16 ພະຈິກສະຖິຕິສູງທີ່ສຸດນັບແຕ່ມີການລະບາດໃນລາວ 1.306 ຄົນ

925

ມື້ນີ້ ສປປ ລາວ ກວດພົບຜູ້ຕິດເຊື້ອເປັນສະຖິຕິໃໝ່ສູງທີ່ສຸດນັບແຕ່ມີການລະບາດໃນປະເທດເຮົາມື້ດຽວ 1.306 ຄົນ ມີຜູ້ຕິດເຊື້ອພາຍໃນ ມີ 1.290 ຄົນ ແລະ ຕິດເຊື້ອນໍາເຂົ້າ 16 ຄົນ ໃນນັ້ນຕິດຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງ 597 ຄົນ, ຮອງລົງມາຄືຫຼວງພະບາງ ມີ 201 ຄົນ, ແຂວງວຽງຈັນ ມີ 110 ຄົນ, ຜົ້ງສາລີ ມີ 121 ຄົນ ແລະ ແຂວງໄຊຍະບູລີ ມີ 62 ຄົນ.

ຈາກຕົວເລກດັ່ງກ່າວເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 56.324 ຄົນ, ເສຍຊີວິດສະສົມ 110 ຄົນ (ໃໝ່ 6). ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 16 ພະຈິກ 2021 ວ່າ: ໃນວັນທີ 15 ພະຈິກ 2021, ທົ່ວປະເທດ ຕົວເລກການຕິດເຊື້ອມື້ນີ້ແມ່ນຜ່ານການກວດຫາເຊືື້ອ ໂຄວິດ-19 ຈາກທັງໝົດ 6.865 ຕົວຢ່າງ ຈິ່ງກວດພົບຜູ້ຕິດເຊືື້ອໃໝ່ 1.306 ຄົນ.


ຜູ້ຕິດເຊືື້ອພາຍໃນໃໝ່ ທັງໝົດ 1.290 ຄົນ ມາຈາກ 16 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້: ນະຄອນຫຼວງ 597 ຄົນ, ຫຼວງພະບາງ ມີ 201 ຄົນ, ແຂວງວຽງຈັນ ມີ 110 ຄົນ , ຫຼວງນ້ຳທາ ມີ 8 ຄົນ ,ຜົ້ງສາລີ ມີ 121 ຄົນ, ໄຊຍະບູລີ ມີ 62 ຄົນ,ຈຳປາສັກ ມີ 39 ຄົນ, ອຸດົມໄຊ ມີ 24 ຄົນ , ເຊກອງ ມີ 13 ຄົນ, ບໍລິຄຳໄຊ ມີ 26 ຄົນ, ຄຳມ່ວນ ມີ 11 ຄົນ, ສະຫວັນນະເຂດ ມີ 16 ຄົນ, ບໍ່ແກ້ວ ມີ 57 ຄົນ, ສາລະວັນ ມີ 1 ຄົນ, ຫົວພັນ ມີ 2 ຄົນ , ອັດຕະປື ມີ 2 ຄົນ.


ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 16 ຄົນ ຈາກ ນະຄອນຫຼວງວຽງຈັນ 9 ຄົນ, ສະຫວັນນະເຂດ 4 ຄົນ, ຄຳມ່ວນ 2 ຄົນ ແລະ ສາລະວັນ 1 ຄົນ ເຊິ່ງໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ທີ່ກຳນົດໄວ້, ເຮັດໃຫ້ມາຮອດວັນທີ 16 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 56.324 ຄົນ, ເສຍຊີວິດສະສົມ 110 ຄົນ (ໃໝ່ 6), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 468 ຄົນ, ກໍາລັງປິ່ນປົວ 10.610 ຄົນ.