການສອນໃນທຸກຊັ້ນທຸກສາຍໃນເມືອງ, ເຂດທີ່ມີການລະບາດຂອງພະຍາດ COVID-19 ໃນຊຸມຊົນ ແມ່ນໃຫ້ສືບຕໍ່ຈັດການຮຽນການສອນແບບທາງໄກ ແລະແບບປະສົມປະສານ; ຖ້າຫາກສະຖານການສຶກສາໃດທີ່ມີຄວາມພ້ອມ ແລະສະຫມັກໃຈຈະດໍາເນີນການຮຽນການສອນແບບເຊິ່ງຫນ້າ ຈະຕ້ອງໄດ້ຜ່ານການປະເມີນ ຕາມມາດຕະການ ແລະ ຂໍ້ແນະນໍາ ການເປີດຮຽນທີ່ປອດໄພໃນສະຖານການສຶກສາ ຈາກຄະນະສະເພາະກິດໃນຂັ້ນຂອງຕົນ ໃນເມື່ອສະຖານການ ສຶກສາໃດຫາກໄດ້ຜ່ານເກນການປະເມີນ 70 ສ່ວນຮ້ອຍຂຶ້ນໄປ ຈຶ່ງຈະອະນຸຍາດໃຫ້ທົດລອງເປີດຮຽນແບບເຊິ່ງຫນ້າ ເປັນແຕ່ກໍລະນີໄປ;

2 ຫ້າມພະນັກງານທີ່ອາໄສໃນເຂດທີ່ມີການລະບາດໃນຊຸມຊົນ, ຜູ້ທີ່ສຳຜັດໃກ້ຊິດກັບກໍລະນີຜູ້ຕິດເຊື້ອ (C1) ແລະ ຫ້າມພະນັກງານ-ຄູອາຈານເພດຍິງທີ່ຖືພາມາປະຈໍາການ, ໃຫ້ຈັດຕັ້ງກັນເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ອີເມວ, ລະບົບປະຊຸມທາງໄກ ແລະ ວິທີການອື່ນທີ່ເໝາະສົມ.

3 ສໍາລັບຜູ້ບໍລິຫານ, ພະນັກງານ-ຄູອາຈານ, ນັກຮຽນ, ນັກສຶກສາ ທີ່ຮູ້ວ່າຕົນເອງເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນຂອງຕົນ ແລະ ການຈັດຕັ້ງ ໄດ້ຮັບຊາບຢ່າງຮີບດ່ວນ, ໃຫ້ເຝົ້າລະວັງພ້ອມທັງຈໍາກັດບໍລິເວນຕົນເອງ ແລະ ປະຕິບັດຕາມຄໍາແນະນໍາທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຖ້າມີຂໍ້ສົງໄສໃຫ້ປຶກສາສາຍດ່ວນ 165 ຫຼື 166 ຫຼື 020 5406 6777 ໂດຍທັນທີ.

4 ບໍ່ອະນຸຍາດໃຫ້ນັກຮຽນ-ນັກສຶກສາໃນຫໍພັກ ກິນເຂົ້າລວມກັນໃນໂຮງອາຫານ ຫຼື ໃນຫໍພັກ ແລະ ຫ້ອງພັກ, ໃຫ້ຄະນະຮັບຜິດຊອບຫໍພັກ ຊີ້ນໍາ ໃຫ້ແຕ່ລະຄົນໃນຫ້ອງ (ໃຫ້ກິນຜູ້ດຽວ); ສໍາລັບຮ້ານອາຫານໃນໂຮງຮຽນ ແມ່ນ ໃຫ້ຊື້ກັບໄປກິນຢູ່ບ່ອນອື່ນ, ບໍ່ໃຫ້ນັ່ງກິນຢູ່ຮ້ານອາຫານ; ຍົກເວັ້ນສະຖານການສຶກສາ ທີ່ບໍ່ມີການເຄື່ອນຍ້າຍຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາ;

5 ໃນແຂວງທີ່ມີການແຜ່ລະບາດຂອງພະຍາດ COVID-19 ລະດັບ 3, ບໍ່ອະນຸຍາດໃຫ້ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ທີ່ອາໄສຢູ່ຫໍພັກ ອອກນອກສະຖານທີ່ໃນເວລາຮຽນ ຫຼື ກັບຄືນເມືອຢາມຄອບຄົວ ໃນຊ່ວງ ພັກຮຽນ, ວັນເສົາ-ອາທິດ ຫຼື ວັນພັກລັດຖະການຕ່າງໆ ແມ່ນບໍ່ອະນຸຍາດໃຫ້ພໍ່ແມ່-ຜູ້ປົກຄອງຂອງນັກຮຽນນັກສຶກສາ ແລະ ຫມູ່ເພື່ອນຈາກພາຍນອກເຂົ້າມາຢ້ຽມຢາມນັກສຶກສາໃນສະຖານການສຶກສາຢ່າງເດັດຂາດ, ໃນກໍລະນີຈໍາເປັນມອບໃຫ້ສະຖານການສຶກສາພິຈາລະນາຕາມຄວາມເຫມາະສົມ.

