ສຳເລັດການເຊັນອານຸສັນຍາ ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບພືດຕະກູນໝາກກ້ຽງ

525

ທີ່ຜ່ານມາປະຊາຊົນຊາວກະສິກອນແມ່ນປາກບໍໄດ້ໄອບໍ່ດັງ ເຮັດການຜະລິດຮຽນແບບກັນໄດ້ຜົນອອກມາຫຼາຍລົ້ນຕະຫຼາດລາຄາຕົກ ສຸດທ້າຍໃຈທໍ້ບໍຢາກເຮັດອີກຍ້ອຍບໍ່ມີບ່ອນຮອງຮັບທີ່ແນ່ນອນ ແຕ່ຫຼັງຈາກນີ້ພືດຕະກຸນໝາກກ້ຽວແມ່ນມີຕະຫຼາດໃຫຍ່ກຽມຮັບຊື້ແລ້ວ ຖືເປັນນິມິດໝາຍທີ່ດີຂອງຊາວກະສິກອນລາວ.

ຕາມຂໍ້ມູນຈາກກົມປູກຝັງ ກະຊວງກະສິກຳ ໃຫ້ຮູ້ວ່າ: ເພື່ອຈັດຕັ້ງປະຕິບັດໃນການ ຜັນຂະຫຍາຍ ວາລະແຫ່ງຊາດ ແລະ ມະຕິຂອງສະພາແຫ່ງຊາດ ກ່ຽວກັບ ການຜະລິດພືດເປັນສິນຄ້າ ເພື່ອສົ່ງອອກນໍາເອົາເງິນຕາເຂົ້າມາປະເທດພືດຕະກຸນໝາກກ້ຽງແມ່ນໜຶ່ງໃນບັນດາສິນຄ້າທີ່ຕະຫຼາດ ສປ ຈີນຈະຮັບຊື້ຈາກລາວເຊັ່ນ: ໝາກພຸກ, ໝາກກ້ຽງ, ແລະ ໝາກນາວ.

ສຳລັບເນື້ອທີ່ປູກພືດຕະກຸນໝາກກ້ຽງທົ່ວປະເທດຕາມຜົນສັງລວມໃນປີ 2021 ມີທັງໝົດ 3.620 ເຮັກຕາ, ໃນນີ້, ເນື້ອທີ່ຜະລິດເປັນສິນຄ້າເພື່ອສົ່ງອອກມີ 2.500 ເຮັກຕາ ຫຼື ເທົ່າກັບ 70%, ຜົນຜະລິດ ປະມານ 50.000 ກວ່າໂຕນ ກວມເອົາ 9 ແຂວງ ຄື: ຫຼວງນ້ຳທາ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ສະຫວັນນະເຂດ, ຈຳປາສັກ ແລະ ແຂວງອັດຕະປື ໂດຍມີ 9 ບໍລິສັດ ພາຍໃນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ຊຸກຍູ້ ແລະ ລົງທຶນ ໃນຮູບແບບ 2 ບວກ 3 ແລະ ເຊົ່າດິນນຳປະຊາຊົນ.

ຄາດຄະເນຜົນຜະລິດເບື້ອງຕົ້ນທີ່ຈະສົ່ງອອກ ໄປ ສປ.ຈີນ ມີປະມານ 50.000 ໂຕນ ຄິດເປັນມູນຄ່າປະມານ 50 ລ້ານໂດລາສະຫະລັດໃນຕົ້ນປີ 2022 ເປັນຕົ້ນໄປ. ສຳລັບຕົວເລກການສົ່ງອອກສິນຄ້າກະສິກຳພາຍໃນ 10 ເດືອນ ຂອງປີ 2021 ຜ່ານມາມີທັງໝົດ 800 ກວ່າລ້ານໂດລາສະຫະລັດ ທຽບໃສ່ໄລຍະເວລາດຽວກັນ ປີ 2020 ຜ່ານມາ (623 ລ້ານໂດລາສະຫະລັດ) ເຫັນວ່າເພີ່ມຂຶ້ນ 29% ຫຼື ເທົ່າກັບ 148 ລ້ານໂດລາສະຫະລັດ.

ໃນນີ້, ຫຼາຍກວ່າ 80% ຂອງມູນຄ່າສົ່ງອອກທັງໝົດ ແມ່ນ ຕະຫຼາດ ສປ ຈີນ ແລະ ພືດທີ່ສົ່ງອອກຫຼາຍກວ່າໝູ່ແມ່ນ ມັນຕົ້ນ, ໝາກກ້ວຍ, ໝາກໂມ, ອ້ອຍ, ຢາງພາລາ. ກົມປູກຝັງ ໃນນາມເປັນອົງການປ້ອງກັນພືດແຫ່ງຊາດ (NPPO) ຂອງ ສປປ ລາວ ໄດ້ດຳເນີນການເຈລະຈາເຕັກນິກເປີດຕະຫຼາດ ກັບກົມກັກກັນພືດ ແລະ ສັດ, ອົງການບໍລິຫານພາສີ ແຫ່ງຊາດ ສປ.ຈີນ ເພື່ອສົ່ງອອກໝາກພຸກ, ໝາກກ້ຽງ ແລະ ໝາກນາວ ໄປ ສປ ຈີນ ໂດຍໃຊ້ເວລາເກືອບ 3 ປີ

ເລີ່ມແຕ່ ປີ 2019 ເປັນຕົ້ນມາ ໂດຍຜ່ານຂະບວນການເຈລະຈາ ແລະ ປະຕິບັດຕາມຂັ້ນຕອນ ຕາມຄຳສັ່ງ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ 0101/ກປ, ລົງວັນທີ 20 ມັງກອນ 2020 ແລະ ຄໍາແນະນຳ ຂອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເລກທີ 1288/ກປ ລົງວັນທີ 30 ກັນຍາ 2021, ຊຶ່ງໃນຕົ້ນເດືອນພະຈິກ ນີ້, ສະຖານເອກອັກຄະລັດຖະທູດລາວ ທີ່ ນະຄອນຫຼວງປັກກິ່ງ ແລະ ຝ່າຍ ສປ.ຈີນ ໄດ້ຕອບເຫັນດີເປັນເອກະພາບ ແລະ ກໍານົດເອົາ ວັນທີ 5 ພະຈິກ 2021 ເປັນມື້ລົງນາມ.

ດັ່ງນັ້ນ, ຈຶ່ງໄດ້ຈັດພິທີເຊັນອານຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກພືດຕະກູນໝາກກ້ຽງ (ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫຼືອງ) ຂອງ ສປປ ລາວ ໄປ ສປ ຈີນ. ໃຫ້ກຽດເຊັນ ຝ່າຍ ລາວ ໂດຍ ທ່ານ ປອ. ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ເຊັນຝ່າຍຈີນ ໂດຍ ທ່ານ.ນີ ຢົວເຟິ່ງ ລັດຖະມົນຕີ ອົງການບໍລິຫານພາສີແຫ່ງ ສປ ຈີນ ໂດຍມີ ຫົວໜ້າ, ຮອງຫົວໜ້າກົມ, ຫົວໜ້າ ຫ້ອງການ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.