ສະຖານີຂົນສົ່ງໂດຍສານສາຍເຫນືອ ພ້ອມເປີດບໍລິການ ພຽງລໍຖ້າການຕອບຮັບຈາກແຂວງປາຍທາງເທົ່ານັ້ນ

540

ສະຖານີຂົນສົ່ງໂດຍສານສາຍເຫນືອພາຍໃນ ແລະ ຕ່າງປະເທດ ນະຄອນຫຼວງວຽງຈັນ ພ້ອມເປີດໃຫ້ບໍລິການພໍ່ແມ່ປະຊາຊົນ ແຕ່ຕິດຢູ່ທີ່ບັນດາແຂວງປາຍທາງຍັງບໍ່ເປີດຮອງຮັບໃນການເດີນທາງເຂົ້າຫາບັນດາແຂວງໄດ້. ດັ່ງນັ້ນ, ໃນການປະຕິບັດຕົວຈິງຈຶ່ງພົບກັບບັນຫາ ແລະ ຂໍ້ຫຍຸ້ງຍາກຫລາຍຢ່າງ ທີ່ເຮັດໃຫ້ເກີດມີການສວຍໂອກາດໃນການດຳເນີນການຂົນສົ່ງໂດຍສານທີ່ບໍ່ຖືກຕ້ອງເກີດຂຶ້ນ.

ໃນວັນທີ 16 ພະຈິກ 2021 ທ່ານ ຄໍາດີ ຜູ້ຈັດການສະຖານີຂົນສົ່ງໂດຍສານສາຍເຫນືອ ພາຍໃນ ແລະ ຕ່າງປະເທດໄດ້ໃຫ້ສໍາພາດ ວ່າ ໂດຍອີງຕາມແຈ້ງການຂອງເລກທີ 1494/ຫສນຍ ລົງວັນທີ 14 ພະຈິກ 2021 ແມ່ນສາມາດດໍາເນີນການຂົນສົ່ງໂດຍສານທັງ ທາງບົກ, ທາງນໍ້າ ແລະ ທາງອາກາດໄດ້ ແຕ່ໃນການປະຕິບັດຕົວຈິງໃນບັນດາແຂວງພາກເໜືອຍັງບໍ່ສາມາດດໍາເນີນການໄດ້ ເນື່ອງຈາກບັນດາແຂວງປາຍທາງຍັງບໍ່ຮອງຮັບ ເພາະເພິ່ນໄດ້ອີງໃສ່ແຈ້ງການຂອງຄະນະສະເພາະກິດຕົນເປັນທີ່ຕັ້ງ, ມາດຕະການຕ່າງໆ ແມ່ນຍັງຮັດແຫນ້ນຄືເກົ່າ; ສະນັ້ນຈຶ່ງເຮັດໃຫ້ການເປີດຄິວລົດໃນວັນນີ້ບໍ່ໄດ້ຮັບຜົນ ສໍາລັບຄວາມພ້ອມຂອງທາງການບໍລິການເອງແມ່ນມີຄວາມພ້ອມທີ່ສຸດ100% ພຽງແຕ່ລໍຖ້າການຕອບຮັບຈາກບັນດາແຂວງປາຍທາງເທົ່ານັ້ນ.

ທ່ານຍັງກ່າວຕື່ມວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ ສົ່ງຜົນກະທົບ ຢ່າງຫນັກຫນ່ວງບໍ່ວ່າຈະເປັນທາງສະຖານີ ຫລືວ່າເຈົ້າຂອງລົດໂດຍສານ, ລວມທັງພະນັກງານກໍາມະກອນທັງຫມົດເອງກໍແມ່ນໄດ້ຮັບຜົນກະທົບຮ້ອຍສ່ວນຮ້ອຍຢ່າງຫລີກລ່ຽງບໍ່ໄດ້ ແລະ ມາເຖິງປັດຈຸບັນນີ້ມີພຽງແຂວງຫົວພັນແຂວງດຽວເທົ່ານັ້ນທີ່ສາມາດເຂົ້າໄດ້ ແລະ ຕ້ອງກັກໂຕ, ຕ້ອງແຍກລະຫວ່າງຜູ້ໂດຍສານບ້ານສີຂຽວ ແລະ ບ້ານສີແດງຕ່າງຫາກ ພ້ອມທັງຕ້ອງໄດ້ລາຍງານຢ່າງລະອຽດກ່ຽວກັບຜູ້ເດີນທາງ( ແຕ່ຍັງບໍ່ເປັນທາງການພຽງແຕ່ຜູ້ປະກອບການແຈ້ງມາເທົ່ານັ້ນ).

ສໍາລັບຜູ້ທີ່ມີຄວາມຕ້ອງການທີຈະເດີນທາງໄປຍັງບັນດາແຂວງພາກເຫນືອແມ່ນສາມາດໂທສອບຖາມໄດ້ທີ່ເບີ 021 612384, 021 612385 ແລະ 021 612386 ພ້ອມນີ້ທາງສະຖານີຂົນສົ່ງໂດຍສານສາຍເຫນືອຂອງພວກເຮົາ ມີການປະຕິບັດມາດຕະການຢ່າງເຂັັ້ມງວດເຊັ່ນ: ການວັດແທກອຸນຫະພູມ, ການໃສ່ຜ້າອັດປາກ-ດັງ, ການລ້າງມືໃສ່ນໍ້າຢາຂ້າເຊື້ອ ພ້ອມກັບມາດຕະການໃນການຮັກສາໄລຍະຫ່າງ ເພື່ອຄວາມປອດໄພຂອງຜູ້ປະກອບການ ແລະ ຜູ້ເດີນທາງອີກດ້ວຍ ພ້ອມນີ້ກໍຂໍຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງໃຫ້ມີແຈ້ງການ ຫລື ມາດຕະການລວມທີ່ເປັນເອກະພາບກັນໃນການອໍານວຍຄວາມສະດວກໃຫ້ສາມາດເປີດດໍາເນີນການໄດ້ຢ່າງເປັນປົກກະຕິ ຖ້າບໍ່ດັ່ງນັ້ນຈະເປັນຊ່ອງວ່າງໃນການເອື້ອອໍານວຍແກ່ຜູ້ປະກອບການທີ່ດໍາເນີນການແບບບໍ່ຖືກຕ້ອງໄດ້.

.

ນອກຈາກນີ້, ທ່ານ ສົມສະຫນິດ ຮວດທອງຄໍາ ຮອງຫົວຫນ້າຂະແຫນງຄຸ້ມຄອງການຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນກ່າວຕື່ມວ່າ: ເນື່ອງຈາກບັນດາແຈ້ງການການອາດຈະບໍ່ທັນຮອດບັນດາແຂວງ ແລະ ບາງແຂວງກໍຍັງມີການສືບຕໍ່ປະຕິບັດມາດຕະການໃນການສະກັດກັ້ນໂຄວິດ-19ຢູ່; ດັ່ງນັ້ນ, ຈຶ່ງຢາກລະດົມຜູ້ຈັດການສະຖານີໂດຍສານໃນການປະສານພົວພັນບັນດາແຂວງຕື່ມ ຖ້າຫາກວ່າມີບັນຫາທາງພະແນກໂຍທາທິການ ແລະ ຂົນສົ່ງຈະປະສານງານຊ່ວຍຕື່ມ ເພື່ອໃຫ້ເປີດບໍລິການເປັນປົກກະຕິໄດ້ ເພາະທາງຂັ້ນເທິງໄດ້ອະນຸຍາດແລ້ວໃນການເປີດດໍາເນີນການຂົນສົ່ງໂດຍສານພາຍໃນປະເທດ.