ທະນາຄານພັດທະນາລາວ ອຸປະຖໍາພາຫະນະ, ອຸປະກອນ ແລະ ເງິນຊຸກຍູ້ ວຽກງານສະພາແຫ່ງຊາດ

538

ໃນວັນທີ 15 ພະຈິກ 2021 ທີ່ດ້ານໜ້າຫໍປະຊຸມສະພາແຫ່ງຊາດ, ໄດ້ມີພິທີມອບ-ຮັບ ພາຫະນະ, ວັດຖຸອຸປະກອນ ແລະ ເງິນຊຸກຍູ້ ໃຫ້ແກ່ສະພາແຫ່ງຊາດ ໃຫ້ກຽດຕາງໜ້າມອບໂດຍ ທ່ານ ລິດສະໝີ ລາດຊະວົງ ຜູ້ອຳນວຍການໃຫຍ່ ທະນາຄານພັດທະນາລາວ ແລະ ຕາງໜ້າຮັບໂດຍທ່ານ ນາງ ປິ່ງຄຳ ລາຊະສິມມາ, ເລຂາທິການສະພາແຫ່ງຊາດ ໂດຍການໃຫ້ກຽດເປັນສັກຂີພະຍານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແລະ ທ່ານ ຈັນທະໜອມ ພົມມະນີ ປະທານຄະນະຜູ້ບໍລິຫານງານ ທພລ ພ້ອມດ້ວຍຄະນະບໍລິຫານຂອງທັງສອງຝ່າຍ.

อาจเป็นรูปภาพของ 5 คน และ ผู้คนกำลังยืน

ເພື່ອເປັນການຈັດຕັ້ງ ແລະ ຜັນຂະຫຍາຍນະໂຍບາຍຂອງພັກ ແລະ ລັດໃນການສ້າງສາປະເທດຊາດ ແລະ ທັງເປັນການປະກອບສ່ວນໃຫ້ກັບສັງຄົມ, ໂດຍສະເພາະວຽກງານອັນພົ້ນເດັ່ນ ຂອງລັດຖະ ບານ. ດັ່ງນັ້ນ, ທະນາຄານພັດທະນາລາວ ຈຶ່ງໄດ້ມີມອບພາຫະນະ, ວັດຖຸອຸປະກອນ ແລະ ເງິນຊຸກຍູ້ ໃຫ້ສະພາແຫ່ງຊາດ, ເຊິ່ງປະກອບມີ: ລົດຕູ້ ໂຕໂຢຕ້າ VIP 14 ບ່ອນນັ່ງ ຈໍານວນ 1 ຄັນ ໃຫ້ສະພາແຫ່ງຊາດ, ລົດກະບະອີຊູຊຸ ຈໍານວນ 1 ຄັນ ໃຫ້ ຄະນະສື່ມວນຊົນສະພາແຫ່ງຊາດ, ຄອມພິວເຕີ Notebook ຈໍານວນ 6 ເຄື່ອງ ໃຫ້ ກົມເລຂາ ແລະ ສື່ມວນຊົນສະພາແຫ່ງຊາດ, ເງິນສົດ 200 ລ້ານກີບ ໃຫ້ກອງທຶນສື່ມວນຊົນສະພາແຫ່ງຊາດ ແລະ ເງິນ 30 ລ້ານກີບ ເພື່ອຊຸກຍູ້ອາຫານທີ່ຮັບໃຊ້ເຂົ້າໃນກອງປະຊຸມ ຂອງສະພາແຫ່ງຊາດຄັ້ງທີ 2 ສະໄໝທີ IX ລວມມູນຄ່າທັງໝົດ 1.209.000.000 ກີບ (ໜຶ່ງຕື້ສອງຮ້ອຍເກົ້າລ້ານກີບ).

อาจเป็นรูปภาพของ 11 คน, ผู้คนกำลังยืน และ กลางแจ้ง

ໃນໄລຍະຜ່ານມາ, ທະນາຄານພັດທະນາລາວ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ, ປະກອບສ່ວນເຂົ້າໃນວຽກງານຂອງລັດຖະບານ ເປັນຕົ້ນແມ່ນສົມທົບທຶນເຂົ້າໃນວຽກງານການສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ກັບບັນດາແຂວງຕ່າງໆ ແລະ ບັນດາກະຊວງຈໍານວນໜຶ່ງ, ໄດ້ປະ ກອບສ່ວນຊ່ວຍຊຸກຍູ້ວຽກງານ ຂະແໜງການທ່ອງທ່ຽວ, ວຽກງານຂະແໜງການກະສິກໍາ ອັນເປັນທ່າແຮງສໍາຄັນທີ່ຈະຊ່ວຍຟື້ນຟູເສດຖະກິດຂອງປະເທດຊາດໃຫ້ມີບາດກ້າວດີຂຶ້ນເລື້ອຍໆ.

อาจเป็นรูปภาพของ 2 คน

อาจเป็นรูปภาพของ 3 คน และ ถนน

ໃນໂອກາດດຽວກັນ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກໍໄດ້ສະແດງຄວາມຂອບໃຈມາຍັງຄະນະຜູ້ບໍລິຫານງານ ທະນາຄານພັດທະນາລາວ ທີ່ເຫັນໄດ້ເຖິງຄວາມສໍາຄັນໃນວຽກງານຂອງລັດຖະບານ ກໍຄືວຽກງານຂອງສະພາແຫ່ງຊາດ ແລະ ຈະນຳເອົາເຄື່ອງທັງໝົດທີ່ໄດ້ຮັບໃນຄັ້ງນີ້ ນໍາມາໃຊ້ເຂົ້າໃນວຽກງານ ໃຫ້ເກີດປະໂຫຍດຫຼາຍທີ່ສຸດ.