ເຂົ້າໜົມປັງໄສ້ກອກພາມາຊານຊີສ ເມນູເຂົ້າໜົມປັງອົບຫອມນຸ້ມຊີສແໜ້ນ

708

ຈາກທີ່ເຄີຍເຮັດເຂົ້າໜົມປັງໄສ້ກອກເບເກີຣີ້ລົດຊາດຈືດໆ ລອງໂຮຍຊີສເພີ່ມຄວາມເຄັມນິດໆ ຄວາມຫອມຈັກໜ້ອຍຈະດີ ຫຼື ບໍ່ ມື້ນີ້ຜູ້ຂຽນກໍເລີຍຈະເອົາວິທີການເຮັດເມນູເຂົ້າໜົມປັງພາມາຊານຊີສໄສ້ກອກ ດ້ວຍການເອົາແປ້ງຄຸກເຄົ້າຊີສຈົນທົ່ວແລ້ວໂປະໄສ້ກອກໃສ່ດ້ານເທິງ ລາດດ້ວຍມາຢອງເນສ ແລະ ກໍນຳເອົາໄປອົບຈົນສຸກ ເວົ້າສຸດແລ້ວເຮົາໄປເລີ່ມເຮັດກັນເລີຍ.

ສ່ວນປະສົມເຂົ້າໜົມປັງພາມາຊານຊີສໄສ້ກອກ

+ ແປ້ງເຂົ້າໜົມປັງ 250 ກຣາມ

+ ນົມຜົງ 20 ກຣາມ

+ ນ້ຳຕານຊາຍ 35 ກຣາມ

+ ຢີສ 1 ບ່ວງຊາ

+ ເກືອ ½ ບ່ວງຊາ

+ ນ້ຳມັັນຮຳເຂົ້າ 20 ກຣາມ

+ ນ້ຳ 90 ມິນລິລິດ

+ ກິ່ນວານິລາ ½ ບ່ວງຊາ

+ ໄຂ່ໄກ່ (ເບີ2) 1 ໜ່ວຍ

+ ໄສ້ກອກ

+ ພາມາຊານຊີສຂູດ

+ ມາຢອງເນສ

ວິທີເຮັດເຂົ້າໜົມປັງພາມາຊານຊີສໄສ້ກອກ

• ໃສ່ແປ້ງເຂົ້າໜົມປັງ, ນົມຜົງ, ນ້ຳຕານຊາຍ, ຢີສ, ເກືອ, ນ້ຳມັນຮຳເຂົ້າ, ນ້ຳ ແລະ ກິ່ນວານິລາ.

• ຈາກນັ້ນຕີຈົນນຽນປະມານ 15 ນາທີ ແປ້ງທີ່ໄດ້ທີ່ແລ້ວຈະສາມາດຂຶງອອກເປັນແຜ່ນບາງຢືດ.

• ແລ້ວກໍເອົານຳມາຮວບຕຶງເປັນກ້ອງມົນ ພັກແປ້ງໄວ້ປະມານ 30 ນາທີ – 1 ຊົ່ວໂມງ ຫຼື ຈົນກວ່າແປ້ງຈະຟູຂຶ້ນເປັນສອງເທົ່າ.

• ພໍຄົບເວລາແລ້ວເຮົາກໍຊົກໄລ່ລົມ ນວດແປ້ງປະມານ 1-2 ນາທີ ພໍແປ້ງຂຶ້ນຟູແລ້ວແບ່ງແປ້ງເປັນ 8 ສ່ວນເທົ່າໆ ກັນ ກິ້ງໃຫ້ເປັນກ້ອນມົນໆ ແລ້ວພັກແປ້ງໄວ້ອີກ 10 ນາທີ.

• ຈາກນັ້ນກໍເອົາມາລີດໃຫ້ເປັນແຜ່ນວົງມົນ.

• ທາໄຂ່ໄກ່ ແແລ້ວກໍເອົາໄປຄຸກໃສ່ພາມາຊານຊີສ ພັກໄວ້ໃຫ້ຂຶ້ນຟູປະມານ 80%.

• ພໍແປ້ງຟູກໍໃຫ້ເອົາໄສ້ກອກ ກົດລົງໄປທາງກາງຂອງແປ້ງແລ້ວລາດມາຢອງເນສໃສ່.

• ຈາກນັ້ນກໍນຳເອົາໄປອົບທີ່ອຸນຫະພູມ 175 ອົງສາ ໃຊ້ໄຟເທິງ-ລຸ່ມ ເປັນເວລາ 25-30 ນາທີ.

• ສຸກແລ້ວກໍນຳອອກມາວາງຈັດໃສ່ຈານເພີ່ມມາຢອງເນສອີກເລັກໜ້ອຍກໍເປັນອັນພ້ອມເສີບໄດ້ເລີຍ.