ທຫລ ໄດ້ປະຕິບັດນະໂຍບາຍສິນເຊື່ອຊຸກຍູ້ການຜະລິດ ແກ້ໄຂຜົນກະທົບຈາກໂຄວິດ, ແກ້ໄຂຄວາມແຕກໂຕນຂອງອັດຕາແລກປ່ຽນ

685

ທະນາຄານ ແຫ່ງ ສປປ ລາວ ໄດ້ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ທີ່ໄດ້ອະນຸມັດໃຫ້ລູກຄ້າແລ້ວ 503 ລາຍ, ສ່ວນການອວ່າຍໜີ້ 3 ແຈ ປະຕິບັດໄດ້ປະມານ 3.300 ຕື້ກີບ ກວມເອົາ 82,5% ຂອງແຜນການ, ເອົາໃຈໃສ່ ແລະ ສືບຕໍ່ແກ້ໄຂຄວາມແຕກໂຕນລະຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງທະນາຄານ ແລະ ຂອງຕະຫຼາດນອກລະບົບ.

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນເງິນຕາ 9 ເດືອນຕົ້ນປີ 2021 ແລະ ວຽກຈຸດສຸມຮອດທ້າຍປີ 2021 ຕໍ່ ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ IX ໃນວັນທີ 1 ພະຈິກ 2021 ວ່າ: ການຈັດຕັ້ງປະຕິບັດແຜນເງິນຕາໃນໄລຍະ 9 ເດືອນຕົ້ນປີ 2021 ເປັນການຈັດຕັ້ງປະຕິບັດແຜນເງິນຕາໄດ້ປະເຊີນກັບສິ່ງທ້າທາຍຫຼາຍດ້ານຈາກທັງພາຍນອກ ແລະ ພາຍໃນເປັນຕົ້ນ ການແຂງຄ່າຂອງເງິນຕາຕ່າງປະເທດສະກຸນຫຼັກ, ການເພີ່ມຂຶ້ນຂອງລາຄາຄໍາ, ລາຄານ້ຳມັນດິບ, ລາຄາສະບຽງອາຫານຢູ່ຕະຫຼາດສາກົນ; ສະພາບ ຄວາມຕ້ອງການໃນການຊໍາລະກັບຕ່າງປະເທດຍັງຢູ່ໃນລະດັບສູງ ແຕ່ແຫຼ່ງລາຍຮັບຂອງປະເທດຫຼຸດລົງຫຼາຍຈາກຜົນກະທົບຂອງພະຍາດໂຄວິດ – 19.

["]

ໃນນີ້, ເຖິງແມ່ນວ່າໃນໄລຍະ 9 ເດືອນຕົ້ນປີ 2021 ດຸນການຄ້າກັບຕ່າງປະເທດຂອງປະເທດເຮົາໄດ້ເກີນດຸນ ແຕ່ປະເທດເຮົາຍັງຂາດດຸນດ້ານການບໍລິການ ແລະ ຂາດດຸນລາຍຮັບຂັ້ນໜຶ່ງກັບຕ່າງປະເທດເຮັດໃຫ້ໃນໄລຍະ 9 ເດືອນຕົ້ນປີ 2021 ມີກະແສເງິນໄຫຼອອກສຸດທິ ( ກະແສເງິນໄຫຼອອກນອກປະເທດຫຼາຍກວ່າໄຫຼເຂົ້າປະເທດ ) ປະມານ 303 ລ້ານໂດລາ ຫຼື ປະມານ 34 ລ້ານໂດລາຕໍ່ເດືອນ.

ຕໍ່ສະພາບດັ່ງກ່າວ ເພື່ອໃຫ້ບັນລຸໄດ້ຕາມບັນດາຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ, ລັດຖະບານ ໄດ້ຊີ້ນໍາຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການດ້ານເງິນຕາຕົ້ນຕໍ ຄືດັ່ງນີ້:
– ດ້ານນະໂຍບາຍເງິນຕາ: ໄດ້ສືບຕໍ່ປະຕິບັດນະໂຍບາຍເງິນຕາຕາມທິດແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ແລະ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຄຶ: 1). ຮັກສາອັດຕາດອກເບ້ຍພື້ນຖານຂອງ ທຫລ ໄວ້ໃນລະດັບເທົ່າກັບລະດັບທີ່ໄດ້ມີການປັບຫຼຸດໃນຕົ້ນປີຜ່ານມາ, ຮັກສາອັດຕາສ່ວນເງິນແຮຝາກບັງຄັບໄວ້ໃນລະດັບເທົ່າທີ່ໄດ້ມີການປັບຫຼຸດໃນເດືອນພຶດສະພາ 2021 ເພື່ອສ້າງເງື່ອນໄຂອໍານວຍດ້ານສະພາບຄ່ອງໃຫ້ແກ່ລະບົບທະນາຄານ; 2). ສືບຕໍ່ຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອຊຸກຍູ້ການຜະລິດ ແລະ ແກ້ໄຂຜົນກະທົບຈາກພະຍາດໂຄວິດ – 19 ທີ່ໄດ້ອະນຸມັດທັງໝົດແລ້ວໃຫ້ລູກຄ້າ 503 ລາຍ ເຊິ່ງຮອດເດືອນກັນຍາ 2021 ໄດ້ມີການເຝິກຖອນນໍາໃຊ້ແລ້ວ 1.665 ຕື້ກີບ

ໃນນັ້ນ, ເປັນສິນເຊື່ອໃຫ້ຂະແໜງກະສິກໍາ, ປູກຝັງ ແລະ ລ້ຽງສັດ ກວມ 58% ຂອງຍອດການປ່ອຍກູ້ທັງໝົດ ແລະ ສ່ວນທີ່ເຫຼືອແມ່ນໃຫ້ຂະແໜງຫັດຖະກໍາ, ອຸດສາຫະກໍາປຸງແຕ່ງ, ຂະແໜງການທ່ອງທ່ຽວ, ການບໍລິການປິ່ນອ້ອມ ແລະ ທຸລະກິດອື່ນໆທີ່ສົ່ງເສີມການຜະລິດ ແລະ ການສົ່ງອອກໃນຂອບເຂດທົ່ວປະເທດ ຄື: ນະຄອນຫຼວງວຽງຈັນ ກວມ 39%, ແຂວງວຽງຈັນ ກວມ 18%, ແຂວງຈຳປາສັກ ກວມ 11% ຂອງຍອດການປ່ອຍກູ້ທັງໝົດ ແລະ ຢູ່ບັນດາແຂວງອື່ນໆໃນທົ່ວປະເທດ.

ພ້ອມນີ້, ໄດ້ສະໜອງແຫຼ່ງທຶນໃຫ້ແກ່ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ – ກາງ ( SMEs ) ຜ່ານກະຊວງການເງິນ ຈໍານວນ 100 ຕື້ກີບ; 3). ປະກອບສ່ວນແກ້ໄຂສະພາບຄ່ອງດ້ານງົບປະມານດ້ວຍຫຼາຍຮູບການ ຄື: ຈັດຕັ້ງປະມູນຂາຍພັນທະບັດຄັງເງິນໃຫ້ທະນາຄານທຸລະກິດ ແລະ ບັນດາກອງທຶນໄດ້ 968 ຕື້ກີບ; ພ້ອມທັງຂາຍພັນທະບັດລັດຖະບານຜ່ານຕະຫຼາດຫຼັກຊັບລາວໄດ້ 1.073 ຕື້ກີບ ແລະ 33,3 ລ້ານໂດລາ.

ປະຕິບັດການແກ້ໄຂບັນຫາໜີ້ໂຄງການລົງທຶນຂອງລັດ ( ບ້ວງ 10.000 ຕື້ກີບ ) ດ້ວຍຮູບການອວ່າຍ 3 ແຈ ເປັນສອງໄລຍະ ໂດຍຈັດຕັ້ງປະຕິບັດໄດ້ປະມານ 3.300 ຕື້ກີບ ກວມເອົາ 82,5% ຂອງແຜນການອວ່າຍ 3 ແຈ ( ໃນນີ້ທະນາຄານກາງ ໄດ້ຮັບຊື້ພັນທະບັດບ່ວງອວ່າຍໜີ້ 3 ແຈ ຈໍານວນໜຶ່ງ ເພື່ອຊ່ວຍເພີ່ມສະພາບຄ່ອງໃຫ້ແກ່ທະນາຄານທຸລະກິດສ້າງເງື່ອນໄຂໃຫ້ທະນາຄານທຸລະກິດກ່ຽວຂ້ອງສາມາດສະໜອງສິນເຊື່ອໃຫ້ພາກສ່ວນເສດຖະກິດໄດ້ຫຼາຍຂຶ້ນ ).

ພ້ອມນີ້, ກໍໄດ້ເອົາໃຈໃສ່ປະຕິບັດດ້ານນະໂຍບາຍອັດຕາແລກປ່ຽນ, ດ້ານການຄຸ້ມຄອງເງິນຕາຕ່າງປະເທດ, ດ້ານການຮັກສາຄວາມໝັ້ນຄົງຂອງທະນາຄານທຸລະກິດ ແລະ ສົ່ງເສີມການເຂົ້າເຖິງແຫຼ່ງທຶນ ແລະ ດ້ານການພັດທະນາລະບົບການຊໍາລະອີກດ້ວຍ. ແຕ່ຜ່ານການຈັດຕັ້ງປະຕິບັດເຫັນວ່າທີ່ຍັງຕ້ອງໄດ້ເອົາໃຈໃສ່ ແລະ ສືບຕໍ່ແກ້ໄຂ ແມ່ນ:
1). ຄວາມແຕກໂຕນລະ ຫວ່າງອັດຕາແລກປ່ຽນເງິນກີບທຽບເງິນໂດລາຂອງທະນາຄານ ແລະ ຂອງຕະຫຼາດນອກລະບົບ ເຖິງແມ່ນວ່າໄດ້ມີທ່າອ່ຽງຫຼຸດລົງນັບແຕ່ໄລຍະທ້າຍເດືອນກັນຍາເປັນຕົ້ນມາ ແຕ່ກໍຍັງຢູ່ໃນລະດັບສູງ ສະເລ່ຍ 9 ເດືອນຕົ້ນປີ 2021 ຢູ່ໃນລະດັບ 12,31%.
2). ສິນເຊື່ອເຖິງແມ່ນວ່າໄດ້ສືບຕໍ່ຂະຫຍາຍຕົວ ແຕ່ກໍຂະຫຍາຍຕົວໃນຈັງຫວະທີ່ຊ້າ ກວ່າໄລຍະດຽວກັນຂອງປີຜ່ານມາ, ສິນເຊື່ອໃຫ້ SMEs ມີທ່າອ່ຽງເພີ່ມຂຶ້ນ ແຕ່ກໍຍັງຢູ່ໃນລະດັບ 18% ຂອງຍອດເຫຼືອສິນເຊື່ອທັງໝົດ ແລະ ສິນເຊື່ອໃຫ້ຂະແໜງກະສິກໍາ ຍັງກວມອັດຕາສ່ວນ ປະມານ 8% ຂອງຍອດເຫຼືອສິນເຊື່ອທັງໝົດ.