ເປີດກອງປະຊຸມໃຫຍ່ອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V

906

ໃນຕອນເຊົ້າ ຂອງວັນທີ 2 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມໃຫຍ່ອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V ຂຶ້ນ, ໂດຍການເປັນປະທານ ຂອງ ສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ.


ເຂົ້າຮ່ວມໃນກອງປະຊຸມ ມີ ຜູ້ແທນ ຈາກບັນດາໜ່ວຍພັກອ້ອມຂ້າງກົມ, ຫ້ອງການ, ສະຖາບັນ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ ແລະ ບັນດາຫົວໜ່ວຍວິສາຫະກິດ ທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ ຈໍານວນ: 230 ສະຫາຍ, ເຊິ່ງເປັນຕົວແທນ ໃຫ້ແກ່ສະມາຊິກພັກທັງໝົດ.

ກອງປະຊຸມຄັ້ງນີ້ຍັງໄດ້ຮັບກຽດເຂົ້າຮ່ວມ ຈາກ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ. ໃນກອງປະຊຸມ ສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນອ່ານຜ່ານ ຮ່າງລາຍງານການເມືອງຕໍ່ກອງປະຊຸມ, ເຊິ່ງເປັນການຜັນຂະຫຍາຍມະຕິສະໄໝທີ X ຂອງພັກ ແລະ ແຜນ VIII ຂອງລັດ ເຂົ້າສູ່ວຽກງານຕົວຈິງຂອງອົງຄະນະພັກກະຊວງອຸດສາຫະກໍາ ແລະ ການຄ້າ.


ໃນຮ່າງລາຍງານການເມືອງ ແມ່ນໄດ້ສະຫຼຸບຕີລາຄາຄືນ ຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2016-2020) ໂດຍເຫັນໄດ້ຜົນສຳເລັດໃນແຕ່ລະດ້ານທີ່ພົ້ນເດັ່ນ ດັ່ງນີ້:
ວຽກງານການເມືອງ-ແນວຄິດ ແມ່ນຕີລາຄາໄດ້ວ່າຖັນແຖວພະນັກງານ-ສະມາຊິກພັກ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນ້ຳໃຈຮັກຊາດ ແລະ ຮັກລະບອບໃໝ່, ສະມາຊິກພັກ ແລະ ພະນັກງານລັດຖະກອນໂດຍລວມ ຍັງຮັກສາໄດ້ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ, ມີຄວາມອົດທົນ, ເສັຍສະຫຼະເພື່ອປະໂຫຍດສ່ວນລວມ, ນັບຖືການຈັດຕັ້ງ ແລະ ມີຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ.
ວຽກງານການກໍ່ສ້າງພັກ ແມ່ນໄດ້ເອົາໃຈໃສ່ວຽກງານຂະຫຍາຍສະມາຊິກ ໂດຍຖືເອົາດ້ານຄຸນນະພາບເປັນກົກ ມາຮອດປັດຈຸບັນທົ່ວອົງຄະນະພັກມີສະມາຊິກພັກທັງໝົດ 742 ສະຫາຍ (ຍິງ 255 ສະຫາຍ), ສະມາຊິກທີ່ໄດ້ຮັບການຂະຫຍາຍໃນລະຫວ່າງສະໄໝກອງປະຊຸມໃຫຍ່ຄັ້ງທີ IV ມີ 162 ສະຫາຍ, (ຍິງ 72 ສະຫາຍ).

ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານທິດທາງຫນ້າທີ່ຕົ້ນຕໍໃນ 5 ປີ ຕໍ່ໜ້າ(2021-2025) ເຊິ່ງນໍາສະເໜີໂດຍ ສະຫາຍ ສົມຈິດ ອິນທະມິດ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ເຊິ່ງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກກະຊວງ ອຸດສາຫະກຳ ແລະ ການຄ້າ ໄລຍະ 5 ປີ (2016-2020) ໃນນີ້ມູນຄ່າການສົ່ງອອກ ບັນລຸໄດ້ປະມານ 26.5 ຕື້ໂດລາ ອັດຕາເພີ່ມຂຶ້ນສະເລ່ຍ 10,9% ຕໍ່ປີ, ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນ 84%; ມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ 5 ປີ ບັນລຸໄດ້ປະມານ 52,7 ພັນຕື້ກີບ, ອັດຕາເພີ່ມຂຶ້ນສະເລ່ຍ 9,22% ຕໍ່ປີ ທຽບໃສ່ໄລຍະດຽວກັນ (2011-2015) ເພີ່ມຂຶ້ນປະມານ 80%.

ໃນຕອນທ້າຍ ຂອງກອງປະຊຸມ ຈະໄດ້ເປັນກຽດຮັບຟັງການໃຫ້ຄໍາໂອ້ລົມ ແລະ ທິດຊີ້ນໍາ ຂອງ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ.
ກອງປະຊຸມໃຫຍ່ຄະນະບໍລິຫານງານພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ V ຈະດໍາເນີນເປັນເວລາ 1 ວັນເຄິ່ງ.