ບໍລິສັດ ນໍ້າເພັດຈະເລີນຊັບ ອຸປະຖໍາການກໍ່ສ້າງປະຕູໂຂງໃຫ້ເມືອງທຸລະຄົມ ມູນຄ່າ 3ຮ້ອຍກວ່າລ້ານກີບ

640

ໃນຕອນເຊົ້າວັນທີ 15 ພະຈິກ 2021, ຄະນະຮັບຜິດຊອບໂຄງການກໍ່ສ້າງປະຕູໂຂງເຂົ້າເມືອງ ໄດ້ລົງໄປກວດກາເບິ່ງສະຖານທີ່ຈຸດກໍ່ສ້າງຕົວຈິງ, ໂດຍການນໍາພາຄະນະຂອງ ທ່ານ ນາງ ວົງເດືອນ ວັດຕະໂສ ເຈົ້າເມືອງໆທຸລະຄົມ, ມີ ທ່ານ ກິຄໍາ ວົງໄຊ ຮອງເຈົ້າເມືອງ, ການນໍາຂອງເມືອງ, ຫົວໜ້າຫ້ອງ ການໂຍທາທິການ ແລະ ຂົນສົ່ງ ເມືອງ, ຫ້ອງການກ່ຽວຂ້ອງ, ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດ, ຫົວໜ້າກຸ່ມບ້ານຕານປ່ຽວ ແລະ ນາຍບ້ານໄຮຢ່ອນເຂົ້າຮ່ວມກວດກາພື້ນທີ່ຕົວຈິງ.


ການກໍ່ສ້າງໂຄງການດັ່ງກ່າວນີ້ຂຶ້ນແມ່ນຄວາມມຸ່ງມາດປາຖະໜາຂອງການນໍາເມືອງ ແລະ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດ ມອບເປັນຂອງຂວັນ ແລະ ເປັນສັນຍາລັກທີ່ເອກອ້າງທະນົງໃຈໃຫ້ຊາວເມືອງທຸລະຄົມ ກໍຄືຊາວແຂວງວຽງຈັນ, ພາຍໃຕ້ການຂໍທິດຊີ້ນໍາ ແລະ ເຫັນດີເຫັນພ້ອມຈາກການນໍາຂອງແຂວງວຽງຈັນ, ເຊິ່ງຕົກລົງສ້າງກວມໃສ່ເສັ້ນທາງຫລວງແຫ່ງຊາດເລກທີ 10, ຢູ່ຈຸດຂອງບ້ານໄຮຢ່ອນ ເມືອງທຸລະຄົມ ແຂວງວຽງຈັນ ຖັດຈາກຂົວນໍ້າທົນເສັ້ນທາງໄປນະຄອນຫລວງວຽງຈັນ ໃກ້ກັບຈຸດສາມແຍກລ້ຽວເຂົ້າໄປສູ່ບ້ານນານົກຂຸ້ມ.


ລວງຍາວຂ້າມທາງລະຫວ່າງເສົາເບື້ອງຊ້າຍຫາເບື້ອງຂົວມີໄລຍະ 12 ແມັດ, ລວງສູງນັບແຕ່ຕີນເສົາຫາຫລັງຄາ 10 ແມັດ, ມູນຄ່າການກໍ່ສ້າງທັງໝົດ 331ລ້ານກວ່າ ກີບ, ເຊິ່ງອອກແບບ ແລະ ກໍ່ສ້າງໂດຍ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດ ຮູບແບບການອຸປະຖໍາ, ຄາດຄະເນການກໍ່ສ້າງຈະໃຫ້ສໍາເລັດໃນເດືອນມີນາ ປີ 2022 ທີ່ຈະມາເຖິງນີ້.

ຂ່າວ-ພາບ ຖວທທຸລະຄົມ