ເຜີຍສາເຫດທີ່ນະຄອນຫຼວງວຽງຈັນ ຍອດຜູ້ຕິດເຊື້ອເພີ່ມຂຶ້ນເລື້ອຍໆ

537

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກ່າວວ່າ ການແຜ່ເຊື້ອໃນຊຸມຊົນທີ່ລາຍງານໃນມື້ນີ້ມີເກີນ 1000 ຄົນ ນັບແຕ່ວັນທີ 4 ພະຈິກ 2021. ໃນນັ້ນ ສູງກວ່າໝູ່ແມ່ນນະຄອນຫຼວງວຽງຈັນ ແຕ່ສັງເກດເຫັນວ່າຫຼາຍແຂວງແມ່ນກັບມາມີທ່າອ່ຽງການຕິດເຊື້ອເພີ່ມຂື້ນແຕ່ລະວັນ ເຊິງເປັນສັນຍານເຕື່ອນ ການລະບາດແມ່ນຍັງບໍ່ມີທ່າອ່ຽງຫຼຸດລົງເທື່ອ ແລະຕ້ອງຈັບຕາເປັນພິເສດ ແລະ ເພີມທະວີ ຕິດຕາມເຝົ້າລະວັງຂື້ນກວ່າເກົ່າ.

ສໍາລັບນະຄອນຫຼວງວຽງຈັນ ແລ້ວພົບການລະບາດທີ່ເເຜ່ວົງກວ້າງໃນຊຸມຊົນ(ຂັ້ນ 3 ຕາມການຈັດຂອງອົງການອະນາໄມໂລກ). ສາເຫດຂອງການຕິດເຊື້ອໃນນະຄອນຫຼວງ ພົບຫຼາຍກວ່າໝູ່ ໃນກຸ່ມໂຮງຈັກ ໂຮງງານ ແລະ ສໍານັກງານຫ້ອງການ ບໍ່ວ່າຈະເປັນພາກລັດ ກໍ່ຄືພາກເອກະຊົນ ຊຶ່ງສືບເນື່ອງມາຈາກຜູ້ສໍາຜັດໃກ້ຊິດຂອງຜູ້ຕິດເຊື້ອ ລວມທັງ ຜູ້ຕິດເຊື້ອທີ່ບໍ່ມີອາການສະແດງຍັງສືບຕໍ່ ໄປເຮັດວຽກ ແລະ ບວກກັບສະຖານທີ່ທີ່ກ່າວມານັ້ນກໍ່ບໍ່ໄດ້ມີມາດຕະການຮັດກຸມໃນການປ້ອງກັນການຕິດເຊື້ອໃນສະຖານທີ່ເຮັດວຽກ ເປັນຕົ້ນ ຍັງພົບເຫັນ ມີການກິນເຂົ້າຮ່ວມກັນໂດຍບໍ່ມີການຮັກສາໄລຍະຫ່າງ.

ແລະ ມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອຈາກສະຖານທີ່ເຮັດວຽກກັບຄືນສູ່ຄອບຄົວ ເປັນຕົ້ນ ຜູ້ສູງອາຍຸ ຫຼື ຜູ້ທີ່ມີພະຍາດປະຈໍາຕົວທີ່ນອນຮັກສາຢູ່ເຮືອນ ບຸກຄົນເຫຼົ່ານນີ້ມີຄວາມສ່ຽງໃນການຕິດເຊື້ອງ່າຍ ແລະ ມີໂອກາດໃນການເສຍຊິວິດສູງ.
ປັດຈຸບັນນີ້, ຫຼາຍແຂວງລວມທັງນະຄອນຫຼວງວຽງຈັນ ມີລາຍງານຈໍານວນບ້ານແດງເພີ້ມຂື້ນໃນແຕ່ລະວົງ ແຕ່ທ່າອຽງຂອງບ້ານແດງຫຼຸດລົງເປັນບ້ານເຫຼຶອ ຫຼື ຂຽວ ນັ້ນ ແມ່ນໜ້ອຍ ຍ້ອນຍັງພົບການຕິດເຊື້ອໃນບ້ານແດງໃນໄລຍະ 14 ວັນຢູ່.
ສາເຫດ ແມ່ນຍ້ອນມາດຕະການການເຂົ້າ-ອອກບ້ານແດງຍັງບໍ່ຖືກປະຕິບັດໄດ້ຢ່າງເຂັ້ມງວດຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກໍ່ຄືຂອງຄະນະສະເພາະກິດຂັ້ນແຂວງ ເພາະມີການອະນຸຍາດໃຫ້ຄົນຢູ່ບ້ານແດງ, ຮ່ອມແດງ ຫຼື ເຮືອນແດງ(ເຮືອນທີ່ພົບຜູ້ຕິດເຊື້ອ) ອອກໄປປະຈໍາການ, ເຮັດວຽກທໍາມາຫາກິນ

ເຊິ່ງເປັນເຫດໃຫ້ມີການເອົາເຊື້ອຈາກບ້ານແດງໄປຕິດໃສ່ສະຖານທີ່ອື່ນ ຫຼື ກົງກັນຂ້າມ ນໍາເອົາເຊື້ອຈາກສະຖານທີ່ເຮັດວຽກ, ບ່ອນທໍາທໍາມາຫາກິນ ກັບຄືນມາຕິດໃສ່ຄົນໃນຄອບຄົວ ຈຶ່ງເຮັດໃຫ້ການຕິດເຊື້ອວົນວຽນໄປມາ ເຮັດໃຫ້ຕ້ອງໃຊ້ເວລາໃນການຄວບຄຸມ ຈຶ່ງຈະສໍາເລັດ.
ດັ່ງນັ້ນ, ມາດຕະການທີ່ຍັງໃຊ້ໄດ້ໃນການຢຸດຢັ້ງ ການແຜ່ເຊື້ອໂຄວິດ ກໍ່ຍັງແມ່ນການຈໍາກັດການເຄື່ອນໄຫວ ຫ້າມຄົນອອກຈາກເຂດທີ່ມີການແຜ່ເຊື້ອ ແລະ ຖ້າພວກເຮົາຢາກຈະຢຸດຕິການແຜ່ເຊື້ອ ກໍ່ຕ້ອງໄດ້ເລີມຈາກໂຕທ່ານເອງ ຫາກຮູ້ວ່າຕົວເອງມີຄວາມສ່ຽງໃນການຕິດເຊື້ອກໍ່ຕ້ອງຕື່ນຕົວຕັດສິນໃຈຈໍາກັດຕົນເອງຢູ່ເຮືອນເປັນເວລາ 14 ວັນ ແລະ ຖ້າທຸກຄົນໃນສັງຄົມ ຫາກພ້ອມໃຈກັນປະຕິບັດ ກໍ່ຈະສາມາດຕັດວົງຈອນການແຜ່ເຊື້ອໂຄວິດ-19.