ສປປ ລາວ ສຳເລັດການກຳນົດ ແລະ ປັກຫຼັກໝາຍຊາຍແດນສຳເລັດກັບ 3 ປະເທດ

721

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວໃນໂອກາດຂຶ້ນສະເໜີຮ່າງ ກົດໝາຍ ວ່າດ້ວຍຊາຍແດນແຫ່ງຊາດ (ກົດໝາຍສ້າງໃໝ່) ເຊິ່ງປະກອບມີ 9 ພາກ, 2 ໝວດ ແລະ 61 ມາດຕາໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍຂອງວັນທີ 15 ພະຈິກ 2021 ວ່າ: ສປປ ລາວ ມີຊາຍແດນຕິດຈອດກັບ 5 ປະເທດ, ພາຍຫຼັງທີ່ປະເທດຊາດໄດ້ຮັບການສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ, ພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ສຳຄັນໃນການປົກປັກຮັກສາເຂດນໍ້າແດນດິນ ໂດຍການປຶກສາຫາລື ແລະ ເຈລະຈາກັບປະເທດທີ່ມີຊາຍແດນຕິດຈອດກັນ ເພື່ອແນໃສ່ກໍານົດເສັ້ນຊາຍແດນລະຫວ່າງຊາດ ແລະ ປັກຫຼັກໝາຍຊາຍແດນຮ່ວມກັນໃຫ້ມີຄວາມຊັດເຈນຈະແຈ້ງ ພ້ອມທັງຮັບປະກັນການຮັບຮູ້ເຂດແດນອະທິປະໄຕຂອງກັນ ແລະ ກັນ ແລະ ຫຼີກລ່ຽງຂໍ້ຜິດພາດດ້ານຊາຍແດນຂອງກັນ ແລະ ກັນ.

ຕະຫລອດໄລຍະ 4 ທົດສະວັດ ທີ່ຜ່ານມາ, ສປປ ລາວ ໄດ້ສຳເລັດການກຳນົດ ແລະ ປັກຫຼັກໝາຍຊາຍແດນສຳເລັດກັບ 3 ປະເທດ ຄື: ສສ ຫວຽດນາມ ທີ່ມີຄວາມຍາວທັງໝົດ 2.337 ກິໂລແມັດ ແລະ ມີຫຼັກໝາຍທັງໝົດ 1.002 ຫຼັກ;ກັບ ສປ ຈີນ ມີຄວາມຍາວທັງໝົດ 508 ກິໂລແມັດ ແລະ ມີຫຼັກໝາຍທັງໝົດ 104 ຫຼັກ; ກັບ ມຽນມາ ມີຄວາມຍາວທັງຫມົດ 236 ກິໂລແມັດ ແລະ ມີຫຼັກໝາຍຄູ່ທັງໝົດ 172 ຫຼັກ (ເບື້ອງລະ 86 ຫຼັກໝາຍ) ໂດຍໄດ້ສ້າງສົນທິສັນຍາ ກ່ຽວກັບການກຳນົດເສັ້ນຊາຍເເດນ ແລະ ລະບຽບການຄຸ້ມຄອງຊາຍແດນ ກັບສາມປະເທດດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນຮ່ວມກັນ ກໍຄື ການປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍເເດນຮ່ວມກັນ.

ພ້ອມດຽວກັນນີ້, ພວກເຮົາກໍກໍາລັງດໍາເນີນການເຈລະຈາກໍານົດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນ ກັບ ປະເທດໄທ ທີ່ມີຄວາມຍາວທັງໝົດ 1.835 ກິໂລແມັດ. ໃນນີ້, ທາງນໍ້າ 1.100 ກິໂລແມັດ ແລະທາງບົກ 735 ກິໂລເເມັດ ປັດຈຸບັນສຳເລັດແລ້ວ 37% ຂອງຊາຍແດນທັງໝົດ ໂດຍມີ 211 ຫຼັກໝາຍ ແລະ ກັບ ປະເທດກຳປູເຈຍ ມີຊາຍແດນຮ່ວມກັນທັງໝົດປະມານ 535 ກິໂລແມັດ ຊຶ່ງປັດຈຸບັນ ສຳເລັດແລ້ວ 86% ສາມາດປັກຫຼັກໝາຍ ໄດ້ແລ້ວ 121 ຫຼັກ.

ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກ່າວຕື່ມອີກວ່າ: ຕະຫຼອດໄລຍະທີ່ຜ່ານມາ, ການຄຸ້ມຄອງເສັ້ນຊາຍແດນ ແລະ ປົກປັກຮັກສາຫຼັກໝາຍຊາຍແດນ ແມ່ນພວກເຮົາອີງໃສ່ກົດໝາຍສາກົນ ກໍຄື ສົນທິສັນຍາ ແລະ ອະນຸສັນຍາກ່ຽວກັບຊາຍແດນທີ່ ສປປ ລາວ ແລະ ບັນດາປະເທດໃກ້ຄຽງເປັນພາຄີ ຊຶ່ງຜ່ານມາກໍຖືວ່າ ໄດ້ຮັບໝາກຜົນເປັນຢ່າງດີ.

ແຕ່ເຖິງຢ່າງໃດກໍຕາມ, ກໍບໍ່ປາສະຈາກໄດ້ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຕາມເສັ້ນຊາຍແດນ ແລະ ບໍລິເວນຊາຍແດນ ເປັນຕົ້ນ ການຄ້າຂາຍເຖື່ອນ, ການຄ້າຢາເສບຕິດ, ການຄ້າມະນຸດ, ການເຂົ້າ-ອອກເມືອງຜິດກົດໝາຍ, ການລະເມີດລະບຽບການຊາຍແດນ ແລະ ບໍລິເວນຊາຍແດນ ດ້ວຍການເຂົ້າໄປທຳມາຫາກິນ, ລັກລອບຕັດໄມ້ ຫຼື ຫາເຄື່ອງປ່າຂອງດົງລວມທັງມີປະກົດການການທໍາລາຍຫຼັກໝາຍຊາຍແດນບາງຄັ້ງຄາວ.