ຜູ້ເສຍຊີວິດໃໝ່ 3 ຄົນ ມີລາຍລະອຽດດັ່ງນີ້

822

ໃນລາຍງານວັນທີ 4 ພະຈິກ 2021 ສປປ ລາວ ມີຜູ້ເສຍຊີວິດ 3 ຄົນ ມີລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້

ຜູ້ທີ 1 ເພດຊາຍ, ອາຍຸ 67 ປີ, ບ້ານໂພນຫີນ, ເມືອງນານ, ແຂວງຫລວງພະບາງ, ມີພະຍາດປະຈໍາຕົວ ໄຂ່ຫຼັງຊຸດໂຊມຂັ້ນສຸດທ້າຍ ແລະ ຄວາມດັນເລືອດສູງ, ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19, ວັນທີ 22 ຕຸລາ 2021 ໄດ້ເຂົ້າມາກວດ ຢູ່ໂຮງໝໍແຂວງ ດ້ວຍອາການໄອ, ຫາຍໃຈຝຶດ ແລະ ນອນພຽງບໍ່ໄດ້ ພ້ອມທັງ ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດແມ່ນພົບເຊື້ອ,

ໄລຍະນອນປີ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 22 ຕຸລາ 2021 – 02 ພະຈິກ 2021, ເປັນເວລາ 12 ວັນ, ມາຮອດເວລາ 13:40 ໂມງ ຂອງວັນທີ 02 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ

ຜູ້ທີ 2 ເພດຊາຍ, ອາຍຸ 59 ປີ, ອາຊີບ ກຳມະກອນ, ບ້ານຫ້ວຍຫົງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ, ພະຍາດປະຈຳຕົວ ປະດົງຄໍ່ ຜ່ານມາໄດ້ສັກຢາວັກຊີນຄົບ, ວັນທີ 14 ຕຸລາ 2021 ກວດຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19, ວັນທີ 15 ຕຸລາ 2021 ຜົນກວດພົບເຊື້ອ ນຳສົ່ງໄປປິ່ນປົວຢູ່ພາກສະຫມາມ ມຊ ວັນທີ 21 ຕຸລາ 2021 ມີອາການເຈັບເອິກ, ໄອຫລາຍ ຈຶ່ງໄດ້ນຳສົ່ງມາປິ່ນປົວຢູ່ໂຮງຫມໍມິດຕະພາບ ໃນມື້ດຽວກັນນັ້ນ,

ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 21 ຕຸລາ 2021-03 ພະຈິກ 2021, ຮອດເວລາ 05:30 ໂມງຂອງວັນທີ 03 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.


ຜູ້ທີ 3 ເພດຍິງ, ອາຍຸ 29 ປີ, ອາຊີບ ກຳມະກອນ, ບ້ານາມົນ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ມີພະຍາດປະຈຳໂຕ ເບົາຫວານ, ຜ່ານມາໄດ້ສັກຢາວັກຊີນຄົບ, ວັນທີ 30 ຕຸລາ 2021 ມີອາການວິນຫົວ, ຫາຍໃຈຝືດ ແລະ ກະວົນກະວາຍ ວັນທີ 02 ພະຈິກ 2021 ກວດຕົວຢ່າງຊອກຫາພະຍາດໂຄວິດ-19 ແລະ ໃນມື້ດຽວກັນ ຜົນກວດ ອອກມາພົບເຊື້ອ ແລະ ໄດ້ເຂົ້ານອນປີ່ນປົວຢູ່ໂຮງໝໍມິດຕະພາບ, ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍແມ່ນແຕ່ວັນທີ 2–3 ພະຈິກ 2021, ຮອດເວລາ 08:40 ຂອງວັນທີ 3 ພະຈິກ 2021: ຄົນເຈັບໄດ້ເສຍຊີວິດ