ກະກຽມຄວາມພ້ອມຮອບດ້ານ ໃນການເປີດ ການຮຽນການສອນແບບປົກກະຕິຄືນໃຫມ່ ທຸກຊັ້ນທຸກສາຍ ຜ່ານລະບົບອີເລັກໂຕຣນິກ

253

ອີງຕາມແຈ້ງການໃໝ່ຂອງ ນະຄອນຫຼວງວຽງຈັນ ສະບັບເລກທີ 41/ຈນວ ລົງວັນທີ 5 ພະຈິກ 2021 ອີງຕາມແຈ້ງການໃໝ່ຂອງ ນະຄອນຫຼວງວຽງຈັນ ສະບັບເລກທີ 41/ຈນວ ລົງວັນທີ 5 ພະຈິກ 2021 ກ່ຽວກັບການຜັນຂະຫບາຍ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ພະຍາດລະບາດໂຄວິດ 19 ແລະ ອີງຕາມ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021.

ລະບຸໃຫ້ ພະແນກສຶກສາທິການ ແລະ ກິລາ ເປັນເຈົ້າການປະຕິບັດ ດັ່ງນີ້
1 ສົມທົບກັບອົງການປົກຄອງເມືອງ ລົງກວດກາປະເມີນຄວາມສ່ຽງ ໃນການຂໍອະນຸຍາດ ເປີດ ດໍາເນີນບໍລິການ – ເດີ່ນຫຼິ້ນກິລາໃນຮົ່ມ, ກາງແຈ້ງ ແລະ ການອອກກໍາລັງກາຍຕາມສວນສາທາລະນະ ຢູ່ນອກ ຈຸດ/ເຂດ/ບ້ານແດງ ເພື່ອສະເຫນີໃຫ້ຄະນະສະເພາະກິດ ນະຄອນຫຼວງ ພິຈາລະນາອະນຸຍາດ.

2 ປະເມີນການຂໍ ເປີດ ການຮຽນການສອນ ຂອງບັນດາໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາແລະ ພະນັກງານຄູອາຈານ ເພື່ອສະເຫນີໃຫ້ຄະນະສະເພາະກິດ ນະຄອນຫຼວງ ພິຈາລະນາອະນຸຍາດ. ພ້ອມທັງ ຊຸກຍູ້ຕິດຕາມ ກວດກາ ການຮຽນການສອນ ຂອງການສຶກສາທຸກຊັ້ນທຸກສາຍ ຜ່ານລະບົບອີເລັກໂຕຣນິກ (ທາງໄກ).

3 ສຶກສາຄວາມເປັນໄປໄດ້ ເພື່ອຄົ້ນຄວ້າກົນໄກ ແລະ ລະບຽບການ ເພື່ອກະກຽມຄວາມພ້ອມຮອບດ້ານ ໃນການເປີດ ການຮຽນການສອນແບບປົກກະຕິຄືນໃຫມ່ ຢູ່ນະຄອນຫຼວງ, ພ້ອມທັງ ຖອດຖອນບົດຮຽນ ເພື່ອປັບປຸງຄຸນນະພາບການຮຽນການສອນ ຂອງການສຶກສາທຸກຊັ້ນທຸກສາຍ ຜ່ານລະບົບອີເລັກໂຕຣນິກ (ທາງໄກ).