ໂອກາດຮຽນຕັດຫຍິບ ສຳລັບໃຜທີ່ມັກໃນອາຊີບນີ້

865

ການມີວິຊາອາຊີບ ຫຼື ຄວາມຮູ້ຕິດໂຕ ແມ່ນເປັນສິ່ງທີ່ດີ ແລະ ຫາກິນໄດ້ຕະຫຼອດໃນການສ້າງລາຍໄດ້ໃຫ້ກັບຕົນເອງ ທັງນີ້ຍັງເປັນການພັດທະນາຕົນເອງໃຫ້ມີຄວາມຊຳນານໃນດ້ານຕ່າງໆ ໂດຍສະເພາະວຽກງານຕັດຫຍິບນີ້ ເປັນວຽກທີ່ບໍ່ຍາກ ແຕ່ບໍ່ງ່າຍສຳລັບທຸກໆຄົນທີ່ສຳຄັນຮຽນແລ້ວຈະສາມາດເຮັດຢູ່ບ້ານໄດ້ ຫຼື ເຮັດຕາມບັນດາໂຮງງານກໍ່ມີຄວາມຕ້ອງການຫຼາຍ.

ສູນພັດທະນາສີມືຕັດຫຍິບ Garment Skills Development Centre ເປີດຄອສ ສ້າງແບບເຄື່ອງນຸ່ງ ຄົບວົງຈອນ ໄດ້ເປີດຮັບນັກຮຽນຊຸດໃຫມ່ ລົງທະບຽນໄດ້ເລີຍຊຸດນີ້ຮັບພຽງ 10 ຄົນເທົ່ານັ້ນ ສຳລັບຫຼັກສູດສ້າງແບບເຄື່ອງນຸ່ງຫົ່ມຍິງ 60ວັນ ເຊິ່ງວ່າລາຍລະອຽດດັ່ງນີ້:

ຄອສສ້າງແບບເຄື່ອງນຸ່ງຫຸ່ມຍິງ
1. ຕັດສິ້ນ ສໍາເລັດ, ແມັກຊີ ໄລຍະເວລາ 7 ວັນ
2. ການນຳໃຊ້ຈັກຫຍິບ ແລະ ຮຽນນຫຍິບຈັກອຸດສາຫະກຳ ໄລຍະເວລາ 14 ວັນ
3. ຫຼັກສູດສ້າງແບບເຄື່ອງນຸ່ງຍິງຂັ້ນພື້ນຖານໂດຍລວມ ໄລຍະເວລາ 60 ວັນ
4. ຫຼັກສູດສ້າງແບບເສື້ອໄໝ ແລະ ເສື້ອສຸພາບຍິງ ໄລຍະເວລາ 22 ວັນ !!
5. ຫຼັກສູດສ້າງແບບໂສ້ງຍິງ+ກະໂປ່ງ+ສະເກິດ ໄລຍະເວລາ 10 ວັນ
6. ຫຼັກສູດສ້າງແບບຕາມດີໄຊເນີ ແລະ ແບບທີ່ຕ້ອງການ ໄລຍະເວລາ 20 ວັນ

ຄອສສ້າງແບບເຄື່ອງນຸ່ງຫົ່ມຊາຍ
1. ຫຼັກສູດສ້າງແບບເຄື່ອງນຸ່ງຫົ່ມຊາຍປະກອບມີໂສ້ງສຸພາບ-ເສື້ອເຊີດ-ເສື້ອຊັບຟາລີ-ເນັກໄທ້ ໄລຍະເວລາ 60 ວັນ
2. ຫຼັກສູດສ້າງແບບເຄື່ຶອງນຸ່ງຫົ່ມຊາຍປະກອບມີເສື້ອຄໍມົນ-ເສື້ອຄໍວີ-ເສື້ອໂປໂລ-ຜ້າກັນເປື້ອນໂສ້ງຊ່າງ-ເສື້ອແບບນັກຮຽນ-ຊຸດຄູ

ໝາຍເຫດສຳລັບຄັອດຮຽນອອກແບບນີ້ແມ່ນຕ້ອງໄດ້ເສຍຄ່າຮຽນ ສ່ວນຈະຄົກເປັນມູນຄ່າເທົ່າໃດນັ້ນໂທສອບຖາມພາກສ່ວນສູນເອງ ສະຖານທີ່ຕັ້ງຢູ່ ບ້ານ ສິວິໄລ, ໜ່ວຍ 02, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ຖະໜົນ ໄກສອນພົມວິຫານ. ເບີໂທ 021 254 226, 020 92651665