ຖ້າພວກເຮົາຈະເປີດປະເທດນັ້ນ ຕ້ອງໄດ້ພິຈາລະນາ ມາດຕະການ 10 ຂໍ້ນີ້

536

ທ່ານ ດຣ ລັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງອຸດສາທາລະນະສຸກ ລາຍງານວ່າ
ໃນຕໍ່ໜ້າ ຖ້າພວກເຮົາຈະເປີດປະເທດນັ້ນ ຕ້ອງໄດ້ພີຈາລະນາ ມາດຕະການທາງດ້ານສາທາລະນະສຸກ ແລະ ສັງຄົມ ເປັນຕົ້ນ ແມ່ນ
1 ການຮຽນອອນລາຍ

2 ໂຮງງານທີ່ຈຳເປັນ ແລະ ຜູ້ໃຫ້ບໍລິການທີ່ຈຳເປັນສາມາດດຳເນີນງານ (ໄດ້ຮັບການປະເມີນຈາກພາຍນອກ ແລະປ່ຽນກັນມາເຮັດວຽກ) ແລະ ອັດຕາປົກຄຸມການສັກຢາກັນພະຍາດ ≥ 85%.
3 ທຸກສຳນັກງານ-ຫ້ອງການ ຕ້ອງອະນຸຍາດໃຫ້ເຮັດວຽກຢູ່ເຮືອນ. ສະຖານທີ່ເຮັດວຽກທຸກແຫ່ງທີ່ມີອັດຕາການສັກຢາປ້ອງກັນພະຍາດ ≥90% ສາມາດເປີດຄືນໄດ້ ຫຼັງຈາກປະເມີນຈາກພາຍນອກວ່າປອດໄພຈາກ Covid-19 ປອດໄພ ແລະ ປ່ຽນກັນມາເຮັດວຽກ. ປິດບ່ອນເຮັດວຽກຢູ່ໃນເຂດສີແດງ ເວັ້ນເສຍແຕ່ມີພະນັກງານທີ່ອາໄສຢູ່ກັບທີ່.

4 ອອກມາດຕະການໃຫ້ຢູ່ເຮືອນ
5 ຫ້າມບໍ່ໃຫ້ດຳເນີນກິດຈະກຳໃນ ສະຖານທີ່ 3C
6 ສຳລັບ ຮ້ານອາຫານ ອະນຸຍາດພຽງແຕ່ກໍລະນີ ທີ່ເອົາກັບບ້ານ ແລະ ນໍາສົ່ງ
7 ຫ້າມບໍ່ໃຫ້ມີການໂຮມຊມນຸມຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດ

8 ຫ້າມບໍ່ໃຫ້ມີການເດີນທາງລະຫວ່າງ ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ຍົກເວັ້ນກໍລະນີທີ່ໄດ້ຮັບອະນຸຍາດຈາກໜ່ວຍງານສະເພາະກິດປ້ອງກັນ Covid-19
9 ຈຳກັດການເດີນທາງລະຫວ່າງປະເທດ ການຈຳກັດບໍລະເວນ 14 ມື້
10 ໃສ່ຜ້າອັດປາກ-ດັງ,ອານາໄມມື,ປະຕິບັດມາລະຍາດໃນການໄອ-ຈາມໃນສະຖານທີ່ສາທາລະນະ

ມາດຕະການທາງສັງຄົມທີ່ກໍາລັງປະຕິບັດ ບໍ່ວ່າຈະເປັນການກວດກັ່ນກອງຄົນເຂົ້າອອກເມືອງ ເພື່ອສົ່ງສິນຄ້າ, ມາດຕະການຫ້າມການໂຮງຊຸມນຸມຕ່າງໆ ກໍ່ຍັງດໍາເນີນ ຄຽງຄູ່ໄປກັບມາດຕະການທາງດ້ານການແພດ ເຊັ່ນການກວດຄົ້ນຫາຄົນເຈັບ, ການສອບສວນຫາແຫຼ່ງການຕິດເຊື້ອ, ການກັກກັນ ແລະ ປິ່ນປົວ.
ແຕ່ສໍາຄັນກວ່າມາດຕະການໃດໝົດຄື ທຸກຄົນຕື່ນຕົວ ໃນການປ້ອງກັນຕົນເອງຢ່າງເອົາຈິງເອົາຈັງ ຖ້າທຸກຄົນເຮັດໄດ້ ຄອບຄົວທ່ານກໍ່ປອດໄພ, ແລະ ສັງຄົມກໍ່ຈະໄດ້ຮັບຜົນປະໂຫຍດໄປພ້ອມໆກັນ ຊຶ່ງຄວາມຕື່ນຕົວຂອງບຸກຄົນຄືປັດໃຈຕັດສິນອັນຍິ່ງໃຫຍ່ທີ່ສຸດທີ່ຈະຢັບຢັ້ງການແຜ່ເຊື້ອຢ່າງມີໄຊຊະນະຕໍ່ພະຍາດນີ້.