ມອບ-ຮັບໜ້າທີ່ຮັກສາການຫົວໜ້າກົມ ຄຸ້ມຄອງຊັບສິນແຫ່ງລັດ

464

ໃນວັນທີ 10 ພະຈິກ 2021 ທີ່ກະຊວງການເງິນ, ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ພູດົງ ສຸຂະວົງ ຮັກສາການຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ (ຜູ້ເກົ່າ) ແລະ ທ່ານ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ (ຜູ້ໃໝ່), ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ມີຮອງຫົວໜ້າກົມ, ບັນດາຫົວໜ້າພະແນກ,ຮອງຫົວໜ້າພະແນກ, ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງກົມຄຸ້ມຄອງຊັບສິນແຫ່ງລັດເຂົ້າຮ່ວມ.


ໃນພິທີ,ທ່ານ ພູດົງ ສຸຂະວົງ ໄດ້ຜ່ານບົດບັນທຶກມອບຮັບວຽກງານເພື່ອມອບຄວາມຮັບຜິດຊອບຊີ້ນໍາ-ນໍາພາວຽກງານຄຸ້ມຄອງຊັບສິນແຫ່ງລັດໃຫ້ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດຜູ້ໃໝ່, ສືບຕໍ່ປະຕິບັດແຜນວຽກທີ່ກໍານົດໄວ້ໃນແຜນການປີ 2021, ຈັດຕັ້ງຜັນຂະຫຍາຍພາລະບົດບາດໃໝ່ຂອງກົມຄຸ້ມຄອງຊັບສິນຂອງລັດ, ແກ້ໄຂຜົນການກວດສອບຂອງອົງການກວດສອບແຫ່ງລັດ ແລະ ວຽກສືບຕໍ່ຕາມການແບ່ງຄວາມຮັບຜິດຊອບຂອງຄະນະກົມຄຸ້ມຄອງຊັບສິນຂອງລັດທີ່ຕິດພັນກັບວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕາມທິດຊີ້ນໍາໃນກອງປະຊຸມລັດຖະບານທີ່ມອບໃຫ້ກະຊວງການເງິນເປັນເຈົ້າການຮີບຮ້ອນຄົ້ນຄວ້າປັບປຸງ ບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍເປັນຕົ້ນ: ປັບປຸງລັດຖະບັນຍັດ ສະບັບເລກທີ 01/ປປທ ວ່າດ້ວຍອັດຕາຄ່າຊັບພະຍາກອນທໍາມະຊາດ, ປັບປຸງລັດຖະບັນຍັດ ສະບັບເລກທີ 02/ປປທ ວ່າດ້ວຍອັດຕາຄ່າເຊົ່າ ແລະ ສໍາປະທານທີ່ດິນຂອງລັດ ແລະ ວຽກງານວິຊາສະເພາະທັງໝົດທີ່ຂຶຶ້ນກັບພາລະບົດບາດຂອງກົມຄຸ້ມຄອງຊັບສິນແຫ່ງລັດສືບຕໍ່ຊີ້ນໍາ-ນໍາພາຈັດຕັ້ງປະຕິບັດວຽກງານໃຫ້ໄດ້ຮັບຜົນສໍາເລັດ.


ໂອກາດດັ່ງກ່າວ,ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ໃຫ້ກຽດໂອ້ລົມເພື່ອເປັນທິດເຍືອງທາງໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າໂດຍສະເພາະວຽກງານປັບປຸງພາລະບົດບາດຂອງກົມຄຸ້ມຄອງຊັບສິນແຫ່ງລັດໃຫ້ສໍາເລັດຕາມກໍານົດ,ປັບປຸງການຈັດຕັ້ງ ແລະ ກໍານົດຕໍາແໜ່ງງານໃຫ້ມີຄວາມເໝາະສົມຕາມໜ້າທີ່ວຽກງານຢ່າງແທ້ຈິງ, ປັບ ປຸງວຽກງານຈັດຊື້-ຈັດຈ້າງໃຫ້ມີຄວາມຮັດກຸມປະຕິບັດນະໂຍບາຍປະຢັດ, ສືບຕໍ່ປັບປຸງກົດໝາຍ, ນິຕິກໍາຕ່າງໆໃຫ້ວຽກງານຄຸ້ມຄອງຊັບສິນແຫ່ງລັດມີຄວາມສອດຄ່ອງກັບສະພາບເສດຖະກິດ-ສັງຄົມໃນປັດຈຸບັນ.