ກະຊວງ ອຄ ປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີ ແລະ ຮັກສາການຫົວໜ້າກົມໃໝ່

1344

ໃນວັນທີ 29 ຕຸລາ 2021 ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ຊັ້ນ I, ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງລັດຖະມົນຕີ ແລະ ຮັກສາການແທນຫົວໜ້າກົມຄົນໃໝ່ ໂດຍການເປັນປະທານ ຂອງ ທ່ານ ຄໍາແພງ ໄຊສົມແພງ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງ ອຄ, ມີທ່ານຮອງລັດຖະມົນຕີ, ເລຂາ, ຮອງເລຂາໜ່ວຍພັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງກະຊວງ ອຄ ເຂົ້າຮ່ວມເປັນ.

ໂອກາດນີ້ ທ່ານ ສີອຳພອນ ຈັນລາຕີ ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງ ອຄ ສະບັບເລກທີິ 615 ແລະ 616/ນຍ ລົງວັນທີ 21 ຕຸລາ 2021 ຈໍານວນ 2 ທ່ານ ຄື: ແຕ່ງຕັ້ງ ທ່ານ ນາງ ຈັນສຸກ ແສງພະຈັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນຮອງລັດຖະມົນຕີ ກະຊວງ ອຄ ແລະ ແຕ່ງຕັ້ງ ທ່ານ ບຸນເຖິງ ດວງສະຫວັນ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນເປັນຮອງລັດຖະມົນຕີ ກະຊວງ ອຄ.

ນອກຈາກນີ້, ທ່ານ ນາງ ສົມໝາຍ ພົມມຸນິວົງ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງອຸດສາຫະກໍາ ແລະ ການຄ້າ ຂຶ້ນອ່ານຜ່ານຂໍ້ຕົກລົງລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຮັກສາການແທນຫົວໜ້າກົມ ໂດຍແຕ່ງຕັ້ງ ທ່ານ ວັນໄຊ ແກ້ວຄໍາພັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂຶ້ນເປັນຮັກສາການແທນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຂຶ້ນເປັນຮັກສາການແທນຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.

ໂອກາດດັ່ງກ່າວ ທ່ານ ຄໍາແພງ ໄຊສົມແພງ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີໂດຍມີເນື້ອໃນບາງຕອນວ່າ: ການແຕ່ງຕັ້ງ, ການສັບຊ້ອນ, ປ່ຽນແທນ ຂອງພະນັກງານ-ລັດຖະກອນ ເປັນການປະຕິບັດ ຢ່າງເປັນປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງຂອງພວກເຮົາ ເພື່ອແນໃສ່ປະຕິບັດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ແລະ ມະຕິ, ຄໍາສັ່ງຕ່າງໆ ຂອງວຽກງານພະນັກງານ. ຢ່າງໃດກໍຕາມ, ພາຍໃຕ້ສະພາບການໃໝ່ ທີ່ມີທັງຄວາມຫຍຸ້ງຍາກສັບສົນ ແລະ ສິ່ງທ້າທາຍ ຂ້າພະເຈົ້າ ຮຽກຮ້ອງໃຫ້ບັນດາກົມ, ຫ້ອງການກະຊວງ ແລະ ສະຖາບັນອຸດສາຫະກໍາ ແລະ ການຄ້າ ເອົາໃຈໃສ່ແຕ່ລະວຽກງານ ດັ່ງນີ້

ການນຳພາໃນຂົງເຂດການເມືອງແນວຄິດ, ການຈັດຕັ້ງພະນັກງານ ແລະ ແບບແຜນວິທີເຮັດວຽກໃຫ້ເອົາໃຈໃສ່ສຶກສາອົບຮົມພະນັກງານລັດຖະກອນໃຫ້ມີຄວາມເຂົ້າໃຈ ກຳແໜ້ນແນວທາງນະໂຍບາຍຂອງພັກ, ເອົາໃຈໃສ່ການຈັດຕັ້ງເຊື່ອມຊຶມບັນດາເອກະສານ, ມະຕິ, ຄໍາສັ່ງ ແນວທາງນະໂຍບາຍຂອງພັກ, ສືບຕໍ່ເພີ່ມທະວີການກໍ່ສ້າງ ແລະ ປັບປຸງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສືບຕໍ່ປັບປຸງພາລະບົດບາດຂອງບັນດາກົມ, ພະແນກ ອຄ ແຂວງ, ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງ ເພື່ອຮັບປະກັນໃຫ້ກົງຈັກກະທັດຮັດ ມີປະສິດທິພາບ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າວຽກຕົວຈິງ ຫຼີກເວັ້ນການທັບຊ້ອນໜ້າວຽກລະຫວ່າງກັນ.