ຫຼັງຈາກທີ່ຜູ້ຕິດເຊື້ອມີອາການສະແດງແລ້ວ ຜູ້ທີ່ເປັນ C1 ຄວນປະຕິບັດຕົວດັ່ງນີ້

965

ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນລະບາດ ວິທະຍາ, ກະຊວງສາທາລະນະສຸກ ລາຍການສະຖານະການໂຄວິດ 19 ວ່າ ໃນບັນດາແຂວງທີ່ມີການຕິດເຊື້ອສູງ ແມ່ນເປັນເລື້ອງປົກກະຕິ ທີ່ຈະພົບວ່າ ມີຄົນໄກ້ຊິດ ທີ່ເປັນ C1 ເປັນຈໍານວນຫຼາຍ. C1 ໝາຍເຖິງ ບຸກຄົນທີ່ໄດ້ຊິດໂດຍກົງກັບກໍລະນີ ທີ່ໄດ້ຢັ້ງຢືນວ່າຕິດເຊື້ອ ປະມານ 2 ວັນ ກ່ອນທີ່ລາວມີອາການສະແດງ ຫຼື ໃນ 14 ວັນ ຫຼັງຈາກທີ່ຜູ້ຕິດເຊື້ອມີອາການສະແດງແລ້ວ. ຜູ້ທີ່ເປັນ C1 ຄວນປະຕິບັດຕົວດັ່ງນີ້


ກັກໂຕເອງຢູ່ບ້ານທັນທີ ເປັນເວລາ 14 ມື້ ໝາຍເຖິງ ແຍກຕົນເອງຢູ່ຫ້ອງໜື່ງຕ່າງຫາກ ບໍ່ພົວພັນໂດຍກົງກັບທຸກຄົນໃນຄອບຄົວ, ແຍກຫ້ອງນໍ້າຖ້າມີເງື່ອນໄຂ, ແຍກການກິນອາຫານຈາກຄົນອື່ນແຍກເຄື່ອງໃຊ້ທຸກຢ່າງ
ຖ້າຮູ້ວ່າຜູ້ທີ່ C1 ໄດ້ພົວພັນຕິດເຊື້ອ ທ່ານຄວນແຈ້ງໄປຫາເຈົ້າໜ້າທີ່ 165 166 ເພື່ອແຈ້ງວ່າ ທ່ານເປັນຜູ້ພົວພັນໄກ້ຊິດ ເພາະບາງຄັັ້ງຜູ້ຕິດເຊື້ອເອງ ບໍ່ໄດ້ລະບຸໃນທາມລາຍຂອງລາວວ່າໄດ້ພົບທ່ານ


ແຈ້ງໃຫ້ບຸກຄົນທີ່ທ່ານໄດ້ໄປໄກ້ຊິດທຸກຄົນຮັບຊາບວ່າ ຕອນນີ້ທ່ານຄື C1 ເພາະບຸກຄົນທີ່ໄກ້ຊິດກັບທ່ານຈະໄດ້ເຝົ້າລະວັງຕົນເອງຢ່າງເຄັ່ງຄັດ. ເມື່ອມີອາການສະແດງ ທ່ານຍິ່ງຕ້ອງແຈ້ງໃຫ້ຄົນທີ່ໄກ້ຊິດທ່ານຮັບຊາບທັນທີ.
ລໍຖ້າແພດມາເກັບຕົວຢ່າງ ແຕ່ທ່ານຍັງຕ້ອງກັກຕົນເອງເຂັ້ມງວດ ໃນໄລຍະລໍຖ້າຜົນກວດ ແລະ ພະຍາມກະກຽມທາມລາຍຂອງຕົນເອງຢ້ອນຫຼັງ 14 ວັນ.


ຖ້າຜົນກວດອອກມາແລ້ວ ຢັ້ງຢືນວ່າທ່ານບໍ່ຕິດເຊື້ອ ທ່ານ C1 ຍັງຕ້ອງກັກຕົວໃຫ້ຄົບ 14 ວັນ, ຖ້າຫາກວ່າ ວັນໃດໜື່ງ ໃນໄລຍະກັກຕົວ ທ່ານໄດ້ມີອາການໃດໜຶ່ງ ສົງໃສຄ້າຍຄືຕິດເຊື້ອໂຄວິດ ທ່ານຄວນລາຍງານໄປທາງສາຍດ່ວນ 165 ຫຼື 166 ທັນທີ.
ຕະຫຼອດການກັກຕົວ ທ່ານຄວນພັກຜ່ອນໃຫ້ພຽງພໍ ບໍ່ຕຶງຄຽດ ກິນອາຫານ ດື່ມນໍ້າໃຫ້ພໍ ແລະ ອອກກໍາລັງກາຍທຸກວັນ
ສໍາລັບທ່ານທີ່ເປັນ C2 ໝາຍເຖິງເປັນບຸກຄົນໄດ້ໄກ້ຊິດກັບ C1 ແຕ່ບໍ່ໄດ້ໄກ້ຊິດກັບຜູ້ຕິດເຊື້ອ. ທ່ານຄວນປະຕິບັດເຊັ່ນນີ້:
ຈໍາກັດບໍລິເວນຢູ່ບ້ານທັນທີ ແລະຕິດຕາມອາການຂອງ c1


ສາມາດອອກໄປຂ້າງນອກໄດ້ຖ້າຈຳເປັນແທ້ໆ ແຕ່ຕ້ອງຫຼີກລ່ຽງໄປສະຖານທີ່ແອອັດ ໃສ່ຜ້າອັດປາກ-ດັງ ແລະ ໝັ່ນລ້າງມື ແລະ ບໍ່ໄປພົວພັນກິນເຂົ້າ ຫຼື ໄປຊຸມແຊວຮ່ວມກັບໃຜ
ຕິດຕາມອາການຕົນເອງ ໂດຍບໍ່ຈໍາເປັນຕ້ອງກວດເທື່ອ, ແຕ່ຖ້າຫາກທ່ານເລີ່ມມີບາງອາການທີ່ໜ້າສົງໃສ ຈົ່ງຕິດຕໍ່ສາຍດ່ວນ166/165 ທັນທີ ເພື່ອແຈ້ງແພດມາເກັບຕົວຢ່າງໄປກວດ.
ປະສານຫາ c1 ຖ້າລາວກວດພົບວ່າຕິດເຊື້ອ ທ່ານຈະປ່ຽນສະຖານະ C2 ມາເປັນ C1 ທັນທີ ແລະ ຕ້ອງໄດ້ປະຕິບັດຕົນເອງຄືກັບ c1 ດັ່ງທີ່ໄດ້ສະເໜີໄປແລ້ວນັ້ນ.