ສິງກະໂປອອກກົດ ຖ້າໃຜບໍ່ສັກວັກຊິນແລ້ວຕິດເຊື້ອໂຄວິດ19 ແມ່ນຕ້ອງໄດ້ຈ່າຍຄ່າປິ່ນປົວເອງ

275

ຫຼາຍປະເທດທົ່ວໂລກໃນຕອນນີ້ ແນ່ນອນຢູ່ແລ້ວວ່າ ໄດ້ເອົາໃຈໃສ່ໃນການປ້ອງກັນ ເຊື້ອພະຍາດໂຄວິດ19 ດ້ວຍຫຼາຍຮູບແບບ ແຕ່ວ່າການສັກວັກຊິນແມ່ນເປັນທີ່ຍອມຮັບທີ່ສຸດ ແລະ ໃນປະເທດສິງກະໂປກໍຍັງກວດພົບຜູ້ຕິດເຊື້ອໃໝ່ຫຼາຍພັນຄົນຕໍ່ມື້ ແລະ ຫຼ້າສຸດທາງລັດຖະບານສິງກະໂປໄດ້ປະກາດວ່າ ຈະບໍ່ຈ່າຍເງິນຄ່າປິ່ນປົວໃຫ້ກັບຜູ້ທີ່ຕິດເຊື້ອໂຄວິດ-19 ສຳລັບຜູ້ທີ່ບໍ່ເຂົ້າຮັບການສັກວັກຊີນອີກຕໍ່ໄປ.

ໃນປັດຈຸບັນລັດຖະບານສິງກະໂປຈະຈ່າຍເງິນຄ່າປິ່ນປົວການຕິດເຊື້ອໂຄວິດ-19 ທັງໝົດໃຫ້ກັບປະຊາຊົນສິງກະໂປທຸກຄົນ ບໍ່ວ່າຈະເປັນຜູ້ທີ່ມີສິດອາໄສຢູ່ຖາວອນ ແລະ ຜູ້ຖືວີຊາໄລຍະຍາວ ເວັ້ນແຕ່ວ່າຈະມີຜົນກວດເປັນບວກຫຼັງຈາກທີ່ກັບຈາກຕ່າງປະເທດ.

ເຖິງຢ່າງໃດກໍຕາມ ລັດຖະບານຂອງສິງກະໂປໄດ້ປະກາດວ່າ ຕັ້ງແຕ່ວັນທີ 8 ທັນວາ 2021 ເປັນຕົ້ນໄປ ຈະເລີ່ມມີການເກັບເງິນຜູ້ຕິດເຊື້ອໂຄວິດ-19 ທີ່ປະຕິເສດການເຂົ້າຮັບການສັກວັກຊີນ.

ທັງນີ້ສໍາລັບຜູ້ທີ່ມີເງື່ອນໄຂທີ່ບໍ່ສາມາດສັກວັກຊີນໄດ້ນັ້ນ ລັດຖະບານສິງກະໂປຈະຍັງອອກຄ່າປິ່ນປົວໃຫ້ຕາມປົກກະຕິ ສ່ວນຄົນທີ່ຫາກໍສັກວັກຊີນໂຄວິດ-19 ໄດ້ພຽງ 1 ເຂັມ ຫຼື ຍັງບໍ່ທັນຄົບໂດສ ລັດຖະບານຈະໃຫ້ເວລາໄປສັກເຂັມທີສອງຈົນຮອດວັນທີ 31 ທັນວາ 2021.

ຂ່າວຍັງລະບຸອີກວ່າ ປັດຈຸບັນນີ້ຄົນທີ່ຢູ່ຫ້ອງໄອຊີຢູ ພາຍໃນໂຮງໝໍຕ່າງໆຂອງສິງກະໂປ ສ່ວນຫຼາຍແລ້ວແມ່ນເປັນກຸ່ມຄົນທີ່ຍັງບໍ່ທັນຮັບການສັກວັກຊິນ ນັ້ນເປັນສາເຫດໜຶ່ງທີ່ເຮັດໃຫ້ລັດຖະບານຕ້ອງອອກກົດສະເພາະ ເພື່ອໃຫ້ປະຊາຊົນທຸກຄົນໄດ້ຮັບການສັກວັກຊິນຢ່າງທົ່ວເຖິງ.

ແຫຼ່ງຂ່າວ:  pptvhd36