6 ໃຫ້ເປີດການຮຽນ-ການສອນ ໃນສະຖານການສຶກສາກ່ອນໄວຮຽນ, ສາມັນສຶກສາ, ການສຶກສານອກໂຮງຮຽນ, ການສຶກສາສົງ, ການສຶກສາຄູ, ພະລະ ແລະ ສິລະປະສຶກສາ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ທັງພາກ ລັດ-ເອກະຊົນ ແບບເຊິ່ງຫນ້າປົກກະຕິ ຫຼື ແບບປະສົມປະສານ ຫຼື ຮູບແບບທີ່ເຫມາະສົມ ຢູ່ເຂດທີ່ບໍ່ມີການລະບາດ ໃນຊຸມຊົນ ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ COVID-19ຢ່າງເຂັ້ມງວດ;

7 ອະນຸຍາດໃຫ້ຄັດເລືອກເອົານັກສຶກສາເຂົ້າຮຽນໃຫມ່ໃນສາຍອາຊີວະສຶກສາ, ວິທະຍາໄລ, ສະຖາບັນການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ໂດຍນໍາໃຊ້ 1 ໃນ 3 ຮູບແບບ ຫຼື ປະສົມປະສານກັນຄື ການສອບເສັງແບບເຊິ່ງ ຫນ້າ, ການສອບເສັງຮູບແບບທາງໄກ (ອອນລາຍ) ແລະ ຄັດເລືອກອີງໃສ່ຄະແນນຮຽນຈົບຊັ້ນມັດທະຍົມສຶກສາ,ແຕ່ຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງເຂັ້ມງວດ.

8 ສໍາລັບສະຖານການສຶກສາທີ່ເປີດຮຽນແບບເຊິ່ງຫນ້າ, ໃຫ້ຕັ້ງຈຸດກວດວັດອຸນຫະພູມກ່ອນເຂົ້າຫ້ອງຮຽນ, ໃຫ້ມີເຈວລ້າງມື ໃນແຕ່ລະຊັ້ນຮຽນ ແລະ ໃນຫໍພັກ, ນັກຮຽນ-ນັກສຶກສາ ແລະ ຄູ-ອາຈານຕ້ອງໃສ່ຜ້າປິດປາກດັງ ຕະຫຼອດເວລາ, ເວລາຮຽນໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ, ເວລາປະຕິບັດກິດຈະກໍາໃຫ້ຮັກສາໄລຍະຫ່າງ 2 ແມັດ ຂຶ້ນໄປ; ໃຫ້ຫຼຸດຜ່ອນກິດຈະກໍາຕ່າງໆເປັນຕົ້ນແມ່ນ ກິດຈະກໍາທາງສັງຄົມ ຫຼື ກິດຈະກໍາກິລາ-ກາຍຍະກໍາ ທີ່ມີຈໍານວນຜູ້ເຂົ້າຮ່ວມບໍ່ເກີນ 50 ຄົນ;

ໃນເວລາຢູ່ໂຮງຮຽນຖ້າເຫັນວ່ານັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ມີອາການຄ້າຍຄືການຕິດເຊື້ອພະຍາດ COVID-19 ເຊັ່ນ: ມີອຸນຫະພູມສູງເກີນ 37,5°, ໄອ, ເຈັບຄໍ, ເຈັບຫົວ ໃຫ້ແຍກຜູ້ກ່ຽວໄປໄວ້ຫ້ອງ ປະຖົມພະຍາບານ ເພື່ອຫຼີກລ່ຽງການສໍາພັດໃກ້ຊິດກັບຫຼາຍຄົນ ແລະ ໃຫ້ໂທປຶກສາເບີສາຍດ່ວນຂອງກະຊວງສາທາລະນະສຸກ 165, 166 ແລະ ລາຍງານຄະນະສະເພາະກິດຂັ້ນຂອງຕົ້ນດ່ວນ;

9 ມອບໃຫ້ຜູ້ບໍລິຫານສະຖານການສຶກສາໃນທົ່ວປະເທດໃຫ້ການຮ່ວມມືໃນການສະຫນອງຂໍ້ມູນຕົວເລກນັກຮຽນນັກສຶກສາ ທີ່ເປັນກຸ່ມເປົ້າຫມາຍສັກຢາວັກແຊງຂອງຂະແຫນງສາທາລະນະສຸກ ຕາມແຈ້ງການ ຂອງກະຊວງ ສາທາລະນະສຸກ ສະບັບເລກທີ 1295/ສທ, ລົງວັນທີ 14 ພະຈິກ 2021;

10 ມອບໃຫ້ຜູ້ບໍລິຫານການສຶກສາ ແລະ ກິລາ ທຸກຂັ້ນ ຜັນຂະຫຍາຍແຈ້ງການສະບັບນີ້ເປັນອັນລະອຽດ, ເພີ່ມທະວີຢ່າງເຂັ້ມງວດໃນການຕິດຕາມ, ກວດກາ, ສະຫລຸບລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບ ຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ COVID-19 ໃນຂອບເຂດທີ່ຕົນຮັບຜິດຊອບ ແລະ ລາຍ ງານໃຫ້ຄະນະສະເພາະກິດກະຊວງສຶກສາທິການ ແລະ ກິລາ ຊາວ ກ່ອນວັນທີ 22 ພະຈິກ 2021.
ດັ່ງນັ້ນ, ຈຶ່ງແຈ້ງການມາຍັງການຈັດຕັ້ງທຸກພາກສ່ວນເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດແຈ້ງການ ສະບັບນີ້ຢ່າງເຂັ້ມງວດ ແລະ ໃຫ້ໄດ້ຮັບຜົນດີ.