ຍອດຜູ້ຕິດເຊື້ອສູງອີກແລ້ວ ນະຄອນຫຼວງ 427 ຄົນ, ຈາກທັງໝົດ 873 ຄົນ, ເສຍຊີວິດອີກ 3 ກໍລະນີ

669

ສປປລາວ ມື້ນີ້ 2 ພະຈິກ 2021 ພົບຜູ້ຕິດເຊື້ອສູງ 873 ຄົນ, ນໍາເຂົ້າ 2 ຄົນ, ຕິດເຊື້ອພາຍໃນ 871 ຄົນ ໃນນັ້ນນະຄອນຫຼວງ 427 ຄົນ, ຫຼວງພະບາງ 102 ຄົນ ແລະ ແຂວງວຽງຈັນ 75 ຄົນ ແລະ ເສຍຊິວິດໃໝ່ 3 ຄົນ


ທ່ານ ດຣ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນລະບາດ ວິທະຍາ, ກະຊວງສາທາລະນະສຸກ ລາຍການສະຖານະການໂຄວິດ 19 ວ່າ ວັນທີ 1 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.415 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 873 ຄົນ (ຕິດເຊື້ອພາຍໃນ ມີ 871 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ ຈາກສະຫວັນນະເຂດທັງໝົດ).
ຕິດເຊືື້ອພາຍໃນໃໝ່ ທັງໝົດ 871 ຄົນ ຈາກ 13 ແຂວງ ແລະ ນະຄອນຫຼວງ ມີດັ່ງນີ້


1 ນະຄອນຫຼວງ 427 ຄົນ ມາຈາກ 144 ບ້ານ, ໃນ 7 ເມືອງ
2 ຫຼວງພະບາງ, ມີ 58 ຄົນ ໃນ 15 ບ້ານ ແລະ 4 ເມືອງ
3 ແຂວງວຽງຈັນ, ມີ 105 ຄົນ ໃນ 21 ບ້ານ ແລະ 5 ເມືອງ
4 ບໍ່ແກ້ວ, ມີ 40 ຄົນ ໃນ 11 ບ້ານ ແລະ 2 ເມືອງ


5 ຫຼວງນໍ້ທາ, ມີ 172 ຄົນ ໃນ 35 ບ້ານ ແລະ 4 ເມືອງ
6 ສະຫວັນນະເຂດ, ມີ 6 ຄົນ ໃນ 5 ບ້ານ ແລະ 3 ເມືອງ
7 ອຸດົມໄຊ, ມີ 16 ຄົນ ໃນ 6 ບ້ານ ແລະ 1 ເມືອງ
8 ຈໍາປາສັກ, ມີ 5 ຄົນ ໃນ 3 ບ້ານ ແລະ 2 ເມືອງ


9 ຄໍາມ່ວນ, ມີ 15 ຄົນ ໃນ 2 ບ້ານ ແລະ 1 ເມືອງ
10 ບໍລິຄໍາໄຊ, ມີ 12 ຄົນ ໃນ 4 ບ້ານ ແລະ 1 ເມືອງ
11 ເຊກອງ, ມີ 7 ຄົນ ໃນ 5 ບ້ານ ແລະ 1 ເມືອງ
12 ໄຊສົມບູນ, ມີ 4 ຄົນ ໃນ 1 ບ້ານ ແລະ 1 ເມືອງ


13 ຊຽງຂວາງ, ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
14 ສາລະວັນ, ມີ 3 ຄົນ ໃນ 3 ບ້ານ ແລະ 2 ເມືອງ
ມາຮອດວັນທີ 1 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 41.829 ຄົນ, ເສຍຊີວິດສະສົມ 70 ຄົນ (ໃໝ່ 3), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 572 ຄົນ, ກໍາລັງປິ່ນປົວ 7.695 ຄົນ.