ຕາມນີ້ເດີ້ວາລະບຸນທາດຫຼວງ ຈັດ 3 ມື້ປີນີ້

342

ຫຼາຍໆຄົນຄົງຮັບຮູ້ໄປແລ້ວວ່າ ສໍາລັບງານບຸນປະເພນີ ບຸນທາດຫຼວງນະຄອນຫຼວງວຽງຈັນ ແມ່ນອານຸຍາດໃຫ້ຈັດຕາມຮີດຄອງປະເນີ ແບບເນັ້ນພິທີທາງສາສະໜາ ໂດຍກໍານົດເອົາເປັນເວລາ 3 ວັນ ຄື 15-19 ພະຈິກ 2021 ຕາມແຈ້ງການສະບັບບນີ້


ຫຼ້າສຸດກໍໄດ້ອອກວ່າລະ 3 ວັນດັ່ງກ່າວໃນການຈັດວ່າ
ມື້ທີ 1 ວັນທີ 17 ພະຈິກ ແມ່ນສູດປະຕິມຸງຄຸນ ຫຼື ສູດເປີດທາດ (ຈໍາກັດຈໍານວນຜູ້ເຂົ້າຮ່ວມ) ໃຊ້ເວລາຢູ່ 1 ຊົ່ວໂມງ ຫຼັງຈາກນັ້ນຈະປິດປະຕູທາດໄວ້

ມື້ທີ 2 ວນທີ 18 ພະຈິກ ເຄນຜາສາດເຜິ້ງຈາກ 4 ເມືອງໃນຈໍານວນ 8 ຫຼັງ ໃຫ້ກັບພະສົງເປັນອັນຈົບພິທີ (ບໍ່ມີພິທີແຫ່)

ມື້ທີ 3 ວັນທີ 19 ພະຈິກ ບໍ່ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ຂອບເຂດສະໜາມຫຼວງເປີດບາດຮັຍເອົາຍາດໂຍມທີ່ຢູ່ໃກ້ບ້ານມາໃສ່ແລ້ວກໍກັບ

ບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວລູກຄີ ຖືເປັນອັນຈົບ ແລະ ສ່ວນວຽນທຽນ ແມ່ນສະເພາະພະສົງ ແລະ ແຂກທີ່ຖືກເຊີນເທົ່ານັ້ນເຂົ້າຮ່ວມບໍ່ເກີນ 50 ຄົນເທົ່ານັ້ນ (ປິດປະຕູບໍອະນຸຍາດໃຫ້ເຂົ້າ)