ແຈ່ວປາກະປ໋ອງ ເມນູງ່າຍໆ ແຊບນົວ ຊ່ວງໂຄວິດ

512

ຂຶ້ນຊື່ປາກະປ໋ອງທຸກຄົນຄິດຮອດເມນູຫຍັງແນ່ ຊ່ວງນີ້ເຂົ້າສານອາຫານແຫ້ງເປັນສິ່ງຈຳເປັນຫຼາຍສຳລັບຫຼາຍຄົວເຮືອນທີ່ກຳລັງກັກຕົວ ຫຼື ເຮັດວຽກຢູ່ບ້ານ ແລະ ອາຫານທີ່ມີກໍອາດຈະບໍ່ພົ້ນກໍຄືປາກະປ໋ອງ ແຕ່ຈະໃຫ້ດີເຮົາມາເຮັດໃຫ້ມັນເປັນຕາແຊບກວ່ານີ້ດ້ວຍການເອົາມາເຮັດແຈ່ວບ່າຍເຂົ້າໜຽວຮ້ອນຈະດີບໍ່ ພ້ອມແລ້ວເຮົາໄປເຂົ້າຄົວເຮັດແຈ່ວປາກະປ໋ອງກັນ.

ສ່ວນປະກອບ

• ໝາກເຜັດ 5-6 ໜ່ວຍ

• ຫອມບົ່ວແດງ 10 ຫົວ

• ກະທຽມ 10 ຫົວ

• ຂ່າ 5-6 ປ່ຽງ

• ປາກະປ໋ອງ 2 ກະປ໋ອງ

• ນ້ຳໝາກນາວ 1 ບ່ວງແກງ

• ນ້ຳປາ 1 ບ່ວງແກງ

ວິທີປຸງແຕ່ງ

– ຂົ້ວ ຫຼື ຈີ່ເຄື່ອງເຮັດແຈ່ວໄດ້ແກ່: ໝາກເຜັດ, ຫອມບົ່ວແດງ, ກະທຽມ ແລະ ຂ່າໃຫ້ສຸກຈົນມີກິ່ນຫອມ.

– ແລ້ວກໍນຳມາຕຳໃຫ້ພໍແຫຼກເຂົ້າກັນ.

– ນຳເອົາເຄື່ອງທີ່ຕຳແລ້ວນັ້ນ ແລະ ປາກະປ໋ອງໄປຂົ້ວໃນກະທະ ໂດຍໃຊ້ໄຟອ່ອນໆ.

– ປຸງລົດດ້ວຍນ້ຳປາກັບນ້ຳໝາກນາວ ຊິມລົດຊາດ ແລ້ວກໍຂົ້ວຈົນແຫ້ງຈັກໜ້ອຍກໍຖືວ່າແລ້ວໆ ວິທີເຮັດນີ້ຈະຫອມ ບໍ່ມີກິ່ນຄາວຂອງປາກະປ໋ອງ ລົດຊາດກໍແຊບ.

– ກຽມຕັກໃສ່ຖ້ວຍພ້ອມຄຸ້ຍກັບເຂົ້າໜຽວຮ້ອນໆ ບອກເລີຍວ່າແຊບຈົນລືມວ່າແມ່ນປາກະປ໋ອງ.