ການຮຽນຈະເປີດ ຫຼື ປິດອ່ານຕາມນີ້ເລີຍ 8 ຂໍ້ກະຊວງສຶກສາປະກາດໃໝ່ໆ 16 ພະຈິກ

808

ຫຼາຍວັນທີ່ຜ່ານມາເຫັນໄດ້ວ່າການລະບາດໂຄວິດ19 ຢູ່ລາວແມ່ນກະໂດດຂັ້ນແບບທຸບສະຖິຕິຄື ຕົວເລກຫຼັກພັນຕໍ່ວັນ ແລະ ມີຍອດຜູ້ເສຍຊີວິດບໍ່ເວັ້ນໃນແຕ່ລະວັນ ແລະ ຄາດວ່າຍັງຈະເພີ່ມຂຶ້ນສູງອີກຢ່າງຕໍ່ເນື່ອງ.
ຕໍ່ກັບບັນຫາດັ່ງກ່າວເຮັດໃຫ້ສົ່ງຜົນກະທົບໃຫ້ກັບຫຼາຍວຽກງານ ໂດຍສະເພາະວຽກງານການສຶກສາ ເຊິ່ງຫຼ້າສຸດນີ້ ກະຊວງສຶກສາທິການ ແລະ ກິລາກໍ່ໄດ້ອອກແຈ້ງການເລກທີ 1096/ສສກ ລົງວັນທີ 16 ພະຈິກ 2021 ກ່ຽວກັບ ການສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ຂອງຂະແຫນງສຶກສາ ແລະ ກິລາ ເລີ່ມແຕ່ວັນທີ 15 ພະຈິກ 2021 ເປັນຕົ້ນໄປ.

ຕາມແຈ້ງການໄດ້ເນັ້ນສືບຕໍ່ເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃຫມ່ COVID-19 ທົ່ວຂະແຫນງສຶກສາ ແລະ ກິລາ ໃນຂອບເຂດທົ່ວປະເທດ ເຊິ່ງວ່າມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຢ່າງເຂັ້ມງວດ:
1. ສືບຕໍ່ປີດການຮຽນການສອນໃນທຸກຊັ້ນທຸກສາຍໃນເມືອງ, ເຂດທີ່ມີການລະບາດພະຍາດ COVID-19 ໃນຊຸມຊົນ
2 ສືບຕໍ່ປີດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກໍາລັງກາຍຕາມສວນສາທາລະນະຕ່າງໆ ຢູ່ແຂວງ/ນະຄອນຫຼວງ ທີ່ມີການລະບາດໃນຊຸມຊົນ

3 ຫ້າມຈັດກອງປະຊມ, ຝຶກອົບຮົມ, ສໍາມະນາຕ່າງໆ ແບບເຊິ່ງຫນ້າ ແລະ ການເຄື່ອນໄຫວວຽກງານຢູ່ພາຍໃນ ແລະຕ່າງແຂວງ/ນະຄອນຫຼວງ, ເມືອງ/ນະຄອນ ແລະ ເຂດທີ່ມີການລະບາດ ທີ່ມີຜູ້ເຂົ້າຮ່ວມຫຼາຍກວ່າ 50 ຄົນ
4 ຫ້າມພະນັກງານທີ່ອາໄສໃນເຂດທີ່ມີການລະບາດໃນຊຸມຊົນ, ຜູ້ທີ່ສໍາຜັດໃກ້ຊິດກັບກໍລະນີຜູ້ຕິດເຊື້ອ (C1) ແລະ ຫ້າມພະນັກງານ-ຄູອາຈານເພດຍິງທີ່ຖືພາມາປະຈໍາການ, ໃຫ້ຈັດຕັ້ງກັນເຮັດວຽກຢູ່ເຮືອນຜ່ານລະບົບເອເລັກໂຕຣນິກ, ອີເມວ, ລະບົບປະຊມທາງໄກ ແລະ ວິທີການອື່ນທີ່ເຫມາະສົມ

5 ສໍາລັບຜູ້ບໍລິຫານ, ພະນັກງານ-ຄູອາຈານ, ນັກຮຽນ, ນັກສຶກສາ ທີ່ຮູ້ວ່າຕົນເອງເປັນຜູ້ສໍາຜັດໃກ້ຊິດກັບຜູ້ຕິດເຊື້ອແມ່ນໃຫ້ຮີບຮ້ອນລາຍງານຕໍ່ຄະນະສະເພາະກິດຂັ້ນຂອງຕົນ ແລະ ການຈັດຕັ້ງ ໄດ້ຮັບຊາບຢ່າງຮີບດ່ວນ, ໃຫ້ເຝົ້າ ລະວັງພ້ອມທັງຈໍາກັດບໍລິເວນຕົນເອງ ແລະ ປະຕິບັດຕາມຄໍາແນະນໍາທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.
.6 ຫ້າມເດັດຂາດບໍ່ໃຫ້ຊຸມແຊວສັງສັນ ແລະ ຈັດງານລ້ຽງທຸກປະເພດ-ທຸກຮູບແບບ ພາຍໃນສະຖານທີ່ເຮັດວຽກ,ສະຖານການສຶກສາ, ຫໍພັກລວມຂອງພະນັກງານ-ຄູອາຈານ, ຫໍພັກລວມຂອງນັກຮຽນ-ນັກສຶກສາ ແລະ ສະຖານທີ່ອອກກໍາລັງກາຍ-ຫຼິ້ນກິລາກາຍຍະກໍາ ແລະ ຫ້າມຈໍາຫນ່າຍເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດໃນສະຖານທີ່ດັ່ງກ່າວ

.

7 ບໍ່ອະນຸຍາດໃຫ້ນັກຮຽນ-ນັກສຶກສາໃນຫໍພັກ ກິນເຂົ້າລວມກັນໃນໂຮງອາຫານ ຫຼື ໃນຫໍພັກ ແລະ ຫ້ອງພັກ, ໃຫ້ຄະນະຮັບຜິດຊອບຫໍພັກ ຊີ້ນໍາ ໃຫ້ແຕ່ລະຄົນໃນຫ້ອງ (ໃຫ້ກິນຜູ້ດຽວ); ສໍາລັບຮ້ານອາຫານໃນໂຮງຮຽນ ແມ່ນ ໃຫ້ຊື້ກັບໄປກິນຢູ່ບ່ອນອື່ນ, ບໍ່ໃຫ້ນັ່ງກິນຢູ່ຮ້ານອາຫານ; ຍົກເວັ້ນສະຖານການສຶກສາ ທີ່ບໍ່ມີການເຄື່ອນຍ້າຍຂອງຄູອາຈານ ແລະ ນັກຮຽນ-ນັກສຶກສາ
8 ໃນແຂວງທີ່ມີການແຜ່ລະບາດຂອງພະຍາດ COVID-19 ລະດັບ 3, ບໍ່ອະນຸຍາດໃຫ້ພະນັກງານ, ຄູ-ອາຈານ,ນັກຮຽນ-ນັກສຶກສາ ທີ່ອາໄສຢູ່ຫໍພັກ ອອກນອກສະຖານທີ່ໃນເວລາຮຽນ ຫຼື ກັບຄືນເມືອຢາມຄອບຄົວ ໃນຊ່ວງ ພັກຮຽນ, ວັນເສົາ-ອາທິດ ຫຼື ວັນພັກລັດຖະການຕ່າງໆ ແມ່ນບໍ່ອະນຸຍາດໃຫ້ພໍ່ແມ່-ຜູ້ປົກຄອງຂອງນັກຮຽນນັກສຶກສາ ແລະ ຫມູ່ເພື່ອນຈາກພາຍນອກເຂົ້າມາຢ້ຽມຢາມນັກສຶກສາໃນສະຖານການສຶກສາຢ່າງເດັດຂາດ, ໃນກໍລະນີຈໍາເປັນມອບໃຫ້ສະຖານການສຶກສາພິຈາລະນາຕາມຄວາມເຫມາະສົມ